Ad

Ad

8 January 2014

46 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສຳນັກຂ່າວສານປະເທດລາວ



    ໂອກາດຄົບຮອບ 46 ປີ ຂອງ ການສ້າງຕັ້ງສໍານັກຂ່າວ ສານ ປະເທດລາວ (6 ມັງ ກອນ 1968 ​-ມັງກອນ 2014) ບັນຈົບ ຄົບຮອບອີກວາລະໜຶ່ງບົນເສັ້ນທາງລະ ອິດ ລະອ້ຽວ ແລະ ສິ່ງທ້າທາຍອັນໃຫຍ່ຫລວງທີ່ສະທ້ອນໃຫ້ເຫັນພາລະກິດຫລາຍຢ່າງ ທີ່ຄະນະນໍາ ແລະ ພະນັກງານສໍານັກຂ່າວສານປະເທດຕ້ອງສູ້ຊົນ ແລະ ບຸກບືນພາຍ ຫລັງສຳນັກຂ່າວສານປະເທດລາວໄດ້ສ້າງ ຕັ້ງຂຶ້ນ ເມື່ອວັນທີ 6 ມັງກອນ 1968 ທີ່ຖ້ຳແຫ່ງໜຶ່ງຢູ່ບ້ານບັກທົ່ງນາໄກ, ປັດຈຸບັນແມ່ນເມືອງວຽງໄຊ ແຂວງຫົວພັນ ເຊິ່ງ ເປັນເຂດປົດປ່ອຍ, ໂດຍມີທ່ານ ສີຊະນະ ສີສານ ເປັນຫົວຫນ້າ, ທ່ານ ສອນ ຄຳ ວານວົງສາ ແລະ ທ່ານ ສົມເທີ ເພັດມະນີ ເປັນຮອງ. ທ່າມ ກາງຫ່າລະເບີດລູກປືນຂອງພວກໂຈນອາກາດທີ່ໄດ້ແຫ່ກັນມາຖິ້ມ ລົງໃສ່ເຂດທີ່ໝັ້ນຂອງສູນກາງຢ່າງບໍ່ເວັ້ນ ແຕ່ລະວັນ ຫວັງດັບມອດກຳລັງປະຕິວັດລາວ. ແຕ່ກົງກັນຂ້າມການປະຕິວັດລາວນັບ
ມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຈາກໄຊຊະນະນີ້ໄປຫາໄຊຊະນະໃໝ່ໂດຍມີການປະກອບສ່ວນຢ່າງຕັ້ງໜ້າຂອງນັກຮົບ ຂ່າວສານປະເທດລາວ.
   ເພື່ອຄວາມປອດໄພ ແລະ ຮັບປະກັນໃຫ້ແກ່ການກະຈາຍ ສຽງອອກອາກາດບໍ່ໃຫ້ຂາດ, ສຳນັກງານວິທະຍຸຂ່າວສານ ຂອງ ຝ່າຍປະເທດລາວ ຈິ່ງໄດ້ ແບ່ງອອກເປັນສອງສຳນັກຄື B1 ໄດ້ໄປຕັ້ງສຳນັກງານຢູ່ຫວຽດ ນາມ ເອີ້ນວ່າແນວຫລັງ ໂດຍ ແມ່ນ ທ່ານ ສອນ ຄຳວານວົງສາ ເປັນຫົວໜ້າ. ສ່ວນ B2 ແມ່ນ ປະຈຳຢູ່ພູແຄ (ເມືອງວຽງໄຊ) ເອີ້ນ ວ່າຢູ່ແນວໜ້າ ໂດຍມີທ່ານ ສົມ ເທີ ເພັດມະນີ ເປັນຫົວຫນ້າ, ທ່ານ ສີສະໜານ ແລະ ທ່ານ ບົວບານ ວໍລະຂຸນ ເປັນຮອງຮັບຜິດຊອບ ບົດ-ຂ່າວ. ທ່ານ ສີຊະ ນະ ສີສານ ແມ່ນຫົວໜ້າໃຫຍ່ຮັບຜິດຊອບ ລວມທັງສອງສຳນັກ.
          ເມື່ອປີ 1970 ພາຍຫລັງບັ້ນ ຮົບກູ້ກຽດ ຢູ່ແຂວງຊຽງຂວາງ, ສຳນັກວິທະຍຸຂອງກຳລັງເປັນ ກາງຮັກຊາດຢູ່ຄັງໄຂໄດ້ ອົບພະຍົບຂຶ້ນໄປສູນກາງ ແລະ ໄດ້ມາ ສົມທົບຢູ່ຮ່ວມກັບຂ່າວສານປະເທດລາວ ເຊິ່ງມີທ່ານ ວັນເຮືອງ ວົງວິຈິດ ເປັນຫົວ ໜ້າ, ທ່ານ ສຸ ວັນທອນ ບຸບຜານຸວົງ ແລະ ອື່ນໆ ລວມທັງນັກຂ່າວ ແລະ ນັກວິຊາການເຕັກນິກອັນໄດ້ເຮັດໃຫ້ສຳນັກຂ່າວ ສານເວລານັ້ນມີຈຳນວນຫລາຍຂຶ້ນ ແລະ ເຂັ້ມແຂງເປັນກ້າວໆ. ແຕ່ເວລານັ້ນສຳນັກງານຂອງຂ່າວສານໄດ້ຖືກເຮືອບິນຂອງ ຈັກກະພັດຖິ້ມລະເບີດຖະຫລົ່ມ 2 ຄັ້ງ ເຮັດໃຫ້ບ່ອນ ພັກເຊົາຖືກເປ່ເພເສຍຫາຍ. ແຕ່ ອ້າຍນ້ອງນັກຮົບຂ່າວສານກໍບໍ່ໄດ້ລົດ ລະຕໍ່ໜ້າທີ່ວຽກງານຂອງຕົນຫັນເອົາຮົ່ມໄມ້ ແລະ ເຮືອນ ຕູບເປັນບ່ອນເຮັດວຽກແທນ, ໃຜ ນອນບ່ອນໃດກໍ່ຂຽນບົດ-ຂ່າວຢູ່ ບ່ອນນັ້ນ, ຈັກພິມດີດກໍ່ພິມຢູ່ບ່ອນນອນ.
         ໃນບັ້ນຮັບໃຊ້ໃຫ້ແກ່ສະໜາມຮົບກູ້ກຽດ, ໂອເດແອນຢູ່ແຂວງຊຽງຂວາງ ແລະ ບັ້ນຮົບ ລາມເຊີນ 719 ຢູ່ແຂວງສະ ຫວັນນະເຂດ ທ່ີດຸເດືອດ, ແຕ່ລະມື້ນັກຂ່າວໄດ້ໄປເກັບກຳຂ່າວຈາກສະໜາມຮົບຕ່າງໆມາຂຽນແລ້ວກໍເອົາໃຫ້ໜ່ວຍພິມດີດ ພິມເປັນໂຕລາຕິນແລ້ວເອົາໄປສົ່ງໃຫ້ໜ່ວຍ ງານໂທລະເລກສົ່ງຕໍ່ໄປໃຫ້ B1 ຢູ່ຫວຽດນາມ. ເຖິງຈະພົບຄວາມຫຍຸ້ງຍາກນາໆ ປະການແຕ່ພະນັກງານທຸກຄົນກໍ່ເຮັດຫລ້ອນໜ້າທີ່ໆຖືກມອບໝາຍໃຫ້ເປັນຢ່າງດີທັນກັບສະພາບການ. ພະນັກງານຂ່າວສານ ທຸກຄົນເຮັດວຽກແບກພາລະກິດອັນໜັກໜ່ວງຈົນລືມຄວາມອິດເມື່ອຍ ນັ້ນກໍຍ້ອນ ໃຕ້ການນຳພາຂອງຄະນະຮັບຜິດຊອບວິ ທະຍຸຂ່າວສານໃນເມື່ອກ່ອນເຮັດໃຫ້ອ້າຍເອື້ອຍນ້ອງທຸກຄົນເຝິກຝົນຫລໍ່ຫລອມຕົນເອງໃຫ້ມີຈິດໃຈຟົດຟື້ນປະຕິວັດ, ມີນ້ຳໃຈ ອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້. ຍ້ອນການນຳພາອັນສະຫລາດສ່ອງໃສ ຂອງພັກສະພາບການບ້ານເມືອງໄດ້ມີການຫັນປ່ຽນຢ່າງບໍ່ຄາດຝັນ, ຢູ່ເຂດແນວຫລັງໄດ້ມີການຕໍ່ສູ້ດ້ານການເມືອງເກີດຂຶ້ນ ແລະ ນັບມື້ນັບຫລາຍເປັນຜົນດີໃຫ້ແກ່ການປະຕິວັດຄະນະລັດຖະບານປະສົມໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 1972. ຂ່າວສານກໍ ຍິ່ງເພີ່ມພາລະບົດບາດສູງຂຶ້ນ.
        ຜ່ານກອງປະຊຸມຂອງ ສອງຝ່າຍຈະແມ່ນບົດສັ້ນຫລື ຍາວໄດ້ຖືກສົ່ງຜ່ານໂທລະເລກ ຂອງຂ່າວສານຂຶ້ນໄປຫາສູນ ກາງ ພັກເພື່ອຄົ້ນຄວ້າພິຈາລະ ນາ, ເວລານັ້ນ ເຄື່ອງອຸປະກອນ ວິຊາການຍັງຫລ້າສະໄໝ, ພະ ນັກງານວິຊາການກໍມີໜ້ອຍແຕ່ ຄວາມຮຽກຮ້ອງຕ້ອງການຂອງວຽກງານຊ້ຳພັດສູງ, ທັງຕ້ອງ ຮັບປະກັນບໍ່ໃຫ້ຜິດພາດ ແລະ ໃຫ້ໄດ້ໄວທັນກັບສະພາບການ. ດັ່ງນັ້ນທຸກຄົນ ຈິ່ງໄດ້ເຮັດວຽກ ຫາມຮຸ່ງຫາມຄ່ຳ, ປະຈຳຢູ່ໃນ ຖ້ຳທັງເວັນທັງຄືນ ບໍ່ມີວັນພັກ ຜ່ອນ. ປີ 1973 ຫລັງຈາກເຊັນ ສັນຍາ ແລະ ອານຸສັນຍາໃນວັນທີ 21 ມີນາ ປີ 1973 ຂະບວນ ການລຸກຮືຂຶ້ນຢູ່ທຸກຫົນແຫ່ງໃນທົ່ວປະເທດ. ຂ່າວສານໄດ້ ແບ່ງກຳລັງອອກໄປປະຈຳຢູ່ຕາມຕົວເມືອງໃຫຍ່ເຊັ່ນ: ທ່າແຂກ, ສະ ຫວັນນະເຂດ ແລະ ຈຳປາສັກ ເພື່ອເກັບກຳຂ່າວຄາວສະ ພາບການຕ່າງໆສົ່ງໄປໃຫ້ສຳນັກອອກອາກາດປຸກລະດົມຈິດໃຈປະຊາຊົນ.
          ປີ 1974 ສຳນັກ B1 ໄດ້ ຍົກຍ້າຍກັບຄືນປະເທດ ແລະ ໄດ້ ມາເຕົ້າໂຮມເປັນສຳນັກດຽວກັນ ຢູ່ພູແຄ ເວລານີ້ ທ່ານ ສົນເທີ ເພັດ ມະນີ ໄດ້ເຂົ້າມາວຽງຈັນ ເພື່ອ ກະກຽມໃຫ້ແກ່ການຢຶດອຳນາດທົ່ວປະເທດມອບໜ້າທີ່ໃຫ້ ທ່ານ ບົວບານ ວໍລະ ຂຸນ ວ່າການແທນ ຫົວໜ້າ. ພາຍຫລັງຢຶດອຳນາດ ທົ່ວປະເທດ ແລະ ສະຖາປານາ ທົ່ວປະເທດໃນວັນທີ 2 ທັນວາ ປີ 1975 ແລ້ວພະນັກງານຂ່າວ ສານປະເທດລາວໄດ້ຖືກແບ່ງປັນໃຫ້ໄປປະຈຳຢູ່ຫລວງພະບາງ, ຊຽງຂວາງ, ຄຳມ່ວນ, ຫົວພັນນອກນັ້ນ ແມ່ນຍົກຍ້າຍເຂົ້າມາ ວຽງຈັນ.
          ປີ 1976 ວິທະຍຸປະເທດລາວ ແລະ ຂ່າວສານປະເທດລາວ ໄດ້ແຍກອອກຈາກກັນ. ທ່ານ ສີສະນະ ສີສານ ເປັນ ລັດຖະມົນຕີກະຊວງຖະແຫລງຂ່າວ, ທ່ານ ສອນ ຄຳວານວົງສາ, ເປັນຮອງລັດຖະມົນຕີ ແລະ ທ່ານ ສົນ ເທີ ເພັດມະນີ ເປັນຫົວໜ້າຫ້ອງ ການກະຊວງ. ທ່ານ ສີສະໝານ ເປັນຫົວໜ້າກົມຂ່າວສານ-ໜັງສືພິມ ປະຊາຊົນ. ມາຮອດປີ 1983 ກົມ ຂ່າວສານ ແລະ ໜັງສືພິມ ຈິ່ງໄດ້ແຍກອອກຈາກ ກັນເປັນ 2 ອຳນວຍການໃຫຍ່. ຫົວໜ້າຂ່າວສານຕໍ່ຈາກ ທ່ານ ສີສະໝານ ກໍມີທ່ານ ຈັນທີ ເດືອນສະຫວັນ, ທ່ານ ບຸນເຕັງ ວົງໄຊ, ທ່ານ ວັນທອງ ພົນຈັນເຮືອງ, ທ່ານ ຄຳແສນ ພົງສາ ແລະ ປັດຈຸບັນ ແມ່ນທ່ານ ສູນທອນ ຄັນທະວົງ.
