Ad

Ad

20 September 2013

ເປີດ​ບໍລິສັດ ​ເຄ​​ເບິນທີ​ວີ CTH​​-SSN ​ ທີ່​ໄດ້​ຮັບ​ລິ​ຂະ​ສິດ​ຖ່າຍ​ທອດ​ສົດການ​ແຂ່ງຂັນ​ບານ​ເຕະ​ພຣີ​ເມຍ​ລີກ​ອັງກິດ



      ​ໃນ​ຕອນ​ແລງ​ວັນ​ທີ 19 ກັນຍານີ້, ຢູ່​​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນຫລວງ​ວຽງ​ຈັນ​ ​ໄດ້​ມີ​ພິທີ​ເປີດ​ບໍລິສັດເຄ​ເບິນທີ​ວີ CTH​​- SSN ປະ​ເທດ​ລາວ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ສະຫວັນຄອນ ຣາຊມົນຕຣີ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ຖະ​ແຫ​ລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ມີ​ບັນດາ​ຂາ​ຫຸ້ນ ​ແລະ ຜູ້ອຳນວຍ ການ​ສື່​ຕ່າງໆ ​ແລະ ສື່​ມວນ​ຊົນ​ເຂົາຮ່ວມ.​ຜູ້ຕາງ ຫນ້າ​ບໍລິສັດ CTH ປະ​ເທດ​ໄທ ກ່າວ​ວ່າ: ບໍລິສັດ CTH  ສ້າງຕັ້ງຂຶ້ນໂດຍ​ທຶນ​ຈົດ​ທະບຽນ 1 ພັນ​ລ້ານ​ບາດ   ( ສະກຸນ​ເງິນ​ໄທ ) ​​ເປັນ​ຜູ້​ໃຫ້​ບໍລິການ​ໂທລະພາບ​ໃຊ້​ສາຍ ຫລື  ( Cable TV ) ໃນ​ລະບົບດີ​ຈີ​ຕອນ​ທີ່​ທັນ​ສະ​ໄຫມ ​ໃຫ້​ບໍລິການ​ທັງ​ລະບົບ​ສາຍ​ເຄ​ເບິນ​ຜ່ານ​ໂຄງ​ຂ່າຍ​ສາຍ​ໃຍ​ແກ້ວ ( Fiber oftic cable network )  ລະບົບ​ຈານ​ດາວ​ທຽມ ​ແລະ ລະບົບ​ອິນ​​ເຕີ​ເນັດ ( Internet ) ມີ​ສັນຍານ​ຄວບ​ຄຸມ​ທົ່ວ​ປະ​ເທດ​ໄທ.ປັດຈຸບັນ​ບໍລິສັດ ​ໄດ້​ໃຫ້​ບໍລິ ການ​ລາຍການ​ທີ່​ເປັນ​ຂ່າວສານ, ສາລະ,ຄວາມ​ຮູ້,ຄວາມ​ບັນ​ເທີ​ງ ​ຫລາຍ​ຮູບແບບໃນ​ລະບົບ​ພາບ​ທີ່​ມີ​ຄວາມ​​ແຈ້ງ​ທີ່ສຸດ ( High Definition ​- HD ) ​ເຊິ່ງສ້າງ​ຄວາມ​ແຕກ​ຕ່າງ​ໃນ​ການ​ຮັບຊົມ​ໂທລະພາບ​ທີ່​ຫນ້າ​ຕື່ນ​ຕາ​ຕື່ນ​ໃຈ​ໃຫ້​​ລູກ​ຄ້າ​ທີ່​ເປັນ​ສະມາຊິກ ​ແລະ ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ດີ​ຢູ່​ຫລາຍ​ປະ​ເທດ​ໃນ​ປັດຈຸບັນ.

             ນອກຈາກ​ລາຍການ​ທີ່​ມີ​ ຄຸນ​ນະພາ​ບດັ່ງກ່າວ​ແລ້ວ,CTH  ຍັງ​ເປັນ​ຜູ້​ໄດ້​ຮັບ​ສິດ​ໃນ​ການ​ເຜີຍ​ແຜ່​ສັນຍານ​ການຖ່າຍ​ທອດ​ສົດ​ການ​ແຂ່ງຂັນ​ເຕະບານພຣີ​ເມຍ​ລີກ ອັງກິດ ( Barclays Premier League )  ຈາກ​ປະ​ເທດ​ອັງກິດ ຕະຫລອດ 3 ລະດູ​ການ ນັບ​ແຕ່​ລະດູ​ການ 2013-2016 ​ໂດຍ​ລູກ​ຄ້າ​ສະມາຊິກ​ສາມາດ​ຮັບ​ຊົມ​ການ ຖ່າຍ​ທອດ​ສົດ​ໄດ້​ທຸກ​ຄູ່​ການ​ແຂ່ງ ຂັນ ​ເຊິ່ງສິດ​ການ​ເຜີຍ​ແຜ່​ສັນຍານ​ການຖ່າຍ​ສົດຜ່ານ​ທາງ  CTH  ​ໄດ້​ຮັບ​ດັ່ງກ່າວ​ຄວບຄຸມ​ທົ່ວ​ປະ​ເທດ​ໄທ, ລາວ ​ແລະ ກຳປູ​​ເຈຍ.
            CTH ​ເຫັນ​ວ່າ:ສປປ ລາວ ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ຄວາມ​ຜູກ​ພັນ​ຢ່າງ​ແໜ້ນ​ແຟ້ນ​​ທຸກໆ​ດ້ານ ​ແລະ ທຸກ​ລະດັບ,ມີ​ການຈະ​ເລີ​ນ​​ເຕີບ​ໃຫຍ່​ທາງ​ທຸລະ​ກິດ,ມີ​ຄວາມ​ສະຫງົບ​ຫມັ້ນຄົງ​ທາງ​ການ​ເມືອງ​ປົກຄອງ,ປະຊາ ຊົນ​ມີ​ຄວາມ​ເປັນ​ມິດ​ໄມຕີ ປະ ກອບກັບ​ທັງ​ລາວ ​ແລະ ​ໄທ​ ຈະ​ເຂົ້າສູ່ປະຊາ​ຄົມ​​ເສດຖະກິດອາ​ຊຽນ ( AEC ) ​ໃນ​ອີກ 3 ປີຂ້າງ​ຫນ້ານີ້ ອັນ​ຈະ​ນຳ​ມາ​ເຊິ່ງຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ​ໂອກາດ​ທາງ​ການ​ຄ້າ​ທົ່ວ​ພາກພື້ນອາ​ຊຽນ ​ເຊິ່ງ​ 1 ​ໃນ​ນະ​ໂຍບາຍ​ຂອງ CTH  ຄື​ການ​ຂະຫຍາຍ​ການ​ໃຫ້​ບໍລການ​ສູ່​ປະ​ເທ​ດລາວ ​ເພື່ອ​ເປັນ​ສ່ວນ​ຫນຶ່ງ​ໃນ​ການ​ຍົກ​ລະດັບ​ໃຫ້ການ​ບໍລິ​ການ​ໂທລະພາບ​ໃຊ້​ສາຍ​ເຄ​ເບິນ ​ແລະ ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ ຕະຫລອດ​ຈົນ​ບໍລິການ​ອື່ນໆ​ທີ່​ກ່ຽວຂ້ອງ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ລະດັບ​ສູງ​ເຊັ່ນ​ດຽວ​ກັນ​ກັບ​ຢູ່​ປະ​ເທດ​ໄທ.
