Ad

Ad

23 September 2013

ລັດຖະມົນຕີ​ວ່າການກະຊວງ​ສຶກສາ​ທິການ ແລະ ກິລາອອກ​ຄຳ​ສັ່ງກ່ຽວ​ກັບ​ການສະຫລອງ​ວັນ​ຄູ​ແຫ່ງ​ຊາດ​ຄົບຮອບ 19 ປີ



     ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ດຣ. ພັນ​ຄຳ ວິພາ​ວັນ ​ໄດ້​ອອກ​ຄຳ​ສັ່ງ​ແນະ​ນຳ ສະບັບ​ເລກທີ 1382, ລົງ​ວັນ​ທີ 19 ກັນຍາ 2013 ກ່ຽວ​ກັບ​ການຈັດຕັ້ງສະ​ເຫລີ​ມສະ ຫລອງ​ວັນ​ຄູ​ແຫ່ງ​ຊາດ ຄົບຮອບ 19 ປີ (7 ຕຸລາ 1994 - 7 ຕຸລາ 2013) ​ເພື່ອ​ສືບຕໍ່​ໃຫ້ການ​ຈັດ​ຕັ້ງສະຫລອງ​ວັນ​ທີ່​ມີ​ຄວາມ​ໝາຍ​ດັ່ງກ່າວ​ມີ​ຄວາມ​ໝາຍ, ມີ​ເນື້ອ​ໃນ ​ແລະ ສອດຄ່ອງ ແນ​ໃສ່​ເຮັດ​ໃຫ້​ເປັນ​ຂະ​ບວນການ​ເຂົ້າ​ເຖິງ​ທຸກ​ອົງການ​ຈັດຕັ້ງ​ໃນ​ທົ່ວ​ສັງຄົມຕະຫລອດ​ເຖິງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​​ໄດ້​ເຂົ້າຮ່ວມ​ຢ່າງ​ກວ້າງຂວາງ,ມີ​ບັນຍາກາດ​ຟົດຟື້ນມ່ວນ ຊື່ນ​ ​ແລະ ກາຍ​ເປັນ​ປາງ​ບຸນໜຶ່ງ​ຂອງ​ສັງ ຄົມກໍ​ຄື​​ຂອງ​ຄູ​ອາຈານ​ຮ່ວມ​ກັບ​ນັກຮຽນ-ນັກ​ສຶກສາ​ໂຮງຮຽນ​ແຫ່ງ​ຕ່າງໆ​ບົນ​ພື້ນຖານ​ຮັບປະກັນຄວາມ​ສາມັກຄີ​ຄວາມ​ເປັນ​ປຶກ​ແຜ່ນ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ​ແລະ ມີ​ຄວາມ​ສະຫງົບ​ປອດ​ໄພຊຶ່ງມີລາຍລະອຽດດັ່ງນີ້ :
         1. ການຈັດຕັ້ງສະ​ເຫລີ​ມສະ ຫລອງ​ວັນ​ຄູ​ແຫ່ງ​ຊາດ​ປີນີ້​ໃຫ້​ມີ​ການ​ຫັນປ່ຽນ​ຈາກ​ເນື້ອ​ໃນ, ຮູບ​ການ, ວິທີ​ການ​ທີ່​ເຄີຍ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ ຫັນ​ໄປ​ສູ່​ເນື້ອ​ໃນ, ຮູບ​ການ ​ແລະວິທີ​ການ​ສອດຄ່ອງ ​ໂດຍ​ໃຫ້​ຖື​ເອົາ​ການສະ​ເຫລີ​ມສະ ຫລອງ​ດັ່ງກ່າວ​ເປັນ​ການ​ທົບ ທວນ​ຫວນ​ຄືນ​ເຖິງ​ຄຸນງາມ ຄວາມດີ​ຂອງ​ຄູ-ອາຈານ,ຂອງ​ອະດີດ​ນັກຮຽນ-ນັກ​ສຶກສາທັງ​ເປັນ​ການ​ສ້າງ​ໂອກາດ​ໃຫ້​ຄູ​ອາ ຈານນັບ​ທັງ​ອະດີດ​ຄູ​ອາຈານ, ນັກຮຽນ-ນັກ​ສຶກສາ​ຂອງ​ໂຮງ ຮຽນ, ສະ​ຖາ​ບັນ​ການ​ສຶກສາ​ແຫ່ງ​ນັ້ນ ​ໄດ້​ປຶກສາ​ຫາລື​ຮ່ວມ​ກັນ​ກ່ຽວ​ກັບ​ທິດ​ທາງ​ແຜນການ,ການ​ບູລະ ນະ​ສ້ອມ​ແປງ ​ແລະ ພັດທະນາ​ໂຮງຮຽນ,ສະ​ຖາ​ບັນ​ການ​ສຶກສາ​ແຫ່ງ​ນັ້ນ​ໃຫ້​ມີ​ການ​ພັດທະນາ​ຢ່າງ​ຈົບງາມ​ສົມ​ກັບ​ເປັນ​ແຫ​ລ່ງ ວັດທະນະທຳ​ອັນ​ໜຶ່ງ​ຂອງ​ທ້ອງ​ຖິ່ນ.​ເນື້ອ​ໃນຕົ້ນຕໍ​​ພິທີ​ສະ​ເຫລີ​ມສະ ຫລອງ​
ວັນ​ຄູ​ແຫ່ງ​ຊາດ​ຄວນ​ຍົກ​ໃຫ້​ເຫັນ​ປະຫວັດ​ຄວາມ​ເປັນ​ມາ, ຜົນສຳ​ເລັດ ​ແລະ ມູນ​ເຊື້ອອັນ​ດີ ງາມ​ຂອງ​ໂຮງຮຽນ, ສະ​ຖາ​ບັນ​ການ​ສຶກສາ​ແຫ່ງ​ນັ້ນໆ. ພ້ອມ​ນັ້ນ ຄວນ​ຈັດຕັ້ງ​ໃຫ້​ມີ​ການ​ເລົ່າ​ເລື່ອງ ​ແລະ ​ເລົ່າ​ປະສົບ​ການ​ຂອງ​ອະດີດ​ຄູ​ອາຈານ,ອະດີດ​ນັກຮຽນ-ນັກ​ສຶກສາກໍ​ຄື​ຜູ້​ບໍລິຫານ​ໂຮງຮຽນ, ສະ​ຖາ​ບັນ​ການ​ສຶກສາ​ທີ່​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ດຳລົງ​ຊີວິດ​ຂອງ​ຕົນ​ເພື່ອ​ເປັນ​ບົດຮຽນ​ໃຫ້​ຮຸ່ນ​ຄົນ​ຕໍ່​ໄປ ​ແລະ ​ໃຫ້​ຫລີກ​ເວັ້ນ ລາຍການ​ມອບ​ຂອງ​ຂວັນຂອງ​ນັກຮຽນ​-ນັກ​ສຶກສາ​ທີ່​ພວມ​ສຶກສາ​ຮ່ຳຮຽນ​ຢູ່​ໃຫ້​ຄູ​ອາຈານ ​ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ຈຳ​ເປັນ. ນອກຈາກ​ນັ້ນກໍ​ຄວນ​ມີ​ການສະ​ເໜີ​ແຜນການ​ປັບປຸງ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການ​ພັດທະນາ​ການ​ຈັດການ​ຮຽນ-ການ​ສອນທັງ​ເປັນ​ການ​ລະດົມ​ທຶນຮອນ​ປກອບສ່ວນ​ຊຸກຍູ້​​ການ​ພັດທະນາ​ໂຮງຮຽນ, ສະ​ຖາ​ບັນ​ການ​ສຶກສາ​ແຫ່ງ​ນັ້ນ​ເຮັດ​ໃຫ້​ຄຸນ​ນະ​ພາບ​ດີ​ຂຶ້ນ. ສຳລັບ​ໂຮງຮຽນ​ມັດທະຍົມ​ສຶກສາ​ຕອນ​ປາຍ,ສະ​ຖາບ​ນອະ​ຊີວະ​ສຶກສາ, ການ​ສຶກສາ​ຊັ້ນສູງນັບ​ທັງ​ມະຫາວິທະຍາ​ໄລ ​ແລະ ສາຍ​ສ້າງ​ຄູນອກຈາກ​ຈະ​ດຳ​ເນີນ​ການສະ​ເຫລີ​ມສະຫລອງ​ວັນ​ຄູ​ແຫ່ງ​ຊາດ​ຕາມ​ເນື້ອ​ໃນ​ດັ່ງກ່າວ​ມານັ້ນ​ແລ້ວອາດ​ຈັດ​ໃຫ້​ມີ​ການຈັດຕັ້ງສຳ​ມະ​ນາ​​ວິທະຍາສາດ​ຕາມ​ຫົວ​ຂໍ້​ທີ່​ເໝາະ​ສົມ​ກັບ​ຍຸກ​ສະ​ໄໝທັງ​ສອດຄ່ອງ ​ແລະ ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ໂຮງຮຽນ, ສະ​ຖາ​ບັນ​ຂອງ​ຕົນ. ນອກຈາກ​ການຈັດຕັ້ງພິທີ​ສະ​ເຫລີ​ມສະຫລອງ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ​ມານັ້ນ​ແລ້ວກໍ​ອາດ​ຈັດ​ກິດຈະກຳ​ແຂ່ງຂັນ​ສິລະ​ປະ​ວັນນະຄະດີ, ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​ຕາມ​ຄວາມ​ເໝາະ​ສົມ ​ແລະ ຄວາມ​ສາມາດ​ຕົວ​ຈິງ​ຂອງ​ຕົນ.
            2. ມອບ​ໃຫ້​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຕ່າງໆ, ຫົວໜ້າ​ພະ​ແນ​ກສຶກສາ​ທິການ ​ແລະກິລາ​ແຂວງ-ນະຄອນ ຫລວງ ຫົວໜ້າ​ຫ້ອງການ​ສຶກສາ​ທິການ ​ແລະ ກິລາ​ເມືອງ, ຜູ້ອຳນວຍການ​ໂຮງຮຽນ, ວິທະຍາ​ໄລ, ສະ​ຖາ​ບັນ​ການ​ສຶກສາ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ເປັນ​ເຈົ້າການຈັດຕັ້ງປະຕິບັດ​ຢູ່​ຂັ້ນຂອງ​ຕົນ ​ໂດຍປະສານ​ສົມທົບ​ຢ່າງ​ສະນິດ​ແໜ້ນ ​ແລະ ຂໍ​ຄວາມ​ຄິດ​ຄວາມ​ເຫັນ​ນຳ​ອຳນາດ​ການ​ປົກຄອງ​ແຂວງ-ນະຄອນຫລວງ, ອຳນາດ​ການ​ປົກຄອງ​ເມືອງ ​ແລະ ບ້ານ​ທີ່​ຕົນ​ຂຶ້ນກັບເພື່ອ​ຈັດ ຕັ້ງສະ​ເຫລີ​ມສະຫລອງ​ວັນ​ດັ່ງກ່າວ​ໃຫ້​ໄປ​ຕາມ​ທິດ​ທາງ​ການ​ຫັນປ່ຽນ​ໃໝ່​ທີ່​ກ່າວ​ໄວ້​ຂ້າງ​ເທິງ. ພ້ອມ​ດຽວ​ກັນນັ້ນກໍ​ໃຫ້​ປະສານ​ສົມທົບ​ລະອຽດ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງໂດຍ​ສະ​ເພາະ​ຂະ​ແໜງ​ປ້ອງ​ກັນຊາ​ດ- ປ້ອງ​ກັນ​ຄວາມ​ສະຫງົບ, ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ພ້ອມ​ກັນ​ເຮັດ​ໜ້າ​ທີ່​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ດີ, ​ໂຄສະນາປຸກລະດົມ​ມວນ​ຊົນ​ໃນ ທົ່ວ​ສັງຄົມນັບ​ທັງ​ຕົວ​ແທນ​ອະດີດ​ຄູ-ອາຈານ​ເກົ່າ​ເຂົ້າ ຮັບ​ເບ້ຍ​ບຳນານ,ອະດີດ​ນັກຮຽນ- ນັກ​ສຶກສາ​ຂອງ​ໂຮງຮຽນ​ຕົນ​ເຂົ້າ ຮ່ວມ​ຂະ​ບວນການ​ດັ່ງກ່າວ. ພ້ອມ​ດຽວ​ກັນນັ້ນ ກໍ​ແຕ່ງຕັ້ງຄະນະ​ຮັບຜິດຊອບ​ຂັ້ນຂອງ​ຕົນ, ​ແບ່ງ​ໜ້າ​ທີ່​ຄວາມ​ຮັບຜິດຊອບ​ເຊິ່ງກັນ ​ແລະ ກັນ​ໃຫ້​ລະອຽດ, ກຳນົດ​ແຜນ​ວຽກ, ວິທີ​ການ​ທີ່​ຈະ​ເຮັດ​ຕົວ​ຈິງ ​ແລະອື່ນໆ.​ແຕ່ລະ​ແຂວງ- ນະຄອນຫລວງ, ​ແຕ່ລະ​ເມືອງ​ອາດ​ຄົ້ນຄວ້າ​ເອົາ​ໂຮງຮຽນຫລືສະ​ຖາ​ບັນ​ການ​ສຶກສາ​ແຫ່ງ​ໃດ​ໜຶ່ງ​ຢູ່​ພາຍ​ໃນ​ແຂວງ-ພາຍ​ໃນ​ເມືອງ​ຂອງ​ຕົນ​ທີ່​ມີ​ມູນ​ເຊື້ອອັນ​ດີງາມ ​ແລະ ​ໂດດ​ເດັ່ນ​ເປັນ​ບ່ອນ​ຈັດຕັ້ງພິທີການ​ສະ​ເຫລີ​ມສະຫລອງ​ວັນ​ຄູ​ແຫ່ງ​ຊາດ​ຂັ້ນຂອງ​ຕົນ.
          3. ກ່ອນ​ການ​ກະກຽມ​ສະ​ເຫລີ​ມສະຫລອງ​ວັນ​ສຳຄັນ​ດັ່ງກ່າວ​ໃຫ້​ບັນດາ​ໂຮງຮຽນ, ສະ​ຖາ​ບັນ​ການ​ສຶກສາທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃຫ້​ປຸກລະດົມ​ສ້າງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ພັດທະນາ ​ໂດຍ​ສະ​ເພາະ​ການຈັດ ຕັ້ງປະຕິບັດ 3 ຂໍ້​​ແຂ່ງຂັນ​ຂອງ​ຂະ​ແໜງ​ການ​ສຶກ ສາ ​ແລະ ກິລາ​ໃຫ້​ເປັນ​ຂະ​ບວນຟົດຟື້ນ ​ແລະ ​ເກີດ​ເປັນ​ຮູບ​ປະ​ທຳ​ຢ່າງ​ແທ້​ຈິງ​ເທື່ອ​ລະ​ກ້າວ.
            4. ສຳລັບ​ງົບປະມານ​ຮັບ​ໃຊ້​ການສະ​ເຫລີ​ມສະຫລອງ​ວັນ​ດັ່ງກ່າວ​ມອບ​ໃຫ້​ເປັນຄວາມ​ຮັບຜິດຊອບ​ຂອງ​ແຂວງ,ຂອງ​ເມືອງ, ຂອງ​ໂຮງຮຽນ, ສະ​ຖາ​ບັນ​ການ​ສຶກສາ​ແຫ່ງ​ຕ່າງໆບົນ​ພື້ນຖານ​ຢູ່​ໃນ​ຫລັກການ​ປະຢັດ​ມັດທະຍັດ ​ແລະ ບໍ່​ໃຫ້​ເປັນ​ການ​ໃຊ້​ຈ່າຍ​ງົບປະມານ​ທີ່​ສິ້ນ​ເປືອງ​ຟຸມ​ເຟືອຍ.

No comments:

Post a Comment