Ad

Ad

20 September 2013

ບໍ່ຄຳ-ທອງເຊໂປນຈັດພິທີຖະແຫລງຂ່າວກຽມສະເຫຼີມສະຫຼອງຜົນສຳເລັດຄົບຮອບ 10 ປີ



          ວັນທີ 19 ກັນຍານີ້, ບໍລິລັດ MMG ລ້ານຊ້າງມີເນໂຣນລິມິເຕັດ (ບໍລິລັດ ຂຸດຄົ້ນຄຳ-ທອງເຊໂປນ) ໄດ້ຈັດພິທີຖະແຫຼງຂ່າວ ເພື່ອກະກຽມສະເຫຼີມສະຫຼອງຜົນ ສຳເລັດຂອງຕົນຄົບຮອບ 10 ປິ ຢູຮ້ານອາຫານຄົວລາວ ນະຄອນຫຼວງວຽງຈັນ ໂດຍ ການເຂົ້າຮ່ວມຂອງທ່ານ ໂລບິນ ຮາມິນ ຕັນໂຄດ ຜູ້ຈັດການພົວພັນພາຍນອກຂອງ ບໍລິສັດ MMG, ທ່ານ ຈັນທອນ ນະວະລັດ ຫົວໜ້າພົວພັນລັດຖະບານພ້ອມດ້ວຍ ໜ່ວຍງານຕ່າງຂອງ MMG ແລະ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ.
        ທ່ານ ໂລບິນຮາ ມິນຕັນໂຄດ ຖະແຫຼ່ງວ່າ: ມື້ນີ້ຖືເປັນມື້ສຳຄັນ ເປັນຂີດໝາຍ ສຳຄັນເພື່ອກຽມການສະເຫຼີມສະຫຼອງ ວັນຄົບຮອບ 10 ປີຂອງການຂຸດຄົ້ນບໍ່ໍຄຳເຊ ໂປນ ແລະ ໃນໄລຍະ 10 ຜ່ານມາ, ບໍລິລັດ MMG ສາມາດຜະລິດທອງໄດ້ຫຼາຍ ກວ່າ 550.000 ໂຕນ ແລະ  ຄຳ 1,25 ລ້ານອອນ ພ້ອມໄດ້ປະກອບສ່ວນສົ່ງເສີມການພັດທະນາຢູ່ລາວຫຼາຍກວ່າ 1 ຕື້ໂດລາສະຫາລັດໂດຍຜ່ານການຈ່າຍພັນທະຕ່າງໆ ບໍໍ່ວ່າຈະເປັນຄ່າພາສີຊັບພະຍາກອນແຮ່ທາດ, ເງິນປັນຜົນ ແລະ ພາສີຕ່າງໆທີ່ໄດ້ ເຮັດສັນຍາ ແລະ ພັນທະກັບສປປ ລາວ
ແລະ ບໍລິສັດ MMG ຂອງພວກເຮົາແມ່ນຂຸດຄົ້ນແຮ່ເພື່ອຄວາມກ້າວໜ້າ, ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ເທື່ອລະກ້າວ. ແຕ່ລະປີ, ບໍລິສັດ ໄດ້ມອບເງິນໃຫ້ກອງທຶນພັດທະນາທ້ອງຖິ່ນປີລະ 5 ແສນໂດລາສະຫະລັດ ແລະ ນັບແຕ່ປີ 2008 ເປັນຕົ້ນມາ, ບໍລິ ສັດໄດ້ລົງທຶນ 8 ລ້ານ ໂດລາສະຫະລັດໃນການສ້າງສາພັດທະ ນາ ເມືອງວິລະບູລີ ແຂວງສະຫວັນນະ ເຂດ ເປັນຕົ້ນການພັດທະນາ ພື້ນຖານໂຄງລ່າງ, ສາທາລະນະສຸກ, ການສຶກສາ ແລະ ຂະແໜງຕ່າງໆທີ່ເປັນຜົນໂຫຍດຕໍ່ປະຊາ ຊົນ ແລະ ສິ່ງສຳຄັນທີ່ສຸດທີສຸດ ແມ່ນຄວາມຍືນຍົງ, ບໍລິສັດໄດ້ສ້າງບຸກຄະລາກອນ ຂອງລາວຫຼາຍພັນຄົນ ເພື່ອໃຫ້ເຂົາເຈົ້າ ເຫຼົ່ານັ້ນໄດ້ຮຽນຮູ້ວິຊາຊີບຕ່າງໆທີ່ສຳຄັນຕໍ່ອຸດສາຫະກຳບໍ່ແຮ່ ແລະ ບຸກຄະລາກອນທີ່ ສ້າງຂຶ້ນມາແຕ່ລະປີນັ້ນຈະຊ່ວຍໃຫ້ປະ ເທດລາວ ມີການພັດທະນາຂຶ້ນ ເລື້ອຍໆ. ໃນປີຜ່ານມາ, ທາງບໍລິສັດໄດ້ເລັ່ງໃຫ້ພະນັກງານຂອງລາວກ້າວຂຶ້ນມາສູ່ຕຳແໜ່ງອັນ ສຳຄັນຫລາຍຢ່າງ ແລະ ໃນໂອກາດນີ້, ທ່ານໄດ້ສະແດງຄວາມຮູ້ບຸນຄຸນມາຍັງພະ ນັກງານລາວທີ່ໄດ້ສຸມເຫື່ອແຮງ ແລະ ຈິດໃຈ ໃນການສ້າງສາພັດທະນາບໍ່ຄຳເຊໂປນ ແລະ ເຮັດໃຫ້ບໍ່ຄຳເຊໂປນປະສົບຜົນສ ຳເລັດໃນຕະຫລອດໄລຍະ 10 ປີຜ່ານມາຢ່າງມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງການປະກອບສ່ວນສ້າງສາພັດທະ ນາບຸກຄະລາກອນ ແລະ ປະເທດລາວໃຫ້ ກ້າວໜ້າຂະຫຍາຍຕົວຂຶ້ນເລື້ອຍໆ.

No comments:

Post a Comment