       CTH  ຈຶ່ງ​ໄດ້​ສ້າງຕັ້ງ ບໍລິສັດ ຊີ​ທີ​ເອສ-​ເອັສ​ເອັສ​ເອັນ ​ເທ​ເລ​ວີ​ຊັນ ( ສປປ ລາວ ) ຫລື CTH-SSN Television ( Lao PDR ) ​ໂດຍ​ຮ່ວມ​ກັບ​ບໍລິສັດ ​ເຊົາ​ສະຕາ​ເນັດ​ເວີກ ຈຳກັດ ​ແລະ ບໍລິສັດ ທີ​ເຄ ຈຳກັດ ໂດຍ​ທຶນ​ຈົດ​ທະບຽນ 100 ລ້ານບາດ ​ເພື່ອ​ໃຫ້​ບໍລິການ​ໂທລະ ພາບ​ໃຊ້​ສາຍ​ເຄ​ເບິນ​ຢູ່ ສປປ ລາວ ນັບ​​ແຕ່​ມື້ນີ້​ເປັນຕົ້ນ​ໄປ, ປະຊາຊົນ​ລາວ​ທຸກ​ຄອບຄົວ​ສາມາດ​ຮັບ​ຊົມ​ໂທລະພາບ​ທີ່​ມີ​ຄວາມ​ແຈ້ງ​ທີ່ສຸດ ( HD ) ທັງ​ລາຍການ​ລະຄອນ, ​ເພງ, ຮູບ​ເງົາ, ສາລະ​ດີ, ຂ່າວ, ການທ່ອງ ທ່ຽວ, ອາຫານ, ລາຍການ​ເດັກ ​ແລະ ອື່ນໆຈາກ​ປະ​ເທດ​ໄທ ລວມທັງ​ຊ່ອງ​ຂ່າວ ທຊລ 1 ຂອງ​ລາວ  ​ແລະ ​ແນ່ນອນ​ທີ​່ສຸດ​ຂາດ​ບໍ່​ໄດ້​ຄື​ການ​ຮ່ວມ​ຮັບ​ຊົມ​ຮັບ​ເຊຍ​ທີ່​ທ່ານມັກ ​ເຊັ່ນ: ​ແມນ​ເຊ​ສ​ເຕີ ຢູ​ໄນ​ເຕັດ, ລີ​ເວີ​ພູລ, ​ເຊ​ວຊີ, ອາ​ເຊ​ນອລ ​ແລະ ອື່ນໆ ພ້ອມ​ກັນ​ຈາກ​ປະ​ເທດ​ອັງກິດ​ຜ່ານ​ການ​ໃຫ້​ບໍລິການ​ຂອງ​ບໍລິສັດ CTH-SSN Television ( Lao PDR ) ​ເຊິ່ງ​ເປັນ​ບໍລິສັດ ທີ່​ໄດ້​ຮັບ​ສິດ​ໃນ​ການຖ່າຍ​ທອດ​ສົດ​ຢ່າງ​ເປັນ​ທາງ​ການ ​ແລະ ຖືກຕ້ອງ​ຕາມ​ກົດຫມາຍ​ໃນ ສປປ ລາວ ​ແຕ່​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ.
          CTH  ​ເຊື່ອ​ຫມັ້ນວ່າ : ການ​ເປີດ​ໃຫ້​ບໍລິການ​ໃນ​ນາມ​ບໍລິສັດ CTH-SSN Television ( Lao PDR ) ຈະ​ເປັນ​ການ​ເປີດ​ມິ​ຕິ​ໃຫມ່​ໃນ​ການ​ຮັບ​ຊົມ​ໂທລະພາບ ​ລວມ ທັງ​ນຳ​ມາ​ເຊິ່ງການ​ເຜີຍ​ແຜ່​ລາຍ ການ​ທີ່​ເປັນ​ຂ່າວສານ, ມີ​ສາລະ, ຄວາມ​ຮູ້, ຄວາມ​ບັນ​ເທີ​ງ ອັນ​ຈະ​ສ້າງສັນ ​ແລະ ​​ເປັນ​ສ່ວນ​ຫນຶ່ງ​ໃນ​ການ​ສ້າງ​ຄວາມ​ຈະ​ເລີ​ນ​ເຕີບ​ໃຫຍ່​ທາງ​ເສດຖະກິດ,ການ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ  ການຮ່ວມ​ມື​ອັນ​ແຫນ້ນ​ແຟ້ນຍິ່ງ​ຂຶ້ນ​ໄປ​​ໃນ​ອະນາຄົດ.

No comments:

Post a Comment