Ad

Ad

7 December 2015

ລົດເມສາຍໃຕ້ ປາກເຊ-ວຽງຈັນ ພິກ​ປິ້ນ ຢູ່​ທີ່​ແຂວງ​ບໍລິ​ຄຳ​ໄຊ ​ເສຍ​ຊີວິດຄາ​ທີ່ 2 ຄົນ

     ​ຂ່າວທ້ອງຖິ່ນ ໃຫ້ຮູ້ວ່າ: ​ປະມານ 3:30 ​ໂມງຂອງວັນທີ 6 ທັນວາຜ່ານມາ,ໄດ້ເກີດ​​ເຫດລົດ​​ໂດຍສານສາໃຕ້ ປາກເຊ-ວຽງຈັນ ໝາຍເລກທະບຽນ ບກ 4311 ກຳແພງນະຄອນທີ່ແລ່ນອອກຈາກ​​ແຂວງຈຳປາສັກ ມຸ້ງໜ້າ​​ເຂົ້າມານະຄອນຫລວງວຽງຈັນ ດ້ວຍຄວາມໄວສູງບວກໃສ່ກັບຄວາມປະໝາດແລະ ສະພາບລົດບໍ່ພ້ອມເມື່ອມາຮອດເຂດບ້ານສີວິໄລເມືອງປາກຊັນແຂວງບໍລິຄຳໄຊ ​​(ໃກ້ຈະຮອດຂົວນ້ຳຊັນ), ​ເຊິ່ງເປັນ​​ເຂດ​​ເສັ້ນທາງເປ່ເພຊໍາເຮື້ອ ມາດົນນານແລ້ວ,ເຮັດໃຫ້ລົດ​​ເສຍຫລັກພິກປິ້ນລົງກາງຖະໜົນ ສົ່ງຜົນໃຫ້ຜູ້ໂດຍສານໃນລົດ ໄດ້ຮັບບາດເຈັບ 20 ກວ່າຄົນ ແລະ ເສຍຊີວິດ 2 ຄົນ, ຊຶ່ງລວມມີຄົນໄທ, ຝຣັ່ງແລະເກົາຫລີ ຈຳນວນໜຶ່ງ, ຊຶ່ງໄດ້ສົ່ງ​​ເຂົ້າໄປປິ່ນປົວຢູ່ໂຮງໝໍແຂວງບໍລິຄຳໄຊ ທັງໝົດແລ້ວ. ສ່ວນສາເຫດຂອງການ​​ເກີດອຸປະຕິເຫດເຈົ້າໜ້າທີ່ຈະລາຈອນແຂວງ ຍັງເລັ່ງສືບສວນ-ສອບສວນເພື່ອດຳເນີນຄະດີຕາມລະບຽບກົດໝາຍ.


     ​​ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ຕອນຄ້າຍແລງຂອງວັນທີ 5 ທັນວານີ້, ​​ໄດ້ເກີດເຫດລົດ​​ເກັງ ໝາຍເລກທະບຽນ ກກ 7317 ກຳແພງນະຄອນ ຂັບຂີ່​​ໂດຍທ້າວ ສຸກສະຫວັນ ອາຍຸ 15 ປີ ນັກຮຽນ ຢູ່ບ້ານໂພນພະເນົາເມືອງໄຊເສດຖາແລ່ນມາແຕ່ປະຕູໄຊດ້ວຍຄວາມໄວສູງ ມຸ້ງໜ້າໄປທາງວົງວຽນ 450ປີ ພໍມາຮອດເຂດບ້ານໂພນສະອາດເມືອງໄຊເສດຖາ ໄດ້ໄປຕຳເອົາທ້າຍລົດຈັກ 2 ຄັນທີ່​​ແລ່ນມາ​​ໃນທິດທາງດຽວກັນຄື: ລົດຈັກໝາຍ​​ເລກທະບຽນ ຍຣ 7714 ແລະ ອີກໜຶ່ງຄັນ ໝາຍເລກທະບຽນ ຍກ 4959 ກຳແພງນະຄອນ ແລ້ວຟຸ້ງໄປຕຳເອົາລົດໃຫຍ່ອີກ 2 ຄັນທີ່ຈອດຢູ່ແຄມທາງບໍລິເວນດັ່ງກ່າວຄື: ລົດ​​ກະບະ ໝາຍ​​ເລກທະບຽນ ກຍ 4243 ກຳແພງນະຄອນແລະ ລົດກະປອງໝາຍເລກທະບຽນ ກຣ 7879 ກໍາແພງນະຄອນ ສົ່ງຜົນໃຫ້ທ້າວ ບຸນມາກ (ຜູ້ຂັບຂີ່ລົດຈັກ) ​ເສຍຊີວິດຄາທີ່ແລະໃນທ່ຽງຄືນຂອງວັນດຽວກັນໄດ້ເກີດເຫດລົດ​​ກະບະ ໝາຍເລກທະບຽນ ກນ 6879 ກຳແພງນະຄອນ ຂັບຂີ່ໂດຍທ້າວ ພຸດທະສອນ ອາຍຸ 20 ປີ ນັກສຶກສາ ຢູ່ບ້ານແກ້ງປາຢາງເມືອງຫາດຊາຍຟອງເສຍຫລັກຕຳເອົາກຳແພງໃກ້ປະຕູທາງເຂົ້າຫໍຄໍາ (ຫ້ອງວ່າການປະທານປະເທດ) ສອດທະລຸເຂົ້າໄປຂ້າງໃນເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບສົມຄວນ.

No comments:

Post a Comment