Ad

Ad

15 January 2015

ສານນະຄອນຫລວງຕັດສີນລົງໂທດຜູ້ຂາຍຢາບ້າຈຳຄຸກ 5 ປີ


ໃນວັນທີ 13 ມັງກອນຜ່ານ ມາ, ສານປະຊາຊົນນະຄອນຫຼວງ ວຽງຈັນ, ໄດ້ຕັດສີນລົງໂທດທ້າວ ຈັນທີ ອາຍຸ 36 ປີຢູ່ບ້ານໂຊກຄຳ, ເມືອງໄຊເສດຖາ ແລະ ນາງ ພີມ ມະສອນ (ໄກ່) ອາຍຸ 18 ປີຢູ່ບ້ານ ໂພນສະຫວັນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນຈຳຄຸກຄົນລະ 5 ປີພ້ອມປັບໃໝ 10 ລ້ານກີບ ໃນຂໍ້ຫາຮ່ວມ ກັນຄ້າຢາເສບຕິດ, ເຊິ່ງທັງສອງຖືກເຈົ້າໜ້າທີ່ຈັບຕົວ ເມື່ອເດືອນທັນວາ 2014 ຢູ່ເຮືອນພັກແຫ່ງໃນນະຄອນຫລວງວຽງ ຈັນ, ພ້ອມຂອງກາງຢາບ້າ 72 ເມັດ ແລະ ຢາໄອ 8 ຫລອດ. ເຈົ້າ ໜ້າທີ່ໃຫ້ຮູ້ວ່າ: ຜ່ານການສືບສວນ -ສອບ ສວນທ້າວ ຈັນທີ ຮັບສາລະ ພາບໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ປີ 2013 ໂດຍຢາທີ່ ເອົາມາຈຳໜ່າຍແມ່ນຮັບມາຈາກ ຂະບວນການຄ້າຢາເສບຕິດຢູ່ ເມືອງໄຊເສດຖາ, ເພື່ອຈຳໜ່າຍໃຫ້ກັບຊາວໜຸ່ມ ໃນເຂດ ບ້ານໂຊກຄຳ ວັງຊາຍ ໂພນສະຫວ່າງ ແລະ ບ້ານໃກ້ຄຽງໃນເມືອງໄຊເສດຖາ ແລະ ເມື່ອທ້າຍປີ 2013 ໄດ້ຮູ້ຈັກ ກັບນາງ ພິມມາສອນ ຈຶ່ງຮ່ວມກັນ ຄ້າຢາເສບຕິດເຊິ່ງມີທັງຢາບ້າ ແລະ ຢາໄອ ແລະ ຕົກມາຮອດທ້າຍ ປີ 2014 ຈຶ່ງຖືກເຈົ້າໜ້າທີ່ນຳ ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment