Ad

Ad

23 September 2013

ເປີດລາຍການຂັບຂີ່ປອດໄພຂອງວິທະຍຸແຫ່ງຊາດ



      ດັ່ງໄດ້ຮັບຮູ້ນຳກັນແລ້ວ, ປັດຈຸບັນສະພາບລົດແອອັດ ຕາມທ້ອງຖະໜົນຫລວງໃນນະ ຄອນຫລວງວຽງຈັນ ແລະ ຕົວເມືອງໃຫຍ່ໆຂອງປະເທດ ເຮົາແມ່ນມີທ່າອ່ຽງເພີ່ມຂຶ້ນໃນ ແຕ່ລະປີເຊິ່ງທັງໝົດນັ້ນແມ່ນມີ ຫລາຍສາເຫດແຕ່ໂດຍລວມ ແລ້ວແມ່ນອາດມາຈາກ
      1. ສະພາບຍວດຍານພາ ຫະນະເພີ່ມຂຶ້ນ.
      2. ສະພາບການວາງແຜນຈັດສັນຕົວເມືອງບໍ່ທັນສອດ ຄ່ອງກັບທ່າອ່ຽງການພັດທະ ນາເປັນຕົ້ນແມ່ນທີ່ຕັ້ງສຳນັກງານອົງ ການ, ໂຮງແຮມ, ເຮືອນພັກ, ໂຮງມໍ, ໂຮງຮຽນ, ສູນການຄ້າ, ຕະຫລາດບໍລິສັດ​ຫ້າງ​ຮ້ານ​ຕ່າງໆບໍ່​ມີ​ສະຖານ​ທີ່​ຈອດ​ລົດ​ເອົາ​ຖະໜົນ​ເປັນ​ບ່ອນ​ຈອດ​ລົດເຮັດ​ໃຫ້​ທາງ​ກວ້າງ ​ກາຍ​ເປັນ​ທາງ​ແຄບ​​ແອ​ອັດ. ​ໃນ​ບາງ​ບ່ອນ​ທາງ​ຄົນ​ຍ່າງ​ກາຍ​ເປັນ​ບ່ອນ​ຈອດ​ລົດ ​ເຮັດ​ໃຫ້​ຄົນ​ທຽວ​ທາງ​ບໍ່​ມີ​ທາງ​ຍ່າງ​ ອັນ​ໄດ້​ສ້າງ​ຄວາມ​ສັບສົນ ​ແລະ ບໍ່​ເປັນ​ລະ ບຽບ​ຮຽບຮ້ອຍ​ຄວາມ​ບໍ່​ຈົບ​ບໍ່​ງາມ ສົ່ງ​ຜົນ​ໃຫ້ການ​ປະຕິບັດ​ຄຳ​ຂວັນ 6 ສ ຂອງ​ນະຄອນຫລວງ​ດຳ​ເນີນ​ໄປ​ຍາກ. ຂະນະ​ດຽວ​ກັນ ກໍ​ແມ່ນ​ການ​ພັດທະນາ​ຕົວ​ເມືອງ​ສ່ວນ​ຫລາຍ​ສຸມ​ໃສ່​ແຕ່​ບ່ອນ​ຊຸມ​ຊົນ​ໜາ​ແໜ້ນ ບໍ່​ທັນ​ຂະຫຍາຍ​ອອກ​ໄປ​ເຂດ​ຊານ​ເມືອງ​ອອກ​ໄປ​ສູ່ບ່ອນ​ກວ້າງຂວາງ ອັນ​ເປັນຕົ້ນ​ເຫດ​ໃຫ້​ຂະ​ບວນລົດ​ຕ່າງໆ​ຫລັ່ງ​ໄຫລ​ເຂົ້າສູ່​ຕົວ​ເມືອງ​ຢ່າງ​ອັ່ງ​ອໍ. 3. ການ​ສ້າງ​ໂຄງ​ລ່າງ​ຖະໜົນ​ຫົນ ທາງ​ບໍ່​ສາມາດ​ຮອງ​ຮັບ​ທັນ​ກັບ​ການ​ເພີ່ມ​ຂຶ້ນຂອງ​ຍວດ​ຍານພາ ຫະນະ. 4.ຜູ້​ຂັບ​ຂີ່​ຈຳນວນ​ບໍ່​ໜ້ອຍ​ ບໍ່​ທັນ​ມີ​ຄວາມ​ຮູ້​ພຽງພໍ, ບໍ່​ທັນ​ເຂົ້າ​ໃຈ​ໄດ້​ໝົດ​ກົດ​ຈະລາຈອນ​ຈຳ ນວນ​ໜຶ່ງ​ລະ​ເມີດ​ກົດ​ຈະລາຈອນ, ຂັບ​ຂີ່​ບໍ່​ເປັນ​ລະບຽບ,ບໍ່​ໃຫ້​ກຽດ​ເຊິ່ງກັນ ​ແລະ ກັນ ອັນ​ກໍ່​ໃຫ້​ເກີດ​ອຸປະຕິ​ເຫດ​ຢ່າງ​ຕໍ່​ເນື່ອງ
