Ad

Ad

20 September 2013

ທາງແຍກຫລາຍຈຸດຢູ່ນະຄອນຫລວງວຽງຈັນບໍ່ມີໄຟອຳນາດສ່ົງຜົນໃຫ້ມັກເກີດອຸປະຕິເຫດ



       ປັດຈຸບັນ, ເສັ້ນທາງຫລາຍສາຍໃນຕົວເມືອງ ແລະ ເຂດຊານເມືອງຂອງ​ນະຄອນຫລວງວຽງ​ຈັນ ໄດ້ຮັບການປັບປຸງກໍ່ ສ້າງຕັດຜ່ານເຊື່ອມຕໍ່ກັນເພື່ອອຳນວຍຄວາມສະດວກໃຫ້ແກ່ການຄົມມະນາຄົມ ​ແລະ ເຮັດໃຫ້​ເກີດ​ມີ​ຫລາຍທາງຄົບສາມແຍກ ແລະ ສີ່ແຍກ, ໃນນີ້ເຫັນວ່າບາງ​ຈຸດ​ຍັງບໍ່ໄດ້ມີການຕິດຕັ້ງໄຟອຳນາດເພື່ອຄວບຄຸມການສັນຈອນ ຈຶ່ງສົ່ງຜົນເຮັດໃຫ້ການສັນ ຈອນມີຄວາມສັບສົນຂາດຄວາມເປັນລະບຽບ ແລະ ມັກເກີດອຸປະຕິເຫດ ໂດຍສະເພາະສີ່ແຍກທາງ 450 ປີ-ນາ ຄວາຍ ເມືອງໄຊເສດຖາ. ນັບ​ແຕ່ເສັ້ນທາງດັ່ງກ່າວສ້າງສຳເລັດມາ​ໃນປີ 2010 ກໍປາກົດວ່າມີລົດແລ່ນຜ່ານເປັນຈຳນວນຫລາຍໃນແຕ່ ລະມື້ໂດຍສ່ວນຫລາຍແມ່ນລົດບັນທຸກໜັກ ເຊັ່ນ:ລົດແກ່ດິນ, ລົດຂົນສົ່ງສິນຄ້າຕ່າງໆທີ່ແລ່ນໄວ.
        ຂະນະທີ່ເສັ້ນທາງດັ່ງກ່າວກໍຍັງຂາດການຄວບຄຸມ ແລະ ອຳນວຍຄວາມສະດວກຕໍ່ການສັນຈອນ ເຊັ່ນ: ບໍ່ມີປ້ອມຍາມ ຂອງເຈົ້າໜ້າທີ່ຈະລາຈອນປະຈຳເສັ້ນທາງ, ບໍ່ມີການຕິດຕັ້ງໄຟອຳນາດຕາມສາມແຍກ-ສີ່ແຍກ, ໄຟເຍືອງທາງຫລາຍຍ່ານບໍ່ຮຸ່ງ ໃນຍາມຄ່ຳຄືນ ແລະ ອື່ນໆ. ຈາກສະພາບດັ່ງກ່າວຈຶ່ງມັກມີອຸປະຕິເຫດເກີດຂຶ້ນເລື້ອຍໆ ແລະ ມີຜູ້ເສຍຊີວິດຫລາຍລາຍມາ ແລ້ວຈົນປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງເອີ້ນສີ່ແຍກດັ່ງກ່າວວ່າເປັນສີ່ແຍກມໍລະນະຍ້ອນວ່າເກີດອຸປະຕິເຫດຄັ້ງໃດແມ່ນມີຜູ້ ເສຍຊີວິດທັນທີຄືດັ່ງທີ່ເຄີຍມີຂ່າວອອກຜ່ານສື່ຕ່າງໆໃນໄລຍະຜ່ານມາ.

No comments:

Post a Comment