Ad

Ad

9 January 2014

ທ່ານ ສີສະ​ຫວາດ ​ແກ້ວ​ບຸນ​ພັນ ​ຫວນ​ຄືນ​ມູນ​ເຊື້ອວັນ​ສ້າງຕັ້ງກອງທັບປະຊາຊົນ​ລາວ​ ຄົບ​ຮອບ 65 ປີ ຢູ່ແຂວງຫລວງ​ນ້ຳ​ທາ


         ວັນ​ທີ 7 ມັງກອນນີ້, ​ ທ່ານ ສີສະ​ຫວາດ ​ແກ້ວ​ບຸນ​ພັນ, ອະ​ດີດ​ກຳມະການ​ກົມ​ການ​ເມືອງ​ສູນ​ ກາ​ງພັກ, ອະ​ດີດ​ປະ ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ເລົ່າ​ຄືນ​ມູນ​ເຊື່ອ​ວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບ ຮອບ 65 ປີ​ ຢູ່​ຫໍ​ວັດທະນະທຳ ແຂວງ​ຫລວງ​ນ້ຳ​ທາ ຊຶ່ງທ່ານ ດຣ. ພິມ​ມະ​ສອນ ເລືອ​ງຄຳ​ມາ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ເຈົ້າ​ແຂວງໆຫລວງ​ນ້ຳທາ, ມີ​ບັນດາ​ທ່ານ​ການ​ນຳ​ຂັ້ນ​ແຂວງ, ​ແນວ​ລາວ​ສ້າງ​ຊາດ​ແຂວງ, ອະ​ດີດ​ການ​ນຳ, ພະນັກງານ​ປະຕິວັດ​ອາວຸ​ໂສ​-ບຳນານ, ຫົວໜ້າ ແລະ ຮອງ​ຫົວໜ້າ​ພະ​ແນ​ກການ, ອົງ ການ​ທຽບ​ເທົ່າ, ລັດ​ວິ​ສາ​ຫະກິດ, ທະນາຄານ, ຄະນະ​ພັກ, ນາຍ ແລະ ພົນທະ ຫານ, ນາຍ ​ແລະ ພົນ​ຕຳຫລວດ, ຄະນະ​ພັກ​ເມືອງ​ຫລວງ​ນ້ຳ​ທາ, ຜູ້ຕາງໜ້າ​​ຄູ-​ອາ ຈານ ​ແລະ ​ແພດ​ໜໍ​ເຂົ້າ​ຮ່ວມຮັບ​ຟັງ​ທັງ​ໝົດ 600 ກວ່າ​ທ່ານ.