           ຂ່າວສານປະເທດລາວ ໄດ້ຍ່າງຕາມທາງທີ່ຄົດລະອິດ ລະອ້ຽວມານານກວ່າ 46 ປີ ແລະ ໄດ້ເຕີບໃຫຍ່ຂະຫຍາຍ ຕົວຮອບ ດ້ານນັບທັງກຳລັງຄົນ, ກຳລັງ ຊັບ ແລະ ອຸປະກອນເຕັກນິກທີ່ ທັນສະໄໝເທື່ອລະກ້າວ. ເມື່ອ ກ່ອນກຳເນີດຈາກ ສອງຝາມືເປົ່າ, ຂາດເຂີນທັງກຳລັງຄົນ, ກຳລັງ ຊັບ ແລະ ວັດຖຸອຸປະກອນເກົ່າ ແກ່ຫລ້າຫລັງ, ແຕ່ຍ້ອນຄວາມບຸກບືນເປັນຈິດ ໜຶ່ງໃຈດຽວກັນ ຢູ່ໃຕ້ຮົ່ມທຸງຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍຄວາມ ເອົາໃຈໃສ່ຂອງຂັ້ນເທິງ ແລະ ຫົວໜ້າກົມ-ຫົວໜ້າອຳນວຍການ ແຕ່ລະລຸ້ນແຕ່ລະທ່ານທີ່ຮັບຜິດ ຊອບຜ່ານມາໄດ້ເຮັດໃຫ້ຂ່າວສານປະເທດລາວນັບມື້ນັບເຕີບໃຫຍ່ຂັ້ມ ແຂງຢ່າງບໍ່ຢຸດຢັ້ງ. ໃນ ເມື່ອກ່ອນມີພຽງເຄື່ອງຈັກໂທລະເລກເກົ່າໆ 1 ເຄື່ອງກາຍມາເປັນ ສາມເຄື່ອງ, ເຄື່ອງສົ່ງ (ຈັກກະຈາຍ) ກໍມີຈັກ T 50, T 100, T 500, T 1.000, 5 KW, ສ່ວນ ເຄື່ອງຮັບກໍມີຈັກໂທລະພິມ P 250, P 371, TOPON, EKAD, ຕໍ່ມາອີກກໍໃຊ້ເຄື່ອງຄອມພິວເຕີ ແທນໃຫ້ເຄື່ອງໂທລະເລກ-ໂທລະພິມຈົນເຖິງປັດຈຸບັນ.
          ປັດຈຸບັນນີ້ ຂ່າວສານປະເທດລາວໄດ້ກ້າວໄປສູ່ເຄື່ອງເຕັກໂນໂລຊີທັນສະໄໝ ເທົ່າທຽມກັບປະເທດອື່ນ, ອັນໄດ້ເ ຮັດໃຫ້ຊື່ສຽງຂອງສຳນັກຂ່າວສານປະ ເທດລາວເປັນທີ່ຮັບຮູ້ໄປທົ່ວ ໂລກ. ພາລະບົດບາດກໍສູງຂຶ້ນ ເລື່ອຍໆຜະລິດຕະພັນຂ່າວ ສານກໍມີຫລາຍຢ່າງ ເຊັ່ນ: ໜັງສືພິມ ປະເທດລາວ, ໜັງສືພິມພາສາອັງກິດ, ໜັງສືພິມພາສາຝຣັ່ງ, ໃບຂ່າວຄົ້ນຄວ້າ, ວາລະ ສານ, ອິນເຕີເນັດ, ເວັບໄຊ ແລະ ອື່ນໆ. ກວ່າ 46 ປີຜ່ານມາ, ພະນັກງານຂ່າວສານທຸກຄົນບໍ່ວ່າຮຸ່ນກ່ອນກໍຄືຮຸ່ນສືບທອດ ທຸກຄົນໄດ້ພ້ອມພຽງຮຽງໜ້າກັນສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນວຽກງານວິຊາສະເພາະ ເພື່ອ ເຮັດຫລ້ອນໜ້າທີ່ອັນມີກຽດສົມກັບເປັນກະບອກສຽງຂອງພັກ-ລັດຢ່າງແທ້ຈິງ.

No comments:

Post a Comment