Ad

Ad

23 September 2013

ຈຳປາສັກ ແລະ ສາລະວັນ ໄດ້ຮັບຜົນກະທົບຫນັກຈາກພາຍຸດີເປຣຊັນ



                ຫລັງຝົນຕົກຕິດຕໍ່ກັນຫລາຍມື້ຢູ່ແຂວງຈຳປາສັກໃນອາທິດຜ່ານມາ ສົ່ງຜົນເຮັດໃຫ້ເກີດນ້ຳຖ້ວມເປັນບໍລິເວນກວ້າງ ເຊິ່ງສະພາບດັ່ງກ່າວເຮັດໃຫ້ເນື້ອ ທີ່ການຜະລິດຂອງປະຊາຊົນຖືກນ້ຳຖ້ວມ 4 ພັນກວ່າເຮັກຕາຢູ່ 6 ເມືອງ ແລະ ມີຜູ້ ເສຍຊີວິດ 2 ຄົນ, ສູນຫາຍ 1 ຄົນ.               
            ແຫລ່ງຂ່າວຈາກ ແຂວງຈຳປາສັກລາຍງານເມື່ອທ້າຍອາທິດຜ່ານມາໂດຍ ອ້ງຕາມການຂໍ້ມູນໃນບົດລາຍງານຂອງພະ ແນກກະສິກຳ ແລະ ປ່າໄມ້ແຂວງຕົນວ່າ: ພາຍຫລັງຝົນຕົກຕິດຕໍ່ກັນຄື ເລີ່ມແຕ່ວັນທີ 12 ກັນຍາເປັນຕົ້ນມາໄດ້ເຮັດໃຫ້ລະດັບ ນ້ຳຂອງ ແລະ ສາຂາເພີ່ມຂຶ້ນຢ່າງໄວວາ ແລະ ຖ້ວມເນື້ອທີ່ການຜະລິດຂອງປະຊາຊົນຢູ່ 6 ເມືອງຄືມືອງມຸນລະປາໂມກ 315 ເຮັກຕາ, ເມືອງຈຳປາສັກ 1.300 ເຮັກ ຕາ, ເມືອງສຸຂຸມາ 2.320 ເຮັກຕາ, ເມືອງບາຈຽງ 153 ເຮັກຕາ, ເມືອງຊະນະສົມບູນ 181 ເຮັກຕາ ແລະເມືອງ ປາກເຊ 50 ເຮັກຕາລວມກວ່າ 4.300 ເຮັກຕາ. ຈາກສະພາບການດັ່ງກ່າວ, ຫ້ອງວ່າການປົກຄອງ ແຂວງຕົນກໍໄດ້ອອກແຈ້ງການສະບັບ ເລກທີ 1002, ລົງວັນທີ 19 ກັນຍາ 2013 ເລື່ອງການກຽມຄວາມພ້ອມແກ້ໄຂຜົນກະທົບຈາກໄພນ້ຳຖ້ວມທີ່ອາດຈະເ
ກີດຂຶ້ນໂດຍມອບໃຫ້ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໂຄສະນາປະ ຊາສຳພັນໃຫ້ສັງຄົມຮັບຮູ້ ແລະ ມີແຜນກຽມຄວາມພ້ອມ; ມອບໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມກຽມ ເງິນ, ເຄື່ອງສົງເຄາະທີ່ຈຳເປັນ ແລະ ຈັດຕັ້ງປຸກລະດົມທຶນຈາກສັງຄົມທັງສົມທົບກັບກອງບັນຊາການທະຫານແຂວງ, ກອງພົນ ທະຫານລາບທີ 5 ກຽມກຳລັງ ແລະພາຫະນະເພື່ອກອບກູ້ໄພໃນເມື່ອຈຳເປັນ; ມອບໃຫ້ພະແນກສາທາລະນະສຸກກຽມຢາ ປິ່ນປົວ; ມອບໃຫ້ພະແນກການເງິນແຂວງກຽມເງິນແຮສຸກເສີນ ແລະ ລະດົມທຶນຈາກສັງຄົມ ແລະ ສົມ ທົບກັບພະແນກກະ ສິກຳ ແລະ ປ່າໄມ້ຕິດຕາມກວດກາຜົນກະທົບການຜະລິດ ແລະ ກຽມແນວພັນເພື່ອຜະລິດທົດແທນໃຫ້ທັນລະດູການ ແລະ ມີປະສິດທິຜົນ.
          ແນວໃດກໍດີ, ທ່ານ ຄຳແປງ ປ່ຽງວໍລະວົງ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ, ຮອງຄະນະກຳ ມະການປ້ອງກັນ ແລະ ຄວບຄຸມໄພພິບັດແຂວງຈຳປາສັກກ່າວວ່າ: ຝົນຕົກໜັກຕິດຕໍ່ກັນຫລາຍມື້ນອກຈາກເຮັດໃຫ້ເກີດນ້ຳ ຖ້ວມເນື້ອທີ່ການຜະລິດແລ້ວຍັງເຮັດໃຫ້ຜົວເມຍຢູ່ບ້ານອຸດົມສຸກຄຸ້ມຫ້ວຍເສີຍເມືອງບາຈຽງຈະເລີນສຸກເສຍຊີວິດຍ້ອນດິນ ເຊາະເຈື່ອນຂະນະອອກໄປເກັບໝາກແໜ່ງຢູ່ສວນຫ້ວຍໝາກແງວໃນວັນທີ 16 ກັນຍາ; ສ່ວນຢູ່ບ້ານໂນນແດງເມືອງສຸຂຸມາກໍ ຫາຍສາບສູນ 1 ຄົນ.                  
        ຫົວໜ້າພະແນກດັ່ງກ່າວ ໄດ້ຮຽກຮ້ອງທຸກຄົນຈົ່ງມີສະຕິລະວັງໂຕຕໍ່ສະພາບດັ່ງກ່າວທີ່ອາດຈະກໍ່ຄວາມເສຍຫາຍຕໍ່ຊັບ ສິນ ແລະ ຊີວິດ. ພ້ອມນີ້ຂໍໃຫ້ທຸກພາກສ່ວນທົ່ວສັງຄົມຊ່ວຍເຫລືອປະເພດເຂົ້າປາອາຫານແຫ້ງ, ນ້ຳດື່ມ ແລະ ອື່ນໆເພື່ອຈະ ນຳໄປມອບໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດດັ່ງກ່າວ ເຊິ່ງທ່ານໃດມີຈຸດປະສົງຊ່ວຍເຫລືອກໍສາມາດປະສານປຫາ ພະແນກ ຮສສ ແຂວງຈຳປາສັກ ໝາຍເລກໂທລະສັບ 031 212 500, 020 54276641 ແລະ 020 22270 133 ໄດ້ ທຸກເວລາ.
   ແຫລ່ງຂ່າວແຂວງສາລະວັນ ໃຫ້ຮູ້ວ່າ:ຫລັງພາຍຸດີເປຣຊັນ ພັດເຂົ້າພາກກາງລາວໃນວັນທີ 15 ຫາ 18 ກັນຍາ 2013 ສົ່ງຜົນ ໃຫ້ເກີດນ້ຳຖ້ວມ 68 ບ້ານຂອງ ເມືອງຄົງເຊໂດນ,ມີເນື້ອທີ່ນາຖືກ ຖ້ວມ 11 ພັນເຮັກຕາ, ເນື້ອທີ່ປູກ ພືດ 780 ເຮັກຕາ, ສ່ວນ ຢູ່ເມືອງສາລະວັນ ແລະວາປີກໍໄດ້ຮັບຜົນ ກະທົບເຊັ່ນດຽວກັນ ເຊິ່ງປັດຈຸບັນ, ອຳນາດການປົກຄອງທ້ອງຖິ່ນພວມດຳເນີນ ການກວດກາຜົນກະທົບຈາກພາຍຸດັ່ງກ່າວ.

No comments:

Post a Comment