Ad

Ad

22 April 2013

ປັບປຸງອົງການປົກຄອງບ້ານ​ແມ່ນ​ໜ້າ​ທີ່​ຕົ້ນຕໍເພື່ອສ້າງບ້ານພັດທະນາ



       ກອງປະຊຸມວິຊາການກ່ຽວກັບການປັບປຸງອົງການປົກຄອງບ້ານໃຫ້ເຂັ້ມແຂງ ເພື່ອສ້າງບ້ານ ພັດທະນາຕາມ 4 ເນື້ອໃນ ແລະ 4 ຄາດໝາຍ ໄດ້ຈັດຂຶ້ນໃນວັນທີ 19 ເມສານີ້ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເຈືອງ ສົມບູນ ຂັນ ຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ຜູ້ປະຈຳການຄະນະຮັບຜິດຊອບຊີ້ ນຳເຮັດທົດລອງ 3 ສ້າງ,ມີທ່ານ ສີພຸກ ວົງພັກດີ ຜູ້ຊ່ວຍລັດຖະມົນຕີວ່າການກະ ຊວງພາຍໃນ,ຫົວ ໜ້າຄະນະຮັບຜິດຊອບຊີ້ນຳເຮັດທົດລອງ 3 ສ້າງກະຊວງພາຍໃນ, ບັນດາເຈົ້າເມືອງ, ອຳນາດການປົກຄອງບ້ານໃນນະຄອນຫຼວງ ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.
         ໃນກອງປະຊຸມໄດ້ນຳສະ ເໜີ​ແຜນການປັບປຸງອົງການປົກ ຄອງບ້ານ ເພື່ອສ້າງບ້ ານພັດທະນາຕາມ 4 ເນື້ອໃນ, 4 ຄາດໝາຍ ແລະ ທິດທາງການປັບປຸງລະ ບອບອຸດໜູນໃຫ້ພະນັກງານຂັ້ນບ້ານ,ປັບປຸງກົງຈັກ ການປົກຄອງບ້ານຕາມໜ່ວຍ ງານບໍລິຫານ ແລະ ການປົກຄອງ,ໜ່ວຍງານ ເສດຖະກິດ,ໜ່ວຍງານວັດທະນະທຳ-ສັງຄົມ ແລະ ໜ່ວຍງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ພາຍໃຕ້ແຜນງານ 3 ສ້າງທີ່ພັກ ແລະ ລັດຖະບານວາງອອກເຊັ່ນ:ສ້າງແຂວງ ເປັນຫົວໜ່ວຍຍຸດທະ ສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ.
         ​ອີງຕາມມະຕິກອງປະ ຊຸມໃຫຍ່ຄັ້ງທີ 9 ຂອງພັກ ກ່ຽວ ກັບການປັບປຸງລະບອບເງິນ ເດືອນ,ເງິນອຸດໜູນ ​ແລະ ນະໂຍ ບາຍຕ່າງໆນັບ​ທັງດ້ານວັດຖຸ ແລະ ຈິດໃຈຕໍ່ພະນັກງານ-ລັດ ຖະກອນ ແລະ ຜູ້ທີ່ປະກອບສ່ວນ ວຽກງນຂອງພັກ-ລັດໃຫ້ເໝາະ ສົມກັບຄ່າຄອງຊີບໃນເງື່ອນໄຂ ໃໝ່ ​ແລະ ອີງໃສ່ມະຕິຂອງກົມ ການເມືອງສະບັບເລກທີ 03/ກມ ສພ, ລົງວັນທີ 15 ກຸມພາ
