Ad

Ad

24 September 2013

ຄຳວ່າ “ ມວຍເປັດ ດີບໍ ” ? ( ຄໍລຳ ສຶກສາ )



ສະເໜີໂດຍ: ມະອາລີ ວໍລະບຸດ ຫົວໜ້າພະແນກປະເມີນຜົນ, ກົມສ້າງຄູ

           ຫຼາຍຄົນເຄີຍເວົ້າຫຼິ້ນວ່າ “ຄູລາວເປັນແບບເປັດ” ຊຶ່ງມີ ຄວາມໝາຍວ່າ “ບິນກໍໄດ້ແຕ່ບໍ່ ສູງ, ລອຍນ້ຳກໍເປັນແຕ່ບໍ່ເກັ່ງ, ແລ່ນທາງບົກກໍໄດ້ແຕ່ກໍຊ້າ” ຫຼື ເວົ້າແບບໜຶ່ງອີກວ່າ “ອັນໃດກໍ ເປັນໝົດແຕ່ບໍ່ເກັ່ງຈັກອັນ” ຊຶ່ງມີຄວາມໝາຍໄປໃນທາງລົບນັ້ນ ເອງ; ແຕ່ໃນອະນາຄົດ (ຕາມທ່າອ່ຽງຂອງພາກພື້ນ ແລະ ສາກົນ) ຄຳວ່າ “ແບບເປັດ” ຈະມີຄວາມໝາຍໄປໃນທາງບວກຍ້ອນ ວ່າ ສັງຄົມມະນຸດໄດ້ໃຫ້ຄຸນຄ່າຂອງການມີຊີວິດແຕກຕ່າງຈາກເຄື່ອງກົນຈັກ; ໂດຍພະຍາຍາມສ້າງຄົນໃຫ້ສາມາດຮຽນຮູ້ດ້ວຍ ຕົນເອງ ເພື່ອພັດທະນາ ແລະ ຊ່ວຍເຫຼືອ ຕົນເອງໃຫ້ສາມາດດຳລົງຊີວິດ ໄດ້ໃນສັງຄົມທັງປະກອບສ່ວນພັດທະນາສັງຄົມ ແລະ ປະເທດຊາດ; ເພື່ອຢູ່ຮ່ວມກັນ ແລະ ແຂ່ງຂັນກັບປະເທດອື່ນ. ມາເຖິງປັດຈຸບັນ, ຄ່ານິຍົມໃນການວັດຜົນລະດັບຄວາມ ເຂົ້າໃຈຂອງມະນຸດມີທ່າອ່ຽງຫຍັບມໍ່ເຂົ້າກັບຄວາມເປັນຈິງຫຼາຍຂຶ້ນ, ໝາຍຄວາມວ່າ “ຄົນຕ້ອງຮຽນຮູ້ເພື່ອນຳມາໃຊ້ໃນຊີ ວິດປະຈຳວັນ ຫຼື ໃນລະດັບສູງ ກວ່ານັ້ນແມ່ນສາມາດນຳໃຊ້ ຄວາມຮູ້ຢູ່ໃນສະຖານະການໃໝ່ ໄດ້”, ດັ່ງນັ້ນຈຶ່ງຈຳເປັນຕ້ອງ ຮຽນຮູ້ຫຼາຍຢ່າງ, ໃຫ້ເຂົ້າໃຈ ດ້ານໃດໜຶ່ງແບບລົງເລິກ ແລະ ເຂົ້າໃຈການພົວພັນລະຫວ່າງແຕ່ລະດ້ານເພື່ອນຳມາໃຊ້ໃນຊີວິດ ປະຈຳວັນ. ຄຳວ່າ “ມີຄວາມຮູ້ ຫຼາຍຢ່າງ, ລົງເລິກສະເພາະດ້ານ, ເຂົ້າໃຈການພົວພັນລະຫວ່າງອົງປະກອບຄວາມຮູ້”, ຂ້າພະ ເຈົ້າໄດ້ໃຫ້ຄວາມໝາຍວ່າ “ແບບເປັດລອຍນ້ຳເກັ່ງ ຫຼື ເປັດແບບໃໝ່”, ຊຶ່ງມີຄວາມໝາຍແຕກຕ່າງຈາກສັງຄົມທີ່ກຳລັງເວົ້າ
