Ad

Ad

22 April 2013

ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປະຈຳ​ເດືອນ​ເມສາ



        ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ຢູ່​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະຈຳ​ເດືອນ​ເມສາ 2013 ຂຶ້ນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ມີ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.
       ​ໃນ​ວາລະ​ກອງ​ປະຊຸມ ​ໄດ້​ມີ​ການ​ພິຈາລະນາ​ຫລາຍ​ບັນຫາ ​ເປັນຕົ້ນຮ່າງ​ແຜນການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII; ຮ່າງ​ແຜນ​ກະ ກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ຮ່ວມ​ລະຫວ່າງ​ຄະນະ​ປະຈຳ​ສະ ພາ​ແຫ່ງ​ຊາດ​ກັບ​ຄະນະ​ລັດຖະ ບານ, ອົງການ​ຍຸຕິ​ທຳ, ອົງການ​ກວດ​ສອບ​ແຫ່ງ​ລັດ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້ງ; ຟັງ​ລາຍ​ງານ​ຄວາມ​ຄືບ​ໜ້າ​ໂຄງການ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ຫລັງ​ໃໝ່ ​ແລະ ການ​ອອກ​ແບບ​ການ​ກໍ່ສ້າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ປະຈຳ​ເຂດ​ເລືອກ​ຕັ້ງທີ1 ນະຄອນຫລວງ​ ວຽງ​ຈັນ, ​ເຂດ 2 ​ແຂວງ​ຜົ້ງສາລີ, ​ເຂດ 8 ​ແຂວງ​ຫົວພັນ ​ແລະ ​ເຂດ 7 ​ແຂວງ​ໄຊ​ຍະ​ບູລີ; ການຈັດຕັ້ງ ປະຕິບັດ​ມາດ​ຕະການ​ຫັກ 20- 25% ຕໍ່​ຫົວໜ່ວຍ​ງົບປະມານ​ທີ່​ລະ​ເມີດ​ລະບຽບ​ກົດໝາຍ; ການ​ຂໍ​ຍົກ​ເວັ້ນຄ່າ​ອາກອນ​ມູນ​ຄ່າ​ເພີ່ມ​ໃນ​ການ​ກໍ່ສ້າງ 3 ​ໂຄງການ ຄື​ໂຄງ ການ​ກໍ່ສ້າງ​ສະຖານີ​ໄຟຟ້າ​ແຂວງ​ຫລວງ​ພະ​ບາງ, ​ໂຄງການ​ກໍ່ສ້າງ​ສະຖານີ ​ແລະ ສາຍ​ສົ່ງ​ແຂວງ​​ເຊ​ກອງ-​ແຂວງ​ສາລະ​ວັນແລະ ​ໂຄງ ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳສະ ນາ; ການ​ຂໍ​ອະນຸມັດ​ຍົກ​ເວັ້ນຄ່າ​ອາກອນ​ມູນ​ຄ່າ​ເພີ່ມ​ສຳລັບ​ການ​ກໍ່ສ້າງ​ໂຄງການ​ເຮືອນ​ພັກ​ປະມຸກ​ລັດ 50 ຫລັງ ​ແລະ ຫ້ອງ​
ປະຊຸມ​ທະວີ​ພາຄີ 2 ຫລັງ; ການ​ຂໍ​ອະນຸ ມັດ​ຫັນປ່ຽນ​ປະ​ເພດ​ທີ່​ດິນ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ພູ​ເຂົາ​ຄວາຍ ສຳລັບ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳມັ່ງ 1; ການ​ຂໍ​ການ​ຍົກ​ເວັ້ນການ​ປະຕິບັດ​ບາງ​ມາດ​ຕະການ​ຂອງ​ກົດໝາຍ​ກ່ຽວ​ກັບ​ການ​ຮັບຮອງ​ເອົາ​ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳງຽບ 2; ຮັບ ຮອງ​ເອົາ​ສັນຍາ​ສຳ​ປະທານ ​ແລະ ການ​ຍົກ​ເວັ້ນການ​ປະຕິບັດ​ກົດ ໝາຍ​ຂອງ​ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນ້ຳອູ 2, ນ້ຳອູ 5 ​ແລະ ນ້ຳອູ 6; ລາຍ​ງານ​ກ່ຽວ​ກັບ​ການ​ກະກຽມ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA) ຄັ້ງທີ 35 ທີ່​ສະພາ​ແຫ່ງ​ຊາດ ສປປ ລາວ ​ເປັນ​ເຈົ້າພາບ; ຟັງ​ລາຍ​ງານ​ການ​ຈັດຕັ້ງປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ ​ໃນ​ສົກ​ປີ 2011- 2012 ​ແລະ ພິຈາລະນາ​ແຜນການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງ ປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ; ຍົກ​ເລີກ​ການ​ລຶບລ້າງ​ສົນທິສັນຍາ​ເລກທີ 4 ວ່າ​ດ້ວຍ​ການ​ເຮັດ​ວຽກ​ກາງຄືນ​ຂອງ​ແຮງ​ງານ​ເພດ​ຍິງ; ຂໍ​ພິຈາລະນາ​ຕໍ່​ການ​ອະນຸມັດ​ລົງ​ນາມ​ຂໍ້​ຕົກລົງ​ລະຫວ່າງ ສປປ ລາວ ​ແລະ ລັດຖະບານ ສສ ຫວຽດນາມ ວ່າ​ດ້ວຍ​ການ​ແກ້​ໄຂ​ຜູ້​ຍົກຍ້າຍ​ຕັ້ງພູມລຳ​ເນົາ​ຕາມ​ລຳ ພັງ​ໃຈ ​ແລະ ສ້າງ​ຄອບຄົວ​ບໍ່​ຖືກ​ລະບຽບ​ຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນ ​ແລະ ພິຈາລະນາ​ກ່ຽວ​ກັບ​ບັນຫາ​ສັນຊາດ​ຈຳນວນ​ໜຶ່ງ.

No comments:

Post a Comment