Ad

Ad

20 September 2013

ເກີດ​ເຫດ​ຍິງ​ກັນເສຍ​ຊີວິດ 1 ຄົນ ຢູ່​ຮ້ານ​ອາ​ຫານ​ຊ້າງ​ຄຳ



              ​ເພື່ອນ​ພະນັກງານ​ປ້ອງ​ກັນ​ຢູ່​ຮ້ານ​ອາຫານ​ຊ້າງ​ຄຳ ບ້ານ​ພະ​ຂາວ ​ເມືອງ​ໄຊ​ທານີ ນະຄອນ ຫລວງ​ວຽງ​ຈັນ ຕ່າງ​ກໍ​ມາ​ຊ່ວຍ​ໂຈມ​ເອົາ​ຮ່າງ​ທ້າວ ສະຫວັນ​ໄຊ ອາຍຸ 37 ປີ ພະນັກງານ​ປ້ອງ​ກັນ​ຢູ່​ຮ້ານ​ອາຫານ​ດັ່ງກ່າວ​ພະຍາຍາມ​ນຳ​ສົ່ງ​ໂຮງໝໍ, ​ແຕ່​ບໍ່​ທັນ​ຫວິດ​ອອກ​ຈາກ​ຮ້ານ​ຜູ້ກ່ຽວ​ກໍ​ໃຈ​ຂາດ ພາຍຫລັງ​ຖືກ​ໜຸ່ມ​ອາລົມ​ເດືອດ​ຄົນ​ໜຶ່ງ​ໃຊ້​ປືນ​ຍິງ​ໃສ່​ຜູ້ກ່ຽວ​ຢ່າງ​ປະຊັນ​ຊິດ​ຫລາຍ​ນັດ.
           ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ໄຊ​ ທານີ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ເວລາ 2 ​ໂມງ​ເຊົ້າ ຂອງ​ວັນ​ທີ 20 ກັນຍາ​ນີ້, ​ເຈົ້າໜ້າ​ທີ່​ຕົນ​ໄດ້​ຮັບ​ແຈ້ງວ່າມີ​ເຫດການ​ຍິງ​ກັນ​ຢູ່​ຮ້ານ​ອາຫານ​ຊ້າງ​ຄຳ, ພາຍຫລັງ​ໄດ້​ຮັບ​ແຈ້ງ​ຄວາມ ທາງ​ເຈົ້າໜ້າ​ທີ່​ສືບສວນ- ສອບ​ສວນ ປກສ ​ເມືອງ ​ຈຶ່ງ​ໄດ້​ປະສານ​ສົມທົບ​ກັບ​ເຈົ້າໜ້າ​ທີ່​ພະ​ແນ​ກສືບ ສວນ​ຫ້ອງ​ຕຳຫລວດ ປກສ ນະ ຄອນຫລວງ​ວຽງ​ຈັນ ​ໄດ້​ຮີບ​ຮ້ອນ​ລົງ​ສະຖານ​ທີ່​ເກີດ​ເຫດ ​ແລະ ພົບ​ຜູ້​ເສຍ​ຊີວິດ 1 ຄົນ ຄື​ທ້າວ ສະ ຫວັນ​ໄຊ ອາຍຸ 37 ປີ ຢູ່​ບ້ານ​ຊ້າງ​ຄູ້ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ຜູ້ກ່ຽວ​ເປັນ​ພະນັກງານ​ຫົວໜ້າ​ປ້ອງ​ກັນ​ຂອງ​ຮ້ານ​ອາ ຫານ​ດັ່ງກ່າວ.ຈາກ​ນັ້ນ,​ເຈົ້າໜ້າ​ທີ່​ຈຶ່ງ​ໄດ້​ສອບ​ປາກຄຳ​ຈາກ​ຜູ້​ເຫັນ​ເຫດການ​ຮູ້​ວ່າ: ຜູ້​ລົງມື​ຍິງ​ແມ່ນ​ທ້າວ ຕ໋ອບບີ ອາຍຸ 28 ປີ ຢູ່​ບ້ານ​ພະ​ຂາວ ​ເມືອງ​ໄຊ​ທານີ ນະຄອນ ຫລວງ​
