Ad

Ad

9 January 2014

ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນແມ່​ນ້ຳຂອງໄດ້ກຳນົດ 11​ ໂຄງການເພື່ອ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ.



          ​ແຜນການ​ຮ່ວມ​ມື​ດ້ານ​ເສດຖະກິດອະ​ນຸພາກ​ພື້ນ​ແມ່​ນ້ຳ ຂອງໂດຍ​ມີ​ຈຸດປະສົງ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​ເສດຖະ ກິດ- ສັງຄົມ​ຂອງ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.
          ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່ນ​້ຳຂອງ(GMS) ​ໄດ້​ມີ​ວິ​ໄສ​ທັດ​ວ່າ: ​ແຜນ​ງານ​ຮ່ວມ​ມື​ຄວນ​ມີ​ການ​ຊ່ວຍ​​ເຊື່ອມ​ຕໍ່​ປະ​ເທດ​ຂອງ​ຕົນ​ໂດຍ​ຜ່ານ​ການ​ປັບປຸງ​ໂຄງ​ລ່າງ ພື້ນຖານ, ດ້ວຍ​ເຫດ​ນັ້ນຈຶ່ງ​ໄດ້​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ ​ເພື່ອ​ເປັນ​ການ​ກະ​ຕຸ້ນ​ການ​ເຕີບ​​ໂຕ​ທາງ​ດ້ານ​ເສດຖະ ກິດ​ໃນ​ອະນຸ​ພາກ​ພື້ນ ​ໃຫ້​ດີ​ຂື້ນ​ກວ່າ​ເກົ່າ. ​ເພື່ອ​ຊ່ວຍ​ເຮັດ​ໃຫ້​ວິ​ໄສ​ທັດ​ດັ່ງກ່າວ​ປະກົດ​ຜົນ​ເປັນ​ຈິງ ແລະ ​ແກ້​ໄຂ​ບັນຫາ​ໃນ​ອະນຸ​ພາກ​ພື້ນ, ​ແຜນ​ງານ ​ແລະ ​ໂຄງການ​ບູລິ​ມະ​ສິດ ​ໄດ້​ຖືກ​ກຳ​ນົດຂຶ້ນ ແລະ ຈັດຕັ້ງປະຕິບັດ​ຢູ່​ໃນ ຫລາຍໆ​ຂະ​ແໜງ​ການ. ບັນດາ​ປະ​ເທດ GMS ​ໄດ້​ລວມ​ເອົາ​ບັນ ດາ​ແຜນ​ງານ​ທີ່​ມີ​ກິດຈະກຳ​ພົວ ພັນ​ກັນ ​ເຂົ້າ​ມາ​ຮ່ວມ​ກັນ ​ໂດຍ​ກຳ​ນົດ​ໃຫ້​ເປັນ​ຂອບ​ຍຸດ​ທະ​ສາດ​ທີ່​ກວມ​ລວມສຳ​ຫລັບ​ການ​ພັດທະ ນາ​ອະນຸ​ພາກ​ພື້ນ, ​ເຊິ່ງມີ​ສຸມ​ໃສ່ 5 ໜ້າ​ທີ່​ຍຸດ​ທະ​ສາດ​ເຊັ່ນ: ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເຊື່ອມ​ຕໍ່​ດ້ານ​ໂຄງ​ລ່າງ​ພື້ນຖານ; ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ ການ​ຄ້າ, ການ​ລົງ​ທຶນ ​ແລະ
ການ ທ່ອງທ່ຽວ​ຂ້າມ​ຜ່ານ​ຊາຍ​ແດນ; ເພີ່ມ​ທະວີ​ສົ່ງ​ເສີມການ​ເຂົ້າ​ຮ່ວມ​ຂອງ​ພາກ​ເອກະ​ຊົນ ​ແລະ ປັບປຸງ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ; ການ​ພັດທະນາ​ຊັບ​ພະນາ​ກອນ​ມະນຸດ ​ແລະ ຄວາມ​ສາມາດ​ດ້ານ​ທັກສະ ​ແລະ ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ​ແລະ ສ່ົ່ງ​ເສີມ​ການ​ນຳ​ໃຊ້ ຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ.
           ຕໍ່​ກັບ​ຈຸດ​ສຸມ​ແຜນ​ງານ ແລະ ກອບ​ຍຸດ​ທະ​ສາດ​ດັ່ງກ່າວ ບັນດາ​ປະ​ເທດGMS ​ໄດ້​ກຳນົດ ແລະ ຕົກລົງ​ນຳ​ກັນ​ໂດຍ​ມີ 11 ໂຄງການ ​ເພື່ອ​ຊຸກ​ຍູ້​ການຈະ​ເລີ​ນ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ອະນຸ​ພາກ​ພື້ນ ​ເຊັ່ນ: ​ແລວ​ທາງ​ເສດຖະກິດ​ເໜືອ-​ໃຕ້; ​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ; ​ແລວ​ທາງ​ເສດຖະກິດ​ພາກ​ໃຕ້; ກະດູກ​ສັນ ຫລັງ​ໂທລະ​ຄົມມະນາຄົມ; ການ​ຈັດການ​ກ່ຽວ​ກັບ​ການ​ເຊື່ອມ ​ແລະ ການ​ຄ້າ​ພະ ລັງງານ​ໃນ​ອະນຸ​ພາກ​ພື້ນ; ການ​ອຳນວຍ​ຄວາມ​ສະດວກ ໃຫ້​ແກ່​ການ​ຄ້າ ​ແລະ ການ​ລົງທຶນ​ຂ້າມ​ຜ່ານ​ຊາຍ​ແດນ; ​ເພີ່ມ​ທະວີ​ການ​​ເຂົ້າ​ຮ່ວມ​ຂອງ​ພາກ​ເອກະ​ຊົນ ແລະ ປັບປຸງ​ຄວາມ​ສາມາດ​ແຂ່ງຂັນ; ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ຄວາມ​ສາມາດ​ທັກ​ສະ; ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ແລະ ການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ; ການ​ຄວບ​ຄຸມ ​ແລະ ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ​ແລະ ພັດທະນາ​ການທ່ອງທ່ຽວ​ຂອງ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ ແມ່​ນ້ຳຂອງ.
           ​ບັນດາ​ປະ​ເທດ GMS ​ໄດ້​ສະໜັບສະໜູນ​ ບັນດາ​ແຜນ​ງານ​ຕ່າງໆ ພ້ອມ​ທັງ​ຢືນຢັນ​ວ່າ: ບັນ ດາ​ແຜນ​ງານ​ດັ່ງກ່າວ​ມີ​ຄວາມ​ສາມາດ​ໃຊ້​ໄດ້​ຕາມ​ເປົ້າ​ໝາຍ ແລະ ຈຸດປະສົງ​ຂອງ​ກາ​ນຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ ​ແລະ ​ໄດ້​ຢັ້ງຢືນ​ວິທີ​ການ​ຂອງ​ແຜນ​ງານ​ທີ່​ເນັ້ນ​ໃສ່​ພາກ​ປະຕິບັດ​ຕົວ​ຈິງ ​ເປັນ​ການ​ແນ​ໃສ່​ເພື່ອ​ດຳ​ເນີນ​ງານ ທີ່​ມີ​ຜົນ​ໄວ້​ວາງ​ໃຈ​ຊຶ່ງ​ກັນ ​ແລະ ກັນ ເຊິ່ງ​ເຮັດ​ໃຫ້​ບັນດາ​ປະ​ເທດ GMS ສາມາດ​ເລັ່ງການຈັດຕັ້ງປະຕິບັດ ບັນດາ​ໂຄງການ ​ແລະ ຂໍ້​ລິ​ເລີ່​ມການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ທີ່​ເປັນ​ບູລິ​ມະ​ສິດ​ຢ່າງ​ມີ​ຜົນສຳ​ເລັດ​ຫລາຍໆ​ດ້ານ​ໃນ​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ GMS. ບັນ ດາ​ແຜນ​ງານ​ຕ່າງໆຍັງ​ໄດ້​ລ ະດົມ​ການ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນ​ທີ່​ມີ​ຈຳນວນ​ເພີ່ມ​ຂື້ນ ຈາກ​ບັນດາ​ຄູ່​ຮ່ວມ​ພັດທະນາ ​ແລະ ຜູ້​ມີ​ສ່ວນ​ຮ່ວມ​ສຳຄັນ​ອື່ນໆ ​ໂດຍ​ສະ​ແດງ​ອອກ ​ແລະ ​ເຫັນ​ໄດ້​ໃນ​ການ​ເກີດໝາກ ຜົນຢ່າງ​ຊັດ​ເຈນອອກ​ມາ​ໃນ 11​ໂຄງການ ​ແລະ ​ໄດ້​ປະກອບສ່ວນ​ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ຫລຸດ ຜ່ອນ​ຄວາມທຸກ​ຍາກ​ໃນ​ອະນຸ ພາກພື້ນກໍ​ຄື​ການ​ເຮັດ​ໃຫ້​ບັນດາ​ປະ​ເທດ GMS ມີ​ຄວາມ​ວັດທະ ນາ, ປະສົມປະສານ​ ​ແລະ ມີ ຄວາມ​ປອງ​ດອງກົມກຽວ​ກັນ ແລະ  ປາກົດ​​ເປັນ​ຈິງ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ອອກ.ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ໄດ້​ເຕີບ​ໂຕ​ໃນ​ແຕ່ ລະ​ປີ ລາຍ​ຮັບ​ຕົວ​ຈິງ​ກໍ​ໄດ້​ເພີ່ມ​ຂື້ນກວ່າ 3 ​ເທື່ອ, ສະພາບ​ຄວາມ ທຸກ​ຍາກ​ໃນ​ບັນດາ​ປະ​ເທດ GMS  ອິງ​ຕາມ​ຂິດ​ຄວາມ​ທຸ​ກຍາກ​ແຫ່ງ​ຊາດ ​ແມ່ນ​ໄດ້​ຫລຸດ​ລົງ​ຢ່າງ​ຫລວງຫລາຍ ​ແລະ ບັນດາ​ປະ​ເທດ GMS ​ໄດ້​ສ້າງ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ​ເພື່ອ​ການ​ພັດທະນາ(MDGs). ບັນດາ​ປະ​ເທດ GMS ​ໄດ້​ການ​ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ເປີດ​ກວ້າງ​ຫລາຍ​ຂຶ້ນ ​ແລະ ອັດຕາ​ການ​ລົງທຶນ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫລວງ ຫລາຍ​ສຳລັບ​ບັນດາ​ປະ​ເທດ.

No comments:

Post a Comment