Ad

Ad

10 May 2016

ແຕ່ງຕັ້ງຮັກສາ​ການ​ປະທານ​ສານ​ປະຊາຊົນ​ພາກ​ກາງ

            ພິທີປະກາດແຕ່ງຕັ້ງທ່ານ ສົມສັກໄຕບຸນລັດ ຮອງປະທານສານປະຊາຊົນພາກກາງເປັນຮັກສາການປະທານສານປະຊາຊົນພາກກາງແທນທ່ານ ກົງຈີ ຢາງຈື່ ປະທານສານປະຊາຊົນພາກກາງໄປຮັບໜ້າທີ່ໃໝ່ເປັນຮອງປະທານກຳມາທິການຍຸຕິທຳຂອງສະພາແຫ່ງຊາດຊຸດທີ VIII ​ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ, ມີບັນດາພະນັກງານຫລັກແຫລ່ງອ້ອມຂ້າງສານປະຊາຊົນສູງສຸດເຂົ້າຮ່ວມຢ່າງພ້ອມພຽງ.
              ທ່ານ ກົງຈີ ຢາງຈື່ໄດ້ລາຍງານການເຄື່ອນໄຫວວຽກງານຂອງສານປະຊາຊົນພາກກາງໃນ
ຕະຫລອດໄລຍະ 6 ປີຜ່ານມາວ່າ: ຕົນແລະ ໝູ່ຄະນະໄດ້ພ້ອມກັນຊີ້ນຳ-ນຳພາການຈັດຕັ້ງປະ ຕິບັດວຽກງານທີ່ໄດ້ຮັບມອບໝາຍຢ່າງມີຄວາມຮັບຜິດຊອບສູງໂດຍສະເພາະໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດຂອງສະມາຊິກພັກ-ພະນັກງານລັດຖະກອນຂອງສານປະຊາຊົນຢ່າງເປັນປົກກະຕິເປັນຕົ້ນການປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດແລະ ຄຳສັ່ງຕ່າງໆຂອງພັກ-ລັດຢ່າງເຂັ້ມງວດ. ສຳລັບພິພາກສາຄະດີແລະແກ້ໄຂຄະດີ ສາມາດຈັດຕັ້ງປະ ຕິບັດໄດ້ ຄືປີ 2010 ​ແກ້ໄຂໄດ້ 510 ​ເລື່ອງ, ປີ 2011 ​ແກ້ໄຂໄດ້ 441 ​ເລື່ອງ, ປີ 2012 ​ແກ້ໄຂໄດ້ 447 ​ເລື່ອງ, ປີ 2013 ​ແກ້ໄຂໄດ້ 533 ​ເລື່ອງ, ປີ 2014 ​ແກ້ໄຂໄດ້ 458 ​ເລື່ອງແລະ ປີ 2015 ​ແກ້ໄຂໄດ້ 439 ​ເລື່ອງ. ນອກຈາກນີ້ ຍັງໄດ້ຊ່ວຍສານປະຊາຊົນພາກເໜືອແລະໃຕ້ພິພາກສາຄະດີເປັນຈຳນວນຫລາຍຄັ້ງແລະ ປະກອບສ່ວນປັບປຸງແລະ ສ້າງກົດໝາຍໄດ້ຫລາຍສະບັບ.

          ​ໃນໂອກາດນີ້, ທ່ານປະທານສານປະຊາຊົນສູງສຸດໄດ້ໂອ້ລົມຊີ້ນຳໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຮັກສາການປະທານສານປະຊາຊົນພາກກາງແລະ ໝູ່ຄະນະ ຈົ່ງພ້ອມກັນສືບຕໍ່ຊີ້ນຳ-ນຳພາວຽກງານໃຫ້ປະຕິບັດຕາມພາລະບົດບາດສິດໜ້າທີ່ຂອງຕົນທີ່ພັກແລະ ລັດຖະບານມອບໝາຍໃຫ້ມີຜົນສຳເລັດ, ພ້ອມກັນສູ້ຊົນສຸມທຸກເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດຂອງພະນັກງານເພື່ອແກ້ໄຂຂໍ້ຄົງຄ້າງຕ່າງໆໃຫ້ຫລຸດລົງເພື່ອເຮັດໃຫ້ວຽກງານສານປະຊາຊົນພາກກາງມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

No comments:

Post a Comment