Ad

Ad

9 January 2014

1 ປີ ຂະແໜງໂຍທາທິການ- ຂົນສົ່ງມີຜົນສຳເລັດຫລາຍດ້ານ



   ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ ສົກປີ 2012