            ​ໃນ​ພິທີ ທ່ານ ສີສະ​ຫວາດ​ ແກ້ວ​ບຸນ​ພັນ ​ໄດ້​ຍົກ​ໃຫ້​ເຫັນ​​ການ​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ຂະ ຫຍາຍຕົວ ຂອງ​ກອງທັບ​ປະຊາ ຊົນ​ລາວ ​ເຊິ່ງ​ໄດ້​ສ້າງຕັ້ງຂຶ້ນ​ໃນ​ວັນ​ທີ 20 ມັງກອນ 1949 ຢູ່​ເຂດ​ລາວ​ຮຸ່ງ​ພຽງ​ສາ ​​ເມືອງ​ຊຽງ​ຄໍ້ ແຂວງ​ຫົວພັນ ​ໂດຍ​ແມ່ນ​ທ່ານ ໄກສອນ ພົມວິຫານ​ ເປັນ​ຜູ້​ບັນຊາ​ການ​​ໂດຍ​ກົງ ​ເຊິ່ງ​ໃນ​ເວລາ​ນັ້ນ​ເອີ້ນ ວ່າ: ກອງທັບ​ລາວ​ອິດສ ະຫລະ ​ໂດຍ​ພາຍ​ໃຕ້​ການ​ຊີ້ນຳ- ນຳພາ​ຂອງ​ພັກ​ທີ່​ມີ​ແນວທາງ​ການເມືອງ, ການທະຫານອັນ ຖືກຕ້ອງ ແລະ ປະດິດສ້າງຂອງ ກອງທັບປະຊາຊົນລາວໄດ້ ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນ ຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ກອງທັບ​ປະຊາຊົນ​ລາວ ໄດ້​ສາມັກຄີ​ກັບ​ກອງທັບ​ປະຊາຊົນ​ ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ ​ແລ​ະ ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ກ້າວໜ້າ​ໃນ​ໂລກ ໂດຍ​ສະ​ເພາະ​ແມ່ນ​ຄວາມ​ສາມັກ ຄີ​ ຮ່ວມ​ສຳພັນ​ສູ້​ຮົບ​ກັບ​ກອງທັບ ແລະ ປະຊາຊົນ​ອ້າຍ​ນ້ອງ. ພ້ອມ​ນີ້, ທ່ານ ສີສະ​ຫວາດ​ ແກ້ວ​ບຸນ​ພັນ ຍັງ​ໄດ້​ຫວນຄືນ​​ໄຊຊະນະບັ້ນຮົບ​ປົດ​ປ່ອຍ​ຫລວງ​ນ້ຳ​ທາ ໃນປີ 1962 ​ເຊິ່ງ​ເປັນ​ບັ້ນຮົບ​ທົດ​ສອບ​ທຳ​ອິດ ເພື່ອ​ໃຫ້​ເຫັນ​ແຈ້ງ​ກ່ຽວ​ກັບ​ຄວາມສາ ມາດຂອງກອງທັບປະຊາຊົນລາວໃນການ ຕີເອົາຊະນະກັບຈັກກະພັດ ແລະ ລູກແຫລ້ງຕີນມືໃນສະໜາມຮົບຢູ່ປະເທດເຮົາ ແລະ ບັນດາສະໜາມຮົບຢູ່ອິນດູຈີນ.
           ການຈັດຕັ້ງປາຖະກະຖາ​ວັນ​ສຳຄັນ​ດັ່ງກ່າວ​ ແມ່ນ​ແນ​ໃສ່​ເຮັດ​ໃຫ້​ພະນັກງານ, ສະມາຊິກ​ພັກພາຍໃນແຂວງຫລວງ ນ້ຳທາໄດ້ຮັບຮູ້, ກຳແໜ້ນມູນເຊື້ອ ແລະ ຜົນງານຂອງກອງທັບປະຊາຊົນລາວ, ທັງເປັນການສຶກສາອົບ ຮົມນ້ຳໃຈຮັກຊາດ, ນ້ຳໃຈຕໍ່ສູ້ເດັດດ່ຽວບໍ່ຍອມຈຳນົນ ແລະ ນ້ຳໃຈເສຍສະຫລະອັນສູງສົ່ງຕໍ່ປະເທດຊາດຂອງກອງທັບ ກໍຄື ປະຊາຊົນ ແລະ ປັດຈຸບັນກອງ ທັບປະຊາຊົນລາວໄດ້ເສີມຂະ ຫຍາຍມູນເຊື້ອຂອງຕົນໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງ​ພັກຕາມບົດບາດ ຂອງ​ຕົນ​ຢ່າງ​ສົມ​ກຽດ​ໃນ​ພາລະ ກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ.
           ​ໂອ​ກາດນີ້, ທ່ານ ສີສະ​ຫວາດ ​ແກ້ວ​ບຸນ​ພັນ ຍັງ​ໄດ້​ນຳ​ເອົາ​ປື້ມ ພົນ​ເອກ ສີສະ​ຫວາດ ແກ້ວ​ບຸນ​ພັນ ຫຼໍ່​ຫຼອມ ​ແລະ ​ເຕີບ​ໃຫຍ່​ໃນ​ແປວ​ໄຟ​ປະຕິວັດ, ຢາ​ປົວ​ພະຍາດ ​ແລະ ​ເຄື່ອງນຸ່ງ​ຫົ່ມ​ຈຳ ນວນ​ໜຶ່ງ​ມອບ​ໃຫ້​ແຂວງ​ຫລວງ​ນ້ຳ​ທາ​.

No comments:

Post a Comment