Ad

Ad

15 January 2015

ລາວ-ຫວຽດນາມເພີ່ມທະວີການຮ່ວມມືດ້ານປະກັນໄພເງິນຝາກ



ກອງທຶນປົກປ້ອງຜູ້ຝາກເງິນ ທະນາຄານແຫ່ງ ສປປ ລາວຮ່ວມ ກັບປະກັນໄພເງິນຝາກ ສສ ຫວຽດ ນາມ ໄດ້ຈັດ ສໍາມະນາພາຍໃຕ້ຫົວ ຂໍ້: ການຊໍາລະເງິນປະກັນໄພໃຫ້ ແກ່ຜູ້ຝາກເງິນຂອງປະກັນໄພເງິນ ຝາກຫວຽດນາມ ແລະ ວຽກງານ ໂຄສະນາຂໍ້ມູນຂ່າວສານ-ຫຼັກ ການສາກົນ  ແລະ ການແລກປ່ຽນ ບົດຮຽນຂອງປະກັນໄພເງິນຝາກ ຫວຽດນາມ ໃນວັນທີ 13 ມັງ ກອນທີ່ໂຮງແຮມລ້ານຊ້າງ ນະ ຄອນຫຼວງວຽງຈັນ ແລະໂດຍການ ເຂົ້າຮ່ວມຂອງທ່ານນາງ ວັດທະ ນາ ດາລາລອຍ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ພ້ອມນີ້ກໍ ມີທ່ານນາງ ແສງດາວວີ ວົງຄໍາຊາວ ຜູ້ອໍານວຍການກອງ ທຶນປົກປ້ອງຜູ້ຝາກເງິນ, ທ່ານ ຫງຽວນ ຍື ມິ່ງ ( Nguyen Nhu Minh ) ຮອງຜູ້ອໍານວຍການປະ ກັນໄພເງິນຝາກຫວຽດນາມ, ຜູ້ ຕາງໜ້າຈາກບັນດາກົມ- ທຽບເທົ່າ ກົມທີ່ຂື້ນກັບທະນາຄານແຫ່ງ ສປປ ລາວ, ບັນດາທະນາຄານທຸລະກິດ - ສະຖາບັນການເງິນຈຸລະພາກທີ່ ຮັບເງິນຝາກ ແລະ ພາກສ່ວນທີ່ ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.
ການສໍາມະນາໃນຄັ້ງນີ້ ບັນ ດານັກວິທະຍາກອນຈາກປະກັນ ໄພເງິນຝາກຫວຽດນາມໄດ້ນໍາສະ ເໜີວຽກງານການຊໍາລະເງິນປະ ກັນໄພໃຫ້ແກ່ຜູ້ຝາກເງິນຂອງປະ ກັນໄພເງິນຝາກຫວຽດນາມ ເຊິ່ງ ຍົກໃຫ້ເຫັນບັນຫາທົ່ວໄປ ແລະ ບົດ ຮຽນສາກົນກ່ຽວກັບການຊໍາລະ ເງິນປະກັນໄພຂອງອົງການປະກັນໄພເງິນຝາກໃຫ້ແກ່ຜູ້ຝາກເງິນ,
ການຈັດຕັ້ງປະຕິບັດຕົວຈິງໃນການຊໍາລະເງິນປະກັນໄພຂອງປະກັນ ໄພເງິນຝາກຫວຽດນາມໃນຊຸມປີຜ່ານມາ ແລະ ຍຸດທະສາດ, ການ ເຄື່ອນໄຫວວຽກງານການຊໍາລະ ເງິນປະກັນໄພຂອງປະກັນໄພເງິນ ຝາກຫວຽດນາມ ໂດຍມີຂໍ້ດີຍ້ອນ ວ່າມີພື້ນຖານທາງກົດໝາຍເອກະ ສານນິຕິກໍາຕ່າງໆກ່ຽວກັບປະກັນ ໄພເງິນຝາກ ແລະ ການຊໍາລະຄືນ ນັບມື້ນັບຍົກສູງປັບປຸງດີຂຶ້ນເລື້ອຍໆ, ວຽກງານການຊໍາລະຕົວຈິງແມ່ນ ໄດ້ຮັບການແກ້ໄຂຢ່າງຄົບຖ້ວນ, ວ່ອງໄວ, ແນ່ ນອນ ແລະ ປອດໄພ, ວຽກງານການຊໍາລະເງິນປະກັນ ໄພໄດ້ນໍາມາເຊິ່ງໝາກຜົນອັນຈົບ ງາມໂດຍສະເພາະແມ່ນສາມາດ ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນ, ນອກ ຈາກນັ້ນຍັງຊ່ວຍຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນຜູ້ຝາກເງິນຕໍ່ກັບສະຖາບັນການເງິນທີ່ເປັນສະມາ ຊິກຂອງປະກັນໄພເງິນຝາກ, ມີ ສ່ວນຮ່ວມໃນການຮັກສາສະຖຽນລະພາບ ແລະ ພັດທະນາຄວາມ ໝັ້ນຄົງ, ຄວາມເຂັ້ມແຂງຂອງລະ ບົບການເງິນແຫ່ງຊາດ, ສະພາບ ແວດລ້ອມສັງຄົມມີຄວາມສະຫງົບ ແລະ ກໍບໍ່ມີການຮ້ອງຟ້ອງຈາກຜູ້ ຝາກເງິນ.
ດ້ານວຽກງານໂຄສະນາຂໍ້ ມູນຂ່າວສານ-ຫຼັກການສາກົນ ແລະ ການແລກປ່ຽນບົດຮຽນ ຂອງປະກັນໄພເງິນຝາກຫວຽດ ນາມ ກໍເປັນບັນຫາສໍາຄັນຫຼາຍ ເພາະມັນເປັນຂໍ້ແນະນໍາໃນການປັບປຸງຂອງສະມາຄົມປະກັນໄພເງິນ ຝາກສາກົນກັບການຍົກສູງຄວາມຮັບຮູ້ຂອງມວນຊົນເພື່ອສ້າງລະບົບປະກັນໄພເງິນຝາກທີ່ມີປະສິດທິຜົນ, ມວນຊົນຕ້ອງໄດ້ຮັບການສະໜອງຂໍ້ມູນຂ່າວສານຢ່າງເປັນປົກກະຕິກ່ຽວກັບຜົນໄດ້ ແລະ ຜົນເສຍຂອງ ລະບົບປະກັນໄພເງິນຝາກ, ບັນຫາ ພົ້ນເດັ່ນອັນໜຶ່ງກໍແມ່ນໃນໂອກາດ 15 ປີ ແຫ່ງການສ້າງຕັ້ງປະກັນ ໄພເງິນຝາກຫວຽດນາມກໍໄດ້ມີ ການໂຄສະນາໂດຍການສ້າງໂລ ໂກ 15 ປີ, ໂຄສະນາຜ່ານວາລະ ສານ, ອອກຂ່າວຢູ່ໂທລະພາບ, ບັນ ດາໜັງສືພິມ, ໜັງສືພິມອອນລາຍ, ໂຄສະນາຢູ່ບັນດາສາຂາ ແລະໃນມື້ ສະເຫຼີມສະຫຼອງກໍໄດ້ມີຕັ້ງໂຕະ ຕ້ອນຮັບສະເພາະນັກຂ່າວ.
ທ່ານຮອງຜູ້ວ່າການທະນາ ຄານແຫ່ງ ສປປ ລາວໄດ້ກ່າວວ່າ: ການສຳມະນາໃນຄັ້ງນີ້ ກໍເພື່ອຜັນ ຂະຫຍາຍບົດບັນທຶກຄວາມເຂົ້າ ໃຈໃນການຮ່ວມມືສອງຝ່າຍລະ ຫວ່າງກອງທຶນປົກປ້ອງຜູ້ຝາກເງິນ ແລະ ປະກັນໄພເງິນຝາກຫວຽດ ນາມ ທີ່ໄດ້ເຊັນກັນໃນເດືອນເມສາ 2011 ແລະ ໄດ້ກາຍເປັນຂີດໝາຍ ອັນສໍາຄັນເລິກເຊີງກ່ວາເກົ່າ, ເປັນ ບົດຮຽນອັນລໍ້າຄ່າຕໍ່ຂົງເຂດວຽກ ງານຂອງຂະແໜງການທະນາ ຄານກໍຄືຂອງກອງທຶນປົກປ້ອງຜູ້ ຝາກເງິນ, ແນໃສ່ເຮັດໃຫ້ການ   ເງິນ-ການທະນາຄານ ໂດຍສະ ເພາະລະບົບທະນາຄານທຸລະກິດ - ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຂອງ ສປປ ລາວ ມີ ຄວາມເຂັ້ມແຂງ ແລະ ໃນປັດຈຸ ບັນວຽກງານປະກັນໄພເງິນຝາກມີຄວາມສໍາຄັນຫຼາຍຕໍ່ຜູ້ທີ່ມີເງິນຝາກຢູ່ໃນບັນດາທະນາຄານທຸລະກິດ - ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພາະວ່າມັນຈະມີຜົນກະ ທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງເຂົາເຈົ້າເມື່ອທະນາຄານທຸລະກິດຫຼືສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກໃດໜຶ່ງທີ່ບໍ່ແມ່ນສະມາຊິກຂອງກອງທຶນປົກປ້ອງຜູ້ຝາກເງິນ ເກີດລົ້ມລະລາຍເວົ້າສະເພາະ, ເວົ້າລວມແລ້ວມັນຈະມີຜົນກະທົບຕໍ່ລະບົບເສດຖະກິດການເງິນ-ການ ທະນາຄານຕື່ມອີກເຊິ່ງບົດຮຽນ ຜ່ານມາໄດ້ຢັ້ງຢືນໃຫ້ເຫັນວ່າ: ວິກິດການທາງການເງິນຂອງ ບັນດາປະເທດອາຊີ ປີ 1997, ຕໍ່ມາປີ 2008 ກໍ່ໄດ້ເກີດວິກິດການ ທາງການເງິນຢູ່ທີ່ສະຫະລັດອາເມ ລິກາ, ສະຫະພາບຢູໂລບ ແລະ ອື່ນໆເຊີ່ງວິກິດການດັ່ງກ່າວໄດ້ສ້າງຄວາມເສຍຫາຍຕໍ່ລະບົບເສດຖະກິດຂອງບັນດາປະເທດໃນທະວີບ ອາຊີ, ເນື່ອງຈາກມີບັນດາທະນາ ຄານ ແລະ ສະຖາບັນການເງິນຈໍາ ນວນຫຼວງຫຼາຍລົ້ມລະລາຍເຮັດ ໃຫ້ປະຊາຊົນສູນເສຍເງິນຝາກ, ບັນຫານີ້ກາຍເປັນສາເຫດເຮັດປະ ຊາຊົນຂາດຄວາມເຊື່ອໝັ້ນຕໍ່ລະບົບທະນາຄານ.
ຈາກວິກິດການທີ່ອາດຈະເກີດຂຶ້ນໃນອານາຄົດທັງເປັນເຄື່ອງມືສ້າງຄວາມໝັ້ນຄົງ ແລະ ຮັກສາ ສະຖຽນລະພາບທາງດ້ານການເງິນ-ເງິນຕາໃຫ້ມີຄວາມໝັ້ນທ່ຽງ, ສະນັ້ນຢູ່ ສປປ ລາວ ກໍໄດ້ ສ້າງຕັ້ງກອງທຶນປົກປ້ອງຜູ້ຝາກ ເງິນຂຶ້ນໃນປີ 1999 ເຊິ່ງມີຈຸດປະ ສົງເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຝາກເງິນ, ອີກປັດໃຈໜຶ່ງປັດຈຸບັນບັນ ດາທະນາຄານ ແລະ ສະຖາບັນ ການເງິນທີ່ຮັບຝາກເງິນໃນ ສປປ ລາວ ກໍາລັງມີການຂະຫຍາຍຕົວ ແລະ ມີຈຳນວນເພີ່ມຂຶ້ນຢ່າງໄວວາ ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການດັ່ງກ່າວ, ກອງທຶນ ປົກປ້ອງຜູ້ຝາກເງິນຈຶ່ງມີຄວາມຈຳເປັນຢ່າງພາວະວິໃສໃນການເຊື່ອມໂຍງກັບສາກົນ, ໂດຍສະເພາະການເຄື່ອນໄຫວວຽກງານການ ເຊື່ອມໂຍງຂະແໜງການທະນາ ຄານອາຊຽນ ແລະ ທັງເປັນການສ້າງພື້ນຖານໂຄງລ່າງຄວາມໝັ້ນຄົງທາງດ້ານການເງິນຊຶ່ງເປັນວຽກງານໜຶ່ງທີ່ມີການພົວພັນໂດຍກົງກັບວຽກງານປົກປ້ອງຜູ້ຝາກເງິນ.

No comments:

Post a Comment