Ad

Ad

4 December 2015

ການ​ນຳ​ຂັ້ນ​ສູງພັກ-ລັດ ​ແລະ ຊາວ​ນະຄອນຫລວງ​ວຽງ​ຈັນ ຮ່ວມ​ຊົມ​ການ​ສະ​ແດງ​ສິລະ​ປະ ​ແລະ ຍິງບັ້ງໄຟດອກ ສະ​ເຫລີ​ມສະຫລອງ​ວັນຊາດ​ທີ 2 ທັນວາ ດ້ວຍ​ບັນຍາກາດ​ຟົດ​ຟື້ນ

     ​ຄືນວັນທີ 2 ທັນວາຜ່ານມາ, ຢູ່ສະໜາມກິລາແຫ່ງຊາດ (ຫລັກ 16), ນະຄອນ ຫລວງວຽງຈັນ, ​ໄດ້ຈັດງານສະແດງສິລະປະ-ວັດທະນະທໍາ ດ້ວຍບັນຍາກາດຟົດຟື້ນແລະ ຍິງບັ້ງໄຟດອກ ເປັນຈຳ ນວນຫລາຍຢ່າງງົດງາມເພື່ອສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີດ້ວຍບັນຍາກາດ​​ຟົດຟື້ນ, ​ໂດຍການໃຫ້ກຽດເຂົ້າຮ່ວມຊົມຂອງທ່ານ ຈູມາລີໄຊຍະສອນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍບັນດາການນຳຂັ້ນສູງພັກ​-ລັດ, ມີຄະນະຜູ້ແທນຂັ້ນສູງຈາກປະເທດເພື່ອນມິດ ​​ແລະ ຜູ້ຕາງໜ້າຈາກທູຕານຸທູດແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

