Ad

Ad

20 September 2013

ອັດຕະປື ແລະ ເຊກອງ ໄດ້ຮັບຜົນກະທົບສ່ວນຫນຶ່ງຈາກພາຍຸດີເປຣຊັນ



            ພາຍຫລັງໄດ້ຮັບຜົນສະ ທ້ອນຈາກພາຍຸດີເປຣຊັນ ແຕ່ວັນ ທີ 17 ເດືອນນີ້ ເປັນຕົ້ນມາ, ສົ່ງຜົນເຮັດໃຫ້ 2 ແຂວງ ທາງພາກ ໃຕ້ລາວຄືແຂວງອັດຕະປື ແລະ ແຂວງເຊກອງ ປະສົບສະຖານະການນ້ຳຖ້ວມຈຳນວນໜຶ່ງ, ແຕ່ກໍບໍ່ຮ້າຍແຮງດັ່ງປີ 2009. ແນວໃດກໍດີເຖິງວ່າລະດັບນ້ຳເຊກອງທີ່ຜ່ານ 2 ແຂວງດັ່ງກ່າວມີປະລິມານ ຫລຸດລົງ, ແຕ່ການນຳ 2 ແຂວງກໍໄດ້ກຽມພ້ອມຊ່ວຍເຫລືອຜູ້ ປະສົບໄພໄວ້ ແລ້ວ.         
        ທ່ານ ຂັນຕີ ສີລະວົງສາ ເຈົ້າເມືອງກະລຶມ ແຂວງເຊກອງລາຍງານຕໍ່ຜູ້ສື່ຂ່າວ ໜັງສືພິມປະເທດລາວ ໃນແລງວານນີ້ວ່າ: ພາຍຫລັງໄດ້ຮັບຜົນກະທົບຈາກພາຍຸ ດີເປຣສຊັນ ພັດຜ່ານເປັນເວລາ 2 ມື້ຄືວັນທີ 17-18 ກັນຍານີ້ ສົ່ງຜົນເຮັດໃຫ້ລະດັບນ້ຳຍຶ່ງຂຶ້ນ ແລະ ໄຫລເຂົ້າຖ້ວມບາງບ້ານ ເຂດຕ່ຳທີ່ຢູ່ລຽບນ້ຳລວມທັງເນື້ອທີ່ການຜະລິດ, ເຮືອຂອງປະຊາຊົນຈຳນວນໜຶ່ງຖືກ ຖ້ວມ ແລະ ກະແສນ້ຳພັດໄຫລແຕ່ບໍ່ເຖິງ ຂັ້ນເສຍຫາຍຮ້າຍແຮງຊຶ່ງມາຮອດວານນີ້, ລະດັບນ້ຳໄດ້ຫລຸດພົ້ນຂີດອັນຕະລາຍ ແລ້ວ, ແຕ່ກໍຕ້ອງໄດ້ເຝົ້າລະວັງຕະຫລອດ 24
ຊົ່ວໂມງເພື່ອກຽມພ້ອມຮັບມືກັບສະຖານະການຖ້າຝົນຍັງສືບຕໍ່ຕົກ. ສ່ວນຢູ່ເທສະບານແຂວງເຊກອງບໍ່ໄດ້ຮັບຜົນກະທົບ ຈາກລະດັບນ້ຳເຊກອງທີ່ຍຶ່ງຂຶ້ນ, ແຕ່ກໍມີບາງຈຸດຖືກນ້ຳຖ້ວມບໍ່ເຖິງຂັ້ນເສຍຫາຍປະການໃດ.                
          ຜູ້ສື່ຂ່າວແຂວງອັດຕະປື ກໍໄດ້ລາຍງານວ່າ:ເຖິງວ່າລະດັບ ນ້ຳເຊກອງໄດ້ຫລຸດລົງແລ້ວກໍຕາມ, ແຕ່ການນຳແຂວງຕົນ ກໍໄດ້ກຽມກຳລັງພົນ ແລະ ພາຫະນະເພື່ອຊ່ວຍເຫລືອໃນກໍລະນີເກີດນ້ຳຖ້ວມກະທັນຫັນ. ວານນີ້, ສາຍໄຟຟ້າທີ່ເນັ່ງແຕ່ເທສະ ບານ ແຂວງໄປຫາເມືອງພູວົງບໍ່ມີສົ່ງຜົນເຮັດໃຫ້ປະຊາຊົນບ້ານເຊຂະໝານເມືອງສາມັກຄີໄຊ ແລະ ເມືອງພູວົງຂາດໄຟຟ້າໃຊ້, ຂະນະທີ່ 4 ບ້ານ ທີ່ຢູ່ເຂດຕ່ຳ ແລະ ລຽບນ້ຳຄືບ້ານເຊຂະໝານ, ບ້ານບຸ່ງໄຊ, ບ້ານເຊກອງ ແລະ ບ້ານ ຫລັກ 3  ຖືກນ້ຳໄຫລ ເຂົ້າຖ້ວມແຕ່ບໍ່ຮ້າຍແຮງດ່ັງປີ 2009 ຜ່ານມາ.

No comments:

Post a Comment