ວຽງ​ຈັນ ​ເຊິ່ງກ່ອນ​ເກີດ​ເຫດ​ເວລາ​ປະມານ 24 ​ໂມງ ຂອງ​ວັນ​ທີ 19 ກັນຍາ​ນີ້,ທ້າວ ຕ໋ອບບີ ພ້ອມ​ກັບ​ໝູ່ 1 ຄົນ ​ໄດ້​ພາກັນ​ເຂົ້າ​ໄປ​ດື່ມກິນ​ຢູ່​ຮ້ານ​ອາຫານ​ດັ່ງ ກ່າວ,ພາຍຫລັງ​ໄປ​ຮອດ​ກໍ​ໄດ້​ເຂົ້າ​ໄປ​ໃນ​ຮ້ານຈົນ​ຮອດ​ເວລາ 1 ​ໂມງ​ເຊົ້າຂອງ​ວັນ​ທີ 20 ກັນຍາ ຜູ້ກ່ຽວ​ກໍ​ໄດ້​ຜິດ​ຖຽງ​ກັບ​ລູກ​ຄ້າ​ທີ່​ນັ່ງ​ຢູ່​ໂຕະ​ໃກ້​ກັນ.ຈາກ​ນັ້ນທ້າວ ສະ ຫວັນ​ໄຊ ທີ່​ເປັນ​ຫົວໜ້າ​ປ້ອງ​ກັນ​ຢູ່​ຮ້ານ​ອາຫານ ຈຶ່ງ​ໄດ້​ໄປ​ຫ້າມ​ແລ້ວ​ແຍກ​ກັນ​ອອກ ​ເຊິ່ງ​ເຮັດ​ໃຫ້​ທ້າວ ຕ໋ອບບີ ​ເກີດ​ຄວາມ​ບໍ່ພໍ​ໃຈ ​ແລະ ມີ​ການ​ທ້າ​ທາຍ ​ແລ້ວ​ໄດ້​ຂີ່​ລົດຈັກ​ຊ້ອນ​ກັບ​ໝູ່​ທີ່​ມາ​ນຳ​ອອກ​ຈາກ​ຮ້ານ​ອາຫານ​ໄປ​ປະມານ 10 ນາທີ ຈຶ່ງ​ກັບ​ເຂົ້າມາ​ຮ້ານ​ອາ ຫານຄືນ ​ແລະ ​ໃຊ້​ປືນສັ້ນຍິງ​ໃສ່​ໜ້າ​ເອິກ​ຂອງ​ທ້າວ ສະຫວັນ​ໄຊ 3 ນັດ ຈົນ​ເຮັດ​ໃຫ້​ລົ້ມລົງ​ຄາ​ທີ່.ຈາກ​ນັ້ນ,ພະນັກງານ​ຫລາຍ​ຄົນ​ໄດ້​ແລ່ນ​ເຂົ້າ​ໄປ​ຍາດ​ປືນ​ນຳ​ທ້າວ ຕ໋ອບບີ ​ແລະ ມີ​ການ​ຕໍ່ສູ້​ກັນ ກ່ອນ​ທ້າວ ຕ໋ອບບີ ຈະ​ຍິງ​ປືນ​ຂຶ້ນຟ້າ 1 ນັດ ​ແລະ ​ເຮັດ​ປືນ​ຫລຸດ​ມື. ຈາກ​ນັ້ນຈຶ່ງ​ໄດ້​ຫລົບໜີໄປ.ປັດຈຸບັນ ທາງເຈົ້າໜ້າທີ່ເລັ່ງຕິດຕາມຈັບ ຜູ້ ກ່ຽວມາດຳເນີນຄະດີຕາມລະ ບຽບກົດໝາຍ.

No comments:

Post a Comment