​ແລະ ​ເປັນ​ຈຳນວນ​ຫລວງຫລາຍ. ຈາກ​ສະພາບ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ລົດ​ອັ່ງ​ອໍ​ຍາວ​ຢຽດ​ເກືອບ​ທຸກ​ເສັ້ນ ທາງ​ໃນ​ນະຄອນຫລວງ ​ແລະ ບັນ ດາ​ຕົວ​ເມືອງ​ໃຫຍ່ໆ​ຂອງ​ປະ​ເທດ​ເຮົາ ​ໂດຍ​ສະ​ເພາະ​ໃນ​ຊົ່ວ​ໂມງ​ເລັ່ງດ່ວນ​ໄປ​ລ້າ​ມາ​ການ ທັງ​ໃນ​ຕອນ​ເຊົ້າ ​ແລະ ຕອນ​ແລງ ອັນ​ພາ​ໃຫ້​​ເປືອງນ້ຳມັນ ​ແລະ ​ເວລາ​ຫລາຍ​ຂຶ້ນ ​ແລະ ກໍລະນີ​ເກີດ​ອຸ ປະຕິ​ເຫດ​ກໍ​ແມ່ນ​ເສຍ​ຊີວິດ​ຊັບ​ສິນ​ຢ່າງ​ບໍ່​ສາມາດ​ກອບ​ກູ້​ເອົາ​ຄືນ​ມາ​ໄດ້.ສະນັ້ນ​ເພື່ອ​ເປັນ​ການ​ປະ ກອບສ່ວນ​ແກ້​ໄຂ​ສະພາບ​ດັ່ງ ກ່າວ, ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ຈຶ່ງ​ໄດ້​ເປີດ​ລາຍການ​ທີ່​ມີ​ຊື່ ວ່າ: ຂັບ​ຂີ່​ປອດ​ໄພ, ​ເປົ້າໝາຍ​ຂອງ​ລາຍການ​ນີ້ກໍ​ແມ່ນ​ໃຫ້​ຄວາມ​ຮູ້​​ກົດໝາຍ​ທາງ​ຫລວງ, ກົດ​ລະບຽບ​ຈະລາຈອນ,ຂ່າວ​ຄາວ​ອຸປະຕິ​ເຫດ​ຕ່າງໆ, ​ແນະນຳ​ການ​ສັນຈອນ​ໄປມາ​ໃຫ້​ເຂົ້າສູ່​ລະບຽບ ​ແລະ ຄວາມ​ປອດ​ໄພ, ສຳ ພາດ​ເຈົ້າໜ້າ​ທີ່​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ມາ​ອອກ​ອາກາດ. ພິ​ເສດ​ແມ່ນ​ໃນ​ຊົ່ວ​ໂມງ​ອັນ​ເລັ່ງ ດ່ວນ​ຈະ​ໄດ້​ແນະນຳ​ບັນດາ​ນັກ​ຂັບ​ຂີ່​ໃຫ້​ໄປ​ຕາມ​ເສັ້ນທາງ​ທີ່​ໄວ​ກວ່າ ​ແລະ ບໍ່​ມີ​ລົດ​ອັ່ງ​ອໍ​ປານ​ໃດ. ທັງ​ນີ້ກໍ​ເພື່ອ​ໃຫ້ການ​ສັນຈອນ​ໄປ ມາ​ມີ​ຄວາມ​ສະດວກ​ດີ​ຂຶ້ນ, ບໍ່​ເສຍ​ເວລາ ​ແລະ ປະຢັດ​ນ້ຳມັນ. ລາຍ ການ​ນີ້ຈະ​ອອກ​ອາກາດ​ໃນ​ລະບົບ FM 103,7 MHZ ຕອນ​ເຊົ້າ​ເລີ່​ມ​ແຕ່​​ເວລາ 8:00-8:30 ​ໂມງ, ຕອນ​ແລງ​​ແຕ່​ເວລາ 16:00-16:30ໂມງ. ຂ້າພະ​ເຈົ້າຄິດ​ວ່າ​ລາຍການ​ນີ້ຈະ​ເປັນ​ປະ​ໂຫຍ​ດອັນ​ດີ​ສຳລັບ​ນັກ​ຂັບ​ຂີ່​ທຸກ​ຄົນ ​ແລະ ກໍ​ຂໍ​ຖື​ໂອກາດ​ນີ້ຂໍ​ການ​ຮ່ວມ​ມື​ຈາກ​ຜູ້​ຟັງ​ທັງຫລາຍ​ໃຫ້ການ​ຊ່ວຍ​ເຫລືອ​ລາຍການ​ນີ້​ໃນ​ການ​ລາຍ​ງານ​ຂ່າວ​ຄາວ​ສຳ ລັບ​ການ​ສັນຈອນ​ໄປມາ ​ເພື່ອ​ທົ່ວ​ສັງຄົມ​ໄດ້​ຮັບ​ຮູ້​ໄດ້​ຕາມເບີ​ໂທລະສັບ 021 264131-242248.

No comments:

Post a Comment