Ad

Ad

22 April 2013

ເບິ່ງຄືນບັນຫາການຈັດຊື້-ຈັດຈ້າງ



    ​ໃນ​ທ່າມກາງ​ທີ່​ປະ​ເທດ​ຊາດ ພວມ​ຢູ່​ໃນ​ໄລຍະ​ສ້າງສາ​ພັດ ທະນາ​ທຸກ​ດ້ານ, ບັນຫາ​ການ ຈັດ​ຊື້-ຈັດ​ຈ້າງ​ກໍ​ກາຍ​ເປັນ​ໜ້າ​ວຽກ​ທີ່​ສຳຄັນ​ຫລາຍ ​ແລະ ຕ້ອງ​ມີ​ຄວາມ​ເດັດຂາດ-​ເຂັ້ມ ງວດ, ມີ​ລະບຽບ​ວິ​ໄນ ​ແລະ ປະຕິບັດ​ຫລັກການ​ທາງ​​ການ​ເງິນ​ອີ່ຫລີ ທັງ​ນີ້ກໍ​ເພື່ອ​ຮັບ ປະກັນ​ຄວາມ​ປອດ​ໃສ​ດ້ານ​ທຶນຮອນ, ​ເຕັກນິກ, ຄວາມ​ຄົງ​ທົນ ​ແລະ ອື່ນໆ​ທີ່​ກ່ຽວຂ້ອງ​ກັບ​ໂຄງການ.
    ສຳລັບ​ການຈັດ​ຊື້-ຈັດ​ຈ້າງ​ເຄື່ອງ​ໃຊ້​ຂອງ​ສອຍ​ໃນ​ສຳນັກ ງານ-ຫ້ອງການ ​ໃນ​ຜ່ານ​ມາ​ຍັງ​ເຫັນ​ວ່າ​ຫລາຍ​ອັນ​ຍັງ​ຂາດ​ຄວາມ​ປອດ​ໃສ. ຕົວຢ່າງ​ການ ຈັດ​ຊື້ຄອມ​ພິວ​ເຕີ້ຍີ່​ຫໍ້​ໜຶ່ງ​ຈຳ ນວນ 10 ​ເຄື່ອງ, ໜ່ວຍ​ລະ 2,5 ລ້ານ​ກີບ (ລາຄາ​ຊື້-ຂາຍ​ທາງ​ອິນ​ເຕີ​ເນັດ ​ແລະ ໜ້າ​ຮ້ານ), ​ແຕ່​ເຂົາ​ພັດ​ຕໍ່​ລົງ​ໜ່ວຍ​ລະ 2,3 ລ້ານ​ກີບ ພຽງ​ເທົ່າ​ນັ້ນ​ເຂົາ​ກໍ​ຈະ​ໄດ້​ເງິນ​ລ້າໆ 2 ລ້ານ​ກີບ ບວກ​ກັບ​ການ​ຕໍ່​ລອງ​ກັບ​ເຈົ້າ ຂອງ​ຮ້ານ​ໃຫ້​ເພີ່ມ​ລາຄາ​ຈາກ 2,5 ລ້ານ​ກີບ ຂຶ້ນ​ເປັນ 2,9 ລ້ານ​ກີບ ​ເຂົາ​ກໍ​ຈະ​ໄດ້​ຕື່ມ 4 ລ້ານ​ກີບ ​ແລະ ​ໃນ​ຂະນະ​ດຽວ​ກັນ, ​ເຂົາ​ໄດ້​ນຳ​ເອົາ​ອາ​ໄຫລ່ (ຊິ້ນ ສ່ວນ) ທີ່​ມີ​ຄຸນ​ນະພາ​ບຕ່ຳ ​ເຂົາ​ຍິ່ງ​ໄດ້​ກຳ​ໄລ​ໂດຍ​ບໍ່​ໄດ້​ລົງທຶນ​ແມ່ນ​ແຕ່​ກີບ​ດຽວ. ນີ້ຄື​ສ່ວນ​ນ້ອຍໆ ຖ້າ​ຫລາຍ​ກວ່າ​ນັ້ນ ຜົນ​ບວກ-ຜົນ​ຄູນ​ຈະ​ອອກ​ມາ​ຫລາຍ​ຊ່ຳ​ໃດ, ​ແຕ່​ເບື້ອງລັດ ຫລື ອົງ​ການ​ກໍ​ໄດ້​ນຳ​ໃຊ້​ເຄື່ອງ​ທີ່​ບໍ່​ດີ,​ເປັນ​ອຸປະສັກ​ຕໍ່​ການ​ເຮັດ​ໜ້າ​ທີ່ ​ແລະ ຍັງ​ຈົກ​ເງິນ​ລັດ​ເຂົ້າ​ໃນ​ການ​ຖະໜຸບຳລຸງ- ສ້ອມ​ແປງ​ຕື່ມ​ອີກ. ພ້ອມ​ນັ້ນ ກໍ​ຍັງ​ເກີດ​ມີ​ປາກົດ ການ​ວິ້ງ​ເຕັ້ນຊອກ​ຫາ​ບໍລິສັດ-ຫ້າງ​ຮ້ານ ຫລື ຄົນທີ່​ເປັນ​ໃຈ ​ເພື່ອ​ເຂົ້າມາ​ເຮັດ​ສັນຍາ​ໃນ​ໂຄງການ ເພື່ອ​ຫວັງ​ຜົນ​ກຳ​ໄລ​ກໍ​ມີ​ຫລາຍ ​ໂດຍ​ສະ​ເພາະ​ແມ່ນ​ໂຄງການ​ກໍ່ສ້າງ​ຕ່າງໆ.

