Ad

Ad

23 September 2013

ຢູນີເທວ ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມແຂວງອຸດົມໄຊ



    ​ໃນ​ວັນ​ທີ 11 ກັນຍາ, ບໍລິສັດ ສະຕາຣ ​ໂທລະ​ຄົມ (ຢູນີ​ເທວ) ​ໄດ້​ແບ່ງປັນ​ນ້ຳ​ໃຈ ​ໂດຍ​ໄດ້​ນຳ​ເອົາ​ເງິນ ຈຳນວນ 200 ລ້ານ​ກີບ ​ໄປ​ມອບ​ໃຫ້ຜູ້​ປະສົບ​ໄພ​ນ້ຳຖ້ວມ​ຢູ່ ເມືອງ​ແບ​ງ​ ​ແຂວງ​ອຸດົມ​ໄຊ ​ໃນ​ເດືອນ​ຜ່ານ​ມາ ​ເຊິ່ງພິທີ​ມອບ-ຮັບ​ໄດ້​ຈັດ​ຂຶ້ນຢູ່ຫ້ອງ​ວ່າການ​ປົກ ຄອງ​ແຂວງ​ດັ່ງກ່າວ ລະຫວ່າງ​ທ່ານ ບີ ມົວ​ໄຟ​ດາ​ເຍຍ​ຈ່າ ຮອງ​ຜູ້ອຳນວຍການ​ໃຫຍ່ ບໍລິສັດ ສະ ຕາຣ ​ໂທລະ​ຄົມ ​ແລະ ​ທ່ານ ບຸນ​ທັນ ວັນນະ​ໃຈ ກຳມະການ​ປະຈຳ​ພັກ​ແຂວງ, ຫົວໜ້າ​ພະ​ແນ​ກອຸດ ສາຫະກຳ ​ແລະ ການ​ຄ້າ ພ້ອມ​ດ້ວຍ​ຄະນະ​ກຳມະການ​ຕ້ານ​ໄພພິ ບັດ​ຂັ້ນ​ແຂວງ​ເຂົ້າຮ່ວມ ​ເພື່ອ​ນຳ​ໄປ​ສ້າງ​ໂຮງຮຽນ​ໃຫ້​ບ້ານ​ນາ​ປາ​ທີ່​​ເປ່ເພ​ຈາກ​ນ້ຳຖ້ວມ​ໃນ​ເດືອນ​ຜ່ານ​ມາ ສົ່ງ​ຜົນ​ໃຫ້​ນັກຮຽນ​ບໍ່​ມີ​ສະຖານ​ທີ່​ຮ່ຳຮຽນ ແລະ ຈຳ​ເປັນ ຕ້ອງ​ໄດ້​ສ້າງ​ໃໝ່. ດ້ວຍ​ຄວາມ​ຮັບຜິດຊອບ ​ແລະ ເຫັນ​ໄດ້​ຄວາມ​ສຳຄັນ​ຈຳ​ເປັນ​ຂອງ​ການ​ສຶກສາ​ ບໍລິສັດ ສະຕາຣ​ ໂທລະ​ຄົມ ຈຶ່ງ​ໄດ້​​ປະກອບ​ທຶນຮອນ​ຊ່ວຍ​​ບັນ​ເທົາ​ທຸກ​ດັ່ງກ່າວ. ​ໃນ​ໂອກາດ​ນີ້, ທ່ານ ບຸນ​ທັນ ວັນນະ​ໃຈຕາງໜ້າ​ອຳນາດ​ການ​ປົກຄອງ​ແຂວງ ໄດ້​ມີ​ຄຳ​ເຫັນສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ສູງ​ຕໍ່ຄະນະ​ບໍລິຫານງານ ​ແລະ ພະນັກງານ​ບໍລິ ສັດຢູ ນີ​ເທວ ທີ່​ໄດ້​ມີນ້ຳ​ໃຈ​ປະກອບ ສ່ວນຊ່ວຍ​ເຫລືອ​ດັ່ງກ່າວ ແລະ ຢືນຢັນ​ວ່າ: ຈະ​ນຳ​ໃຊ້​ເງິນ​ຈຳ ນວນ​ນີ້​ເຂົ້າ​ໃນ​ການ​ຟື້ນຟູ​ການ​ສຶກສາ​ຢູ່ເຂດ​ປະສົບ​ໄພ​ໃຫ້​ດີຂຶ້ນ​ໂດຍ​ໄວ.

No comments:

Post a Comment