Ad

Ad

23 September 2013

ບໍ່ຄວນເຫັນແກ່ໂຕເກີນໄປ ( ຄໍລຳ ແລກປ່ຽນຄຳເຫັນ )



ໂດຍ : ຄຳກອງ ທຳມະເທວາ
     ວັດຖຸເກີດກ່ອນຈິດໃຈ ແລະ ວັດຖຸຕັດສິນຈິດໃຈ ນີ້ແມ່ນທິດສະດີຂອງປັດຊະຍາທີ່ໄດ້ກຳນົດຂຶ້ນ ເມື່ອຫລາຍສະ ຕະວັດມາແລ້ວ, ແຕ່ເວົ້າໃນແງ່ຂອງພຸດທະສາສະໜາສອນວ່າ: “ຖ້າຄົນໃດຫາກຢຶດວັດຖຸເປັນຫລັກ ຈະເຮັດໃຫ້ຈິດໃຈ ມົວໝອງ”.
    ຄວາມຈິງແລ້ວ, ຊີວິດຂອງຄົນເຮົາແມ່ນຕ້ອງການພຽງ 4 ປັດໄຈເທົ່ານັ້ນເປັນພື້ນຖານໃນການດຳລົງຊີວິດເຊັ່ນ: ມີບ່ອນພັກ ອາໄສ, ມີເຄື່ອງນຸ່ງຫົ່ມ, ມີອາຫານການກິນພຽງພໍ ແລະ ມີຢາປົວສຸຂະພາບໃນເວລາເຈັບເປັນເທົ່ານັ້ນ, ແຕ່ເປັນຫຍັງບາງຄົນ ຈຶ່ງມີແນວຄິດເຫັນແກ່ໂຕໂລບມາກໂລພາເກີນໄປເຊິ່ງຕາມທັດສະນະສ່ວນໂຕແລ້ວຄິດວ່າ: 1. ມັນຍ້ອນຄວາມໂລບມາກໂລພາ ທີ່ບໍ່ມີເມືອງພໍ, ມີໜຶ່ງຢາກໄດ້ສອງ ແລະ ຢາກໄດ້ສາມ... ອື່ນໆ. 2. ຍ້ອນການດຶງແກ່ຕົນເຂົ້າສູ່ສະພາບແວດລ້ອມອ້ອມໂຕ ທີ່ ເຕັມໄປດ້ວຍການແກ້ງແຍ່ງແຂ່ງຂັນສູງທັງໆທີ່ຕົນເອງບໍ່ມີຄວາມສາມາດພຽງພໍທີ່ຈະເຂົ້າຮ່ວມ ແລະ 3. ຍ້ອນວັດຖຸເປັນສິ່ງລໍ້ ໃຈເຊັ່ນ: ການໄປຜ່ອນລົດໃໝ່ມາຂີ່, ການໃຊ້ໂທລະສັບທີ່ມີລາຄາແພງ ມີບາງຄົນໄປຜ່ອນເອົາກໍມີ. ໃນເມື່ອມີຄວາມຕ້ອງ ການສູງຄືແນວນັ້ນ ຈຳເປັນຕ້ອງໄດ້ດິ້ນລົນຊອກຫາ ເພື່ອໃຫ້ແກ່ຕົນເອງຈະແມ່ນວິທີໃດ ບາງເທື່ອຖືກຕ້ອງ ແລະ ບາງເທື່ອກໍບໍ່
ຖືກຕາມລະບຽບກົດໝາຍກໍມີ. ສະນັ້ນ ຈຶ່ງກໍ່ໃຫ້ເກີດບັນຫາທາງສັງຄົມເຊັ່ນ: ການຂີ້ລັກປຸ້ນຈີ້ຊິງຊັບ, ກິນສິນບົນ, ສໍ້ລາດບັງ ຫລວງ ແລະ ອື່ນໆກາຍ ເປັນປາກົດການຫຍໍ້ທໍ້ໃນສັງຄົມ ແລະ ເປັນບັນຫາໃຫ້ສັງຄົມຕ້ອງໄດ້ແກ້ໄຂ, ບັນຫາທັງໝົດນັ້ນມັນ ເກີດຂຶ້ນຍ້ອນຄວາມໂລບມາກໂລພາ.
    ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ, ພວກເຮົາຕ້ອງມີສະຕິໃນການດຳລົງຊີວິດ ໃຫ້ຄິດວ່າທຸກສິ່ງຢ່າງທີ່ເຮົາຢາກໄດ້ມານັ້ນ ອັນໃດ ມັນຈຳເປັນ ແລະ ບໍ່ຈຳເປັນຕ້ອງຮູ້ຈັດລຽງເປັນບູລິມະສິດຂອງການດຳລົງຊີວິດ ເພາະວ່າໃນປັດຈຸບັນນີ້, ການໂຄສະນາຍົວະ ຍວນທາງວັດຖຸແມ່ນມີຫລາຍ ແລະ ມີລັກສະນະດຶງດູດຈິດໃຈຄົນເຮົາທີ່ສຸດ, ຖ້າເຮົາຫາກຂາດການຈັດລຽງ ຄັກແນ່ແລ້ວສຸດ ທ້າຍກໍຈະຕົກເປັນຂ້າທາດຂອງວັດຖຸດັ່ງກ່າວໂດຍບໍ່ຮູ້ສຶກໂຕ ແລະ ບໍ່ມີຍາມສິ້ນສຸດ.

No comments:

Post a Comment