ຫ້ອງວ່າການສູນພັກກອມມູນິດຫວຽດນາມສົມທົບກັບອຳນາດການປົກຄອງ
ແຂວງສະຫວັນນະເຂດ ຈັດພິ ທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການກໍ່ສ້າງຫໍວັດ ທະນະທຳ ໄກສອນ ພົມວິຫານ
ໃນຕອນເຊົ້າຂອງວັນທີ 7 ມັງກອນ 2014 ໂດຍການ ເຂົ້າຮ່ວມເປັນກຽດຂອງສະຫາຍ ບຸນປອນ ບຸດຕະນະວົງ
ກຳມະການກົມການເມືອງ ສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງ ພັກ; ສະຫາຍ ເຈິ່ນກວັກເວື້ອງ
ເລ ຂາທິການສູນກາງພັກ, ຫົວໜ້າ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ; ສະຫາຍ ດຣ. ສຸພັນ
ແກ້ວມີໄຊ ເຈົ້າແຂວງໆສະຫວັນນະເຂດ; ສະຫາຍຫງຽວນ ແມ໋ງຮຸ່ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດ
ເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ; ມີບັນດາການນຳຈາກສູນກາງ, ແຂວງສະຫວັນນະເຂດ ແລະ ຊັ້ນຄົນຕ່າງໆພາຍໃນ
ແຂວງສະຫວັນນະເຂດ ເຂົ້າຮ່ວມຢ່າງຫລວງຫລາຍ.

ຫໍວັດທະນະທຳ ໄກສອນ ພົມວິຫານ ແມ່ນສະຖາປັດທີ່ທັນສະໄໝ
ແລະ ໄດ້ຮັບການອອກແບບເປັນ 4 ອາຄານມີໃນ ເນື້ອທີ່ກວ້າງ 4.777 ຕາແມັດ. ອາຄານ A ເປັນອາຄານຕ້ອນຮັບມີເນື້ອທີ່
210 ຕາແມັດ. ອາຄານ B ເປັນອາຄານຫ້ອງຮຽນ ຫ້ອງອະເນກປະສົງມີເນື້ອ
1.010 ຕາແມັດ, ສູງ 2 ຊັ້ນ, ສ່ວນອາຄານ C ເປັນອາຄານບໍລິຫານມີເນື້ອທີ່ 189 ຕາແມັດ ສູງ
2 ຊັ້ນ ແລະ ອາຄານ D ເປັນຫ້ອງປະຊຸມໃຫຍ່ ມີຫ້ອງ ຮັບແຂກລະດັບພິເສດ, ມີຫ້ອງຊົມການສະແດງບັນຈຸ
680 ບ່ອນ ນັ່ງ, ເວທີສະແດງ ແລະ ຫ້ອງເຕັກນິກຮັບ ໃຊ້ມີເນື້ອທີ່ທັງໝົດ 1.355 ຕາແມັດ, ສູງ
4 ຊັ້ນ. ນອກ ຈາກນີ້ ກໍມີເນື້ອທີ່ເດີ່ນສວນ, ບ່ອນຈອດລົດ, ເສັ້ນ ທາງສັນຈອນພາຍໃນລວມມີເນື້ອທ່ີທັງໝົດ
10.524 ຕາແມັດ.
ໃນໂອກາດດັ່ງກ່າວນີ້ ການນຳທັງສອງປະເທດ ແລະ ແຂວງສະຫວັນນະເຂດກໍໄດ້ຮ່ວມກັນຕັດແຖບຜ້າປ່ອຍໝາກປຸ່ມ
ເປົ້າເພື່ອເປັນສັນຍາລັກວ່າຫໍວັດທະນະທຳໄກສອນ ພົມວິຫານ ແຫ່ງນີ້ນອກຈາກຈະເຮັດໜ້າ ທີ່ໃຫ້ການບໍລິການຢ່າງສົມບູນ
ແບບຍັງເປັນການຢັ້ງຢືນເຖິງນ້ຳໃຈມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງພັກ,
ລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ຊຶ່ງເປັນບ່ອນສຶກສາອົບຮົມ
ມູນເຊື້ອມິດຕະພາບ ແລະ ຄຸນສົມບັດສິນທຳປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະ ເປັນບ່ອນຈົດ
ຈຳຄຸນງາມຄວາມດີຂອງຄົນຮຸ້ນກ່ອນຂອງສອງຊາດລາວ-ຫວຽດນາມ ໄວ້ ເປັນແວ່ນແຍງໃຫ້ຄົນຮຸ້ນໃໝ່ໄດ້ສືບ
ທອດເສີມຂະຫຍາຍ ແລະປົກປັກຮັກສາໄວ້ໃຫ້ຢືນຍົງຄົງຕົວຢູ່ນຳພວກເຮົາຕະຫລອດໄປ.
No comments:
Post a Comment