Ad

Ad

23 September 2013

ສະພາການຄ້າລາວ-ໄທຫາລືການພົວພັນຮ່ວມມືສອງຝ່າຍ



           ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອ) ນຳໂດຍທ່ານ ສີສະຫວາດ ສິຣາ ວົງ ປະທານສະ ພາການ ຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ພົບ ປະກັບທ່ານ ອິດສຣະ ວ່ອງກຸສົນກິດ ປະທານຫໍການຄ້າໄທ ແລະ ສະພາຫໍການຄ້າ ແຫ່ງປະເທດໄທ ພ້ອມດ້ວຍຄະນະເພື່ອປຶກສາຫາລືການພົວພັນຮ່ວມມືສອງຝ່າຍ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ ພາກທຸລະກິດໂດຍສະເພາະແມ່ນການປັບ ປຸງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.                    
      ປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ໄດ້ ກ່າວວ່າ:ໃນ ການພົບປະຄັ້ງນີ້, ເປັນການເພີ່ມທະວີການຊຸກຍູ້ສົ່ງເສີມແກ່ນັກທຸລະກິດຂອງ ສອງປະເທດໄດ້ມີການພົບປະແລກປ່ຽນບົດຮຽນ ແລະ ເຮັດທຸລະກິດຮ່ວມກັນໃຫ້ນັບມື້ຫລາຍຂຶ້ນ, ມີການແລກປ່ຽນຂໍ້ມູນ ຂ່າວສານເສດຖະກິດ, ການຄ້າ, ການລົງທຶນ ແລະ ແລກປ່ຽນປະສົບການໃນການບໍລິຫານອົງການສະພາການຄ້າໃຫ້ນັບມື້ ຫລາຍຂຶ້ນ. ພ້ອມກັນນີ້ຍັງເປັນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນທັງເປັນການກຽມພ້ອມເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ໃນປີ 2015.     
           
         ພາຍຫລັງສຳເລັດການພົບປະແລ້ວ, ສອງຝ່າຍກໍໄດ້ລົງນາມໃນບົດບັນທຶກຮ່ວມກັນຊຶ່ງໄດ້ເຫັນດີເປັນເອກະພາບກັນ ທີ່ຈະສືບຕໍ່ຮ່ວມມືກັນທາງການຄ້າ, ການລົງທຶນໂດຍສະເພາະແມ່ນການຄ້າຂາຍຊາຍແດນ, ການລົງທຶນຢູ່ເຂດເສດຖະກິດ ພິເສດ; ຮ່ວມມືດ້ານການຂົນສົ່ງ, ສະໜັບສະໜູນການອຳນວຍຄວາມສະດວກໃນການຂົນສົ່ງຕາມເສັ້ນທາງຍຸດທະສາດຕ່າງໆ ເປັນຕົ້ນແລວທາງຕາເວັນອອກ-ຕາເວັນຕົກ;ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ; ສະໜັບສະໜູນໃຫ້ພາກລັດຂອງສອງປະເທດພັດທະນາພື້ນຖານໂຄງລ່າງ, ຖະໜົນຫົນທາງ ແລະ ອື່ນໆ.

No comments:

Post a Comment