    ​ໃນ​​ປີ 2012,ພາກສ່ວນ​ທີ່​ກ່ຽວຂ້ອງ​ກໍ​ສາມາດ​ດຳ​ເນີນ​ການ​ສືບສວນ-ສອບ​ສວນ​ຕໍ່​ບຸກຄົນ​ທີ່​ມີ​ພຶດຕິ​ກຳ​ການ​ສໍ້​ລາດ​ບັງ​ຫລວງ ລວມ​ເຖິງ​ການ​ດຳ​ເນີນ​ການ​ຕິດ ຕາມ-ກວດກາ​ສະກັດ​ກັ້ນ ​ແລະ ຕ້ານ​ສິ່ງ​ຫຍໍ້​ທໍ້​ດັ່ງກ່າວ ກໍ​ສາມາດ​ເກັບ​ກູ້​ຄືນ​ໃຫ້​ລັດ​ກ່ຽວ​ກັບ​ວັດຖຸ​ເງິນ​ຄຳ​ໄດ້​ເປັນ​ຈຳນວນ​ຫລາຍ ຄື​ເງິນ​ກີບ 22,2 ຕື້ກີບ, ​ເງິນ​ໂດ​ລາ 2,8 ລ້ານ​ໂດ​ລາ, ​ເງິນ​ບາດ​ໄທ 3,8 ລ້ານ​ບາດ, ຢຶດພາ ຫະນະ-ອຸປະ ກອນ​ຈຳນວນ​ໜຶ່ງ ​ແລະ ​ໃນ​ປັດຈຸ ບັນ ຍັງ​ສືບຕໍ່​ເກັບ​ກູ້​ວັດຖຸ-​ຊັບ​ສິນ​ຄືນ​ໃຫ້​ລັດ​ໃນ​ຂັ້ນຕໍ່​ໄປ.
      ຕໍ່​ບັນຫາ​ດັ່ງກ່າວ ມັນ​ຈຶ່ງ​ເລັ່ງ ທວງ​ໃຫ້ຄະນະ​ນຳ​ຂະ​ແໜງ​ການ- ທ້ອງ​ຖິ່ນ ລວມ​ເຖິງ​ປະຊາຊົນ ​ແລະ ສື່​ມວນ​ຊົນ ຈົ່ງ​ພ້ອມ​ກັນ​ເຂົ້າຮ່ວມ​ຕ້ານ ​ແລະ ສະກັດ​ກັ້ນ​ເຫດການ​ດັ່ງກ່າວ​ໃຫ້​ມີ​ປະສິດທິ​ຜົນ​ຫລາຍ​ຂຶ້ນ. ດັ່ງ​ກົດໝາຍ​ຕ້ານ​ການ​ສໍ​້ລາດ​ບັງ​ຫລວງ​ໃນ​ມາດຕາ 27 ຫ້າມ​ວ່າ: ຜູ້​ມີ​ຖານະ​ຕຳ​ແໜ່​ງ, ສິດ​ອຳນາດ ​ແລະ ໜ້າ​ທີ່ຫ້າມ​ບໍ່​ໃຫ້​ບັນຈຸ, ສັບ​ຊ້ອນ ຫລື ​ແຕ່ງຕັ້ງ​ເມຍ ຫລື ຜົວ, ລູກ ຫລື ຍາດ​ໃກ້ ຊິດ​ຂອງ​ຕົນ​ເຂົ້າ​ໃນ​ຕຳ​ແໜ່​ງນຳ ພາ, ຄຸ້ມ​ຄອງ​ໃນ​ບາງ​ຂົງ​ເຂດ​ວຽກ​ງານ​ທີ່​ຕົນ​ຮັບຜິດຊອບ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ມີ​ການ​ສໍ້​ລາດ​ບັງ​ຫລວງ​ເຊັ່ນ: ວຽກ​ງານ​ຈັດຕັ້ງ, ວຽກ​ງານ​ກວດກາ, ການ​ເງິນ-ການ​ບັນຊີ, ຄັງ​ເງິນ, ຮັກສາ​ສາງ, ການຈັດ​ຊື້-ຈັດ​ຈ້າງ ​ແລະ ອື່ນໆ.

No comments:

Post a Comment