Ad

Ad

23 September 2013

ສະຖານທູດຈີນປະຈຳລາວຈັດງານລ້ຽງສະຫລອງວັນຊາດຄົບຮອບ 64 ປີ



        ໃນຕອນຄ່ຳວັນທີ 20 ກັນຍາ 2013 ຢູ່່ໂຮງແຮມ ລາວພລາຊາ, ທ່ານ ກວ່ນ ຮາວ ປິງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳລາວ ໄດ້ຈັດງານລ້ຽງສະເຫລີມ ສະຫລອງວັນຊາດ ສປ ຈີນ ຄົບຮອບ 64 ປີ, (1/10/1 949-1/10/2013) ໂດຍມີທ່ານ ທອງລຸນ ສີສຸລິດ  ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງ ປະເທດ ແຫ່ງ ສປປ.ລາວ, ມີບັນດາລັດຖະມົນຕີ, ທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວພ້ອມດ້ວຍແຂກທີ່ກ່ຽວ ຂ້ອງເຂົ້າຮ່ວມ.                  
           ທ່ານ ກ່ວນ ຮາວປິງ ໄດ້ມີ ຄຳເຫັນທີ່ສຳຄັນວ່າ:ພາຍຫລັງ ສປ ຈີນ ໄດ້ສ້າງ ຕັ້ງຂຶ້ນໂດຍສະເພາະນັບແຕ່ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໂດຍພາຍການ ຊີ້ນຳນຳພາຂອງພັກກອມມູນິດຈີນ, ຊິວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບ ປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ພັກ ແລະ ລັດຖະ ບານໄດ້ເອົາໃຈໃສ່ຊຸກຍູ້, ປັບປຸງພື້ນຖານໂຄງປະກອບເສດຖະກິດໄດ້ຮັບການພັດທະ ນາໃຫ້ມີຄຸນນະພາບ ແລະ ປະສິດທິຜົນ. ແຕ່ຕົ້ນປີນີ້ເສດຖະກິດຈີນໄດ້ຮັກສາຄວາມໝັ້ນຄົງ ແລະ ຈັງຫວະຂະຫຍາຍຕົວ, ຍອດມູນຄ່າ GDP ເພີ່ມຂຶ້ນ 7,6%  ໂດຍ
ສ້າງໂອກາດການຮ່ວມມື ແລະ ຊ່ອງທາງການພັດທະນາຫລາຍຂຶ້ນໃຫ້ແກ່ປະເທດ ລາວ ແລະ ປະເທດອື່ນໆໃນໂລກ, ສືບຕໍ່ປະ ກອບສ່ວນໃຫ້ແກ່ການເຕີບໃຫຍ່ຂອງເສດຖະກິດໂລກ. ຈີນ ແລະ ລາວເປັນບ້ານ ໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດມີພື້ນຖານອັນໜັກແໜ້ນໂດຍພາຍໃຕ້ຄວາມ ເອົາໃຈໃສ່ຂອງຜູ້ນຳສອງປະເທດ ແລະ ຄວາມພະຍາຍາມ ຂອງປະຊາຊົນສອງຊາດ, ສາຍພົວພັນທີ່ເປັນຄູ່ຮ່ວມຍຸດທະສາດຮອບ ດ້ານລາວ-ຈີນໄດ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງ. ໃນປີ 2010 ຍອດມູນຄ່າການຄ້າສອງຝ່າຍຈີນ-ລາວໄດ້ບັນລຸເຖິງ 1 ຕື້ໂດລາສະຫະລັດ. ໃນປີ 2012 ຍອດມູນຄ່າບັນລຸ 1.728 ຕື້ໂດລາ ສະຫະລັດຊຶ່ງໄດ້ເພີ່ມຂຶ້ນ 26 ເທົ່າ, ແຕ່ເດືອນ 1-5 ປີ 2013 ໄດ້ບັນລຸເຖິງ 794 ລ້ານໂດລາສະຫະລັດເພີ່ມຂຶ້ນ 7,3% ເມື່ອທຽບກັບ ໄລຍະດຽວກັນຂອງປີ 2012. ການລົງທຶນ ໂດຍກົງທີ່ເປັນປະເພດການເງິນຂອງຈີນໃນລາວ ໄດ້ບັນລຸ 339 ລ້ານໂດລາສະຫະລັດເພີ່ມຂຶ້ນ 199,4%. ປະເທດຈີນໄດ້ກາຍ ເປັນຄູ່ຮ່ວມການຄ້າໃຫຍ່ ອັນດັບ 2 ແລະ ເປັນປະເທດຕົ້ນຕໍ ທີ່ມາລົງທຶນຢູ່ລາວ.

No comments:

Post a Comment