Ad

Ad

23 September 2013

ກົມວັດທະນະທຳມະຫາຊົນມອບເຄື່ອງດົນຕີພື້ນເມືອງໃຫ້ແຂວງຜົ້ງສາລີ



  ກົມວັດທະນະທຳມະຫາຊົນກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ມອບເຄື່ອງດົນຕີພື້ນເມືອງ ໃຫ້ແຂວງຜົ້ງສາລີໃນວັນທີ 20 ກັນຍາ 2013 ທີ່ກະຊວງດັ່ງກ່າວມອບໂດຍທ່ານ ສີແພງ ວົງປັນຍາ ຫົວໜ້າກົມວັດທະນະ ທຳ ມະຫາຊົນກະຊວງ ຖວທ ແລະ ຮັບໂດຍ ທ່ານ ຄຳພອຍ ວັນນະສານ ຫົວໜ້າ ຫ້ອງວ່າການແຂວງຜົ້ງສາລີໂດຍມີທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນ ຕີວ່າການກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວພ້ອມດ້ວຍພາກ ສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
          ເຄື່ອງດົນຕີພື້ນເມືອງປະກອບມີ: ກອງຫາງ 10 ກອງມູນ ຄ່າ 6.600.000 ກີບ, ກອງ 2 ໜ້າ 5 ໜ່ວຍ ມູນຄ່າ 4.675.000 ກີບ ແລະ ແຄນເປົ້າ 5 ອັນ ມູນຄ່າ 475.000 ກີບ ລວມມູນຄ່າທັງໝົດ 10 ກວ່າລ້ານກີບ ເຄື່ອງດັ່ງກ່າວ ແມ່ນຈະໄດ້ນຳໄປມອບໃຫ້ແກ່ບ້ານວັດທະນະທຳຢູ່ແຂວງຜົ້ງສາລີເພື່ອໃຊ້ເຂົ້າວຽກງານວັດທະນະທຳ ແລະ ການຄົ້ນຄວ້າຮ່ຳ ຮຽນພ້ອມທັງຮັກສາວັດທະນະທຳດົນຕີພື້ນເມືອງຂອງລາວເຮົາ.

No comments:

Post a Comment