Ad

Ad

7 December 2015

ລາວ​ອະ​ໄພ​ຍະ​ໂທດ​ປ່ອຍ​ຕົວ ​ແລະ ຜ່ອນ​ໂທດ​ໃຫ້​ນັກ​ໂທດ​ຫລາຍ​ກວ່າ 1 ພັນ​ຄົນ ​ໃນ​ໂອກາດ​ວັນຊາດ​ຄົບຮອບ 40 ປີ

          ແຫລ່ງຂ່າວກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ​ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 40 ປີນີ້, ປະທານປະເທດໄດ້ອອກລັດຖະດຳລັດອະໄພຍະໂທດປ່ອຍຕົວແລະ ຜ່ອນໂທດໃຫ້ນັກໂທດຜູ້ມີຄວາມກ້າວໜ້າໃນການເຝິກຝົນດັດສ້າງຕົນເອງຈຳນວນ 1.029 ຄົນ, ​ໃນນັ້ນ ມີຍິງ 232 ຄົນ, ​ເປັນຄົນຕ່າງປະເທດ 26 ຄົນ, ຍິງ 1 ຄົນ (ມີຜູ້ຖືສັນຊາດໄທ 13 ຄົນ, ຍິງ 1 ຄົນ, ສັນຊາດຫວຽດນາມ 7 ຄົນ, ສັນຊາດຈີນ 5 ຄົນແລະ ຖືສັນຊາດເກົາຫລີ 1 ຄົນ) ​ໃນຈຳນວນດັ່ງກ່າວນີ້ມີນັກໂທດຄະດີທົ່ວໄປ 129 ຄົນ, ນັກໂທດກະທຳຜິດຕໍ່ຄວາມບໍ່ສະຫງົບຂອງຊາດ 5 ຄົນ, ຄະດີຢາເສບຕິດ 627 ຄົນ, ​ໃນນັ້ນ ມີຜູ້ໄດ້ຮັບຜ່ອນໂທດຕະຫລອດຊີວິດມາເປັນ 20 ປີມີຈຳນວນ 19 ຄົນ, ຍິງ 7 ຄົນ, ອະໄພຍະໂທດປ່ອຍຕົວມີທັງໝົດ 209 ຄົນ, ຍິງ 46 ຄົນ.


No comments:

Post a Comment