ຫຼິ້ນໃນປັດຈຸບັນ. “ການຮຽນຮູ້ໃນແຕ່ລະຢ່າງແບບບໍ່ມີການພົວພັນກັນ” ແມ່ນຍັງບໍ່ທັນພຽງພໍທີ່ຈະນຳໄປໃຊ້ໃນຊີວິດປະຈຳ ວັນ, ຕົວຢ່າງເດັກນ້ອຍຜູ້ໜຶ່ງເຂົ້າໃຈກ່ຽວກັບ “ການບວກ, ການລົບ, ການຄູນ ຫຼື ການຫານ” ໃນແຕ່ລະຢ່າງໄດ້ດີ, ແຕ່ບໍ່ເຂົ້າ ໃຈວ່າການພົວພັນລະຫວ່າງ “ການຄູນ ແລະ ການ ບວກ”, “ການຫານ ແລະ ການລົບ” ຫຼືອື່ນໆ, ເດັກນ້ອຍຜູ້ນັ້ນກໍຈະພົບ ຄວາມຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນຫຼາຍກວ່າຜູ້ທີເຂົ້າໃຈການພົວພັນລະຫວ່າງຄວາມຮູ້ຕ່າງໆທີ່ກ່າວມາ.
            ຄູໃນຍຸກຕໍ່ໄປ (ຕົວຢ່າງນັກສຶກສາຄູທີ່ສຳເລັດການສຶກສາໃນຫຼັກສູດສ້າງຄູມັດທະຍົມ, ອ້າງອີງຈາກຫຼັກສູດສ້າງຄູ ມັດທະຍົມ) ຈະຕ້ອງມີຄວາມຮູ້-ຄວາມສາມາດໃນ 7 ດ້ານຄື: ລາຍວິຊາ, ວິ ຊາຄູ, ການຈັດຕັ້ງຄຸ້ມຄອງຫ້ອງຮຽນ, ການຮ່ວມ ມືກັບເພື່ອຮ່ວມງານ, ການຮ່ວມມືກັບຊຸມຊົນອ້ອມຂ້າງ, ການໄຕ່ຕອງປະເມີນ-ພັດທະນາຕົນເອງ ແລະ ການພົວພັນລະຫວ່າງ ບຸກຄົນ (ແຍກເປັນລາຍວິຊາໂດຍລວມຄື: ຄວາມຮູ້ທົ່ວໄປຊຶ່ງປະກອບມີ ຄອມພິວເຕີ, ICT, ເທັກໂນໂລຊີໃນຊີວິດປະຈຳ ວັນ, ພະລະສຶກສາ, ວັດທະນະທຳລາວ, ອາຊຽນ ແລະ ມໍລະດົກ, ພາສາລາວນຳໃຊ້, ຄະນິດສາດນຳໃຊ້; ຕ້ອງມີຄວາມຮູ້ພື້ນ ຖານວິຊາສະເພາະ ຊຶ່ງປະກອບມີພາສາອັງກິດ, ວິ ທະຍາສາດການເມືອງ, ຈິດຕະວິທະຍາທົ່ວໄປ, ວິເຄາະຫຼັກສູດ, ການວິໄຈ, ການວັດຜົນ-ປະເມີນຜົນການສຶກສາ, ເຕັກໂນໂລຊີການສຶກສາ, ຈິດຕະວິທະຍາສັງ ຄົມ, ວິທີສິດສອນ, ສຶກສາສາດທົ່ວໄປ, ບໍລິຫານການສຶກສາ, ຈິດຕະວິທະຍາພັດທະນາການ ແລະ ຕ້ອງມີຄວາມຮູ້ວິຊາສະເພາະທີ່ໜັກແໜ້ນ (ລົງເລິກ) ລວມ ທັງວິຊາບັງຄັບຕ່າງໆ). ຄູຕ້ອງ ຮຽນຮູ້ຫຼາຍຢ່າງດັ່ງທີ່ກ່າວມານັ້ນ ກໍຍ້ອນວ່າຄູຕ້ອງສາມາດສອນຢູ່ຊັ້ນມັດທະຍົມໃຫ້ໄດ້ຕາມ ການປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ສາມາດເຂົ້າ ຮ່ວມໃນເຄືອຂ່າຍພັດທະນາວິຊາຊີບໃນພາກພື້ນ ແລະ ສາ ກົນໄດ້, ສິ່ງທີ່ກ່າວມານັ້ນໝາຍເຖິງການນຳໃຊ້ຄວາມຮູ້ເຂົ້າໃນຊີວິດປະຈໍາວັນ ແລະ ໃນສະຖານະການໃໝ່ນັ້ນເອງ; ນອກ ຈາກຄວາມຮູ້ຄວາມສາມາດທີ່ກ່າວມານັ້ນ, ຄູຍັງຈະຕ້ອງມີຈັນຍາບັນຂອງວິຊາຊີບຄູ.

No comments:

Post a Comment