      ງານສະແດງທີ່ຍິ່ງໃຫຍ່ຄັ້ງນີ້ ມີນັກສະແດງເຂົ້າຮ່ວມຫລາຍ 4 ພັນຄົນທີ່ມາຈາກຫລາຍພາກ ສ່ວນເຊັ່ນ: ກອງສິລະປະກອນສູນກາງ, ກອງສິລະປະກອນກອງທັບ, ກອງ ສິລະປະປ້ອງກັນຄວາມສະຫງົບ, ໂຮງຮຽນສິລະປະດົນຕີແຫ່ງຊາດ, ວິທະຍາໄລສ້າງຄູ ສິລະປະ ແລະ ວິທະຍາໄລເອກະຊົນຈຳນວນໜຶ່ງ, ​ເພື່ອມາຮັບໃຊ້ການສະແດງເນື່ອງໃນໂອກາດສະເຫລີມສະຫລອງວັນປະຫວັດສາດສຳຄັນຂອງຊາດໃນຄັ້ງນີ້, ໂດຍການສະແດງ ເລີ່ມຕົ້ນດ້ວຍບົດຂັບລຳລ່ອງຊື່ວ່າ: “ກ້າວສ້າງເມືອງລາວເຊິ່ງບັນລະຍາຍເຖິງປະຫວັດ ສາດແຫ່ງການຕໍ່ສູ້ກູ້ຊາດອັນລຳບາກຍາວນານທີ່ເຕັມໄປດ້ວຍຄວາມເສຍສະຫລະເລືອດເນື້ອຂອງກອງທັບແລະ ປະຊາຊົນລາວບັນດາເຜົ່າ ນັບແຕ່ວັນທີ 2 ທັນວາ 1975 ທີ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າງາມຜ່າເຜີຍ, ຕິດຕາມມາດ້ວຍບົດຟ້ອນສຸກໃຈໃນບ້ານເຮົາເຊິ່ງມີເນື້ອໃນພັນລະນາເຖິງຂະບວນການຂອງມວນຊົນ ທີ່ໄດ້ພ້ອມພາກັນລຸກຮື້ຂຶ້ນ ຕໍ່ສູ້ຢຶດອຳນາດມາສູ່ປະເທດຊາດ ແລະ ແຕ່ນັ້ນມາ ປະຊາຊົນລາວທຸກຊົນຊາດ, ຊົນເຜົ່າ ແລະ ຊັ້ນຄົນຕ່າງໆໄດ້ພ້ອມພາກັນສ້າງສາພັດທະ ນາບ້ານເມືອງໃຫ້ຢູ່ດີ, ກິນດີດ້ວຍ ຄວາມຜາສຸກໃນແຜ່ນດິນແມ່ແຫ່ງນີ້, ຕໍ່ດ້ວຍບົດຟ້ອນຢາດເຫື່ອເພື່ອປະຊາຊຶ່ງໄດ້ ເລົ່າເຖິງຜົນງານການສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 40ປີ ຜ່ານມາ ເຊິ່ງມີກະສິກອນ, ກຳມະກອນຜູ້ດຸໝັ່ນຂະຫຍັນພຽນ, ເສຍສະຫລະຢາດເຫື່ອແຮງກາຍ, ຫລັງສູ້ຟ້າໜ້າສູ້ດິນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອນຳເອົາຄວາມຢູ່ດີກິນດີ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລມາສູ່ບ້ານເກີດເມືອງນອນ ແລະ ປວງຊົນບັນດາເຜົ່າ ໃນທົ່ວປະເທດ ແລະ ບົດຟ້ອນນົກສັນຕິພາບໂບຍບິນຊຶ່ງມີເນື້ອໃນເວົ້າເຖິງຜົນສຳເລັດ ໃນການສ້າງສາພັດທະນາທາງດ້ານວັດທະນະທຳ-ສັງຄົມເປັນຕົ້ນ ແມ່ນການສຶກສາ-ກິລາ ທີ່ໄດ້ມີຄວາມຕັ້ງໜ້າໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ທາງດ້ານເຕັກ ນິກວິທະຍາສາດ ແລະ ຄວາມຮູ້ຄວາມສາມາດອື່ນໆ, ສະແດງເຖິງຜົນສຳເລັດດ້ານສາທາ ລະນະສຸກ ກໍຄືວຽກງານສິລະປະວັດທະນະທຳຂອງຊາດຕະ ຫລອດໄລຍະ 40ປີ ແລະ ການສະແດງບົດຟ້ອນປົກປ້ອງມາຕຸພູມມີເນື້ອໃນພັນລະນາເຖິງຄວາມເຕີບໃຫ່ຍເຂັ້ມ ແຂງຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງປະຊາຊົນລາວ ທີ່ໄດ້ເປັນ ຫລັກແຫລ່ງແກ່ນສານໃນການປົກປ້ອງຜືນແຜ່ນດິນລາວ ແລະ ອະທິ ປະໄຕອັນສັກກາລະ ບູຊາຂອງຊາດໃຫ້ມີຄວາມສະຫງົບຮົ່ມເຢັນປະເທດຊາດໄດ້ຢູ່ໃນບັນຍາກາດແຫ່ງສັນຕິພາບປະຊາຊົນລາວບັນດາເຜົ່າໄດ້ດຳລົງຊີວິດ ແລະ ສ້າງສາພັດທະນາດ້ວຍຄວາມຜາສຸກຮົ່ມ ເຢັນ ແລະ ການສະແດງຊຸດສຸດທ້າຍມີຊື່ວ່າ: “ກ້າວເດີນໃຕ້ຮົ່ມທຸງໄຊໄດ້ພັນລະນາເຖິງ ຄວາມສາ ມັກຄີອັນເປັນປຶກແຜ່ນແໜ້ນໜາຂອງທົ່ວພັກ-ທົ່ວກຳລັງປະກອບອາວຸດ ແລະ ປວງຊົນລາວບັນດາ ເຜົ່າພາຍໃຕ້ການນຳພາຂອງພັກພ້ອມກັນກ້າວຂຶ້ນດ້ວຍຈິດໃຈເຊື່ອໝັ້ນຕໍ່ອຸດົມການ ແລະ ອະນາຄົດອັນສະຫວ່າງສະໄຫວຂອງປະເທດຊາດ.

     ພາຍຫລັງການສະແດງສິ້ນສຸດລົງ ກໍໄດ້ມີພິທີຍິງບັ້ງໄຟດອກເປັນຈຳນວນຫລາຍ ທີ່ສະໜາມກິລາແຫ່ງຊາດ (ຫລັກ 16), ເດີ່ນພະທາດຫລວງ ແລະ ສວນເຈົ້າອານຸວົງ ທີ່ ເຕັມໄປດ້ວຍສີສັນສວຍສົດງົດງາມ ແລະ ສ້າງຄວາມປະທັບໃຈໃຫ້ກັບແຂກ ແລະ ມວນ ຊົນທີ່ເຂົ້າຮ່ວມຊົມໄດ້ເປັນຢ່າງດີ.

No comments:

Post a Comment