2012 ວ່າດ້ວຍວຽກງານ 3 ສ້າງນັ້ນ ​ໄດ້​ລະບຸ​ໄວ້​ວ່າ:ນະໂຍບາຍລະບອບ ອຸດໜູນໃຫ້ພະນັກງານຂັ້ນບ້ານ​ໃນໄລຍະໃໝ່ນີ້​ແມ່ນ​ໃຫ້​ເລັ່ງ​ໃສ່ ເງິນອຸດໜູນປະຈຳເດືອນສຳລັບ ເລຂາຄະນະພັກຮາກຖານ ຫຼື ເລ ຂາໜ່ວຍພັກບ້ານ (ບ່ອນທີ່ບໍ່ມີຄະ ນະພັກຮາກ ຖານ) 4 ແສນກີບ, ຮອງເລຂາຄະນະພັກຮາກຖານ ຫຼື ຮອງເລຂາໜ່ວຍພັກບ້ານ 350.000 ກີບ ແລະ ເລຂາໜ່ວຍພັກບ້ານ ທັງເປັນຮອງນາຍບ້ານ 3 ແສນກີບຕາມລຳດັບ.ສ່ວນຫົວ ໜ້າໜ່ວຍງານຊ່ວຍວຽກບ້ານ, ຮອງຫົວໜ້າໜ່ວຍງານ ແລະ ໜ່ວຍ ງານ ປກສ - ປກຊ ແມ່ນບໍ່ ເກີນ 250.000 ແລະ 2 ແສນກີບ. ສຳລັບເງິນອຸດໜູນໃຫ້ເປົ້າໝາຍຜູ້ທີ່ຄວບສອງຕຳແໜ່ງ ນັ້ນ ນອກ ຈາກເງິນຕຳແໜ່ງແລ້ວຍັງໄດ້ ຮັບເງິນອຸດໜູນອີກ 1 ແສນກີບ ສຳລັບເລຂາພັກ (ນາຍບ້ານ ໃຫຍ່), 50 ພັນກີບສຳລັບເລ ຂາພັກບ້ານ ແລະ ຮອງເລຂາພັກ ບ້ານທົ່ວ​ໄປ. ນອກນັ້ນ ຍັງມີຮູບ ແບບການອຸດໜູນໃໝ່ເພີ່ມຕື່ມເຊັ່ນ: ເຄື່ອງແບບນາຍບ້ານ ປີລະ 5 ແສນກີບຕໍ່ຄົນ,ເບັ້ຍລ້ຽງ,ຄ່າ ເດີນທາງເວລາໄປປະຊຸມຢູ່ ເມືອງ ແລະ ນາຍບ້ານທີ່ໄດ້ຮັບ ການເລືອກຕັ້ງຕິດຕໍ່ກັນ 3 ສະໄໝ ຂຶ້ນໄປໄດ້ຮັບອຸດໜູນເປັນເງິນ ບຳເນັດໂດຍເອົາຈຳນວນເງິນ ອຸດໜູນປະຈຳເດືອນຄູນໃຫ້ຈຳນວນປີທີ່ເຄີຍເຮັດວຽກ ມາດັ່ງ ຕົວຢ່າງ: ນາຍບ້ານ ບ້ານ (ກ) ເປັນນາຍບ້ານ ມາ 3 ສະໄໝຕິດ ຕໍ່ກັນ (9 ປີ)ຈະໄດ້ຮັບເງິນ 4 ແສນ ກີບ X 9  ເທົ່າ ກັບ 3,6 ລ້ານກີບ.
          ຈຸດປະສົງ ແລະ ເປົ້າໝາຍ ຂອງນະໂຍບາຍລະບອບອຸດໜູນ ແມ່ນການໃຫ້ຄ່າຕອບແທ່ນຜົນ ງານເພື່ອຊຸກຍູ້ ຫຼື ເປັນ ກຳລັງໃຈຕໍ່ບຸກຄົນຜູ້ທີ່ໄດ້ປະກອບສ່ວນ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງພັກ, ລັດ ແລະ ການຈັດຕັ້ງ ຊຶ່ງລວມມີເງິນ, ວັດຖຸ ແລະ ນ້ຳໃຈ ເພາະສະນັ້ນ, ການຄັດເລືອກເອົານາຍບ້ານ ຫຼື ອຳນາດການປົກຄອງບ້ານຕ້ອງເລືອກ ເອົາບຸກຄົນທີ່ມີ ຄວາມຮູ້, ຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານມາເປັນຜູ້ຊີ້ນຳນຳພາດ້ານການພັດທະນາຈຶ່ງ​ຈະ​ປະສົບ​ຜົນສຳ​ເລັດ.

No comments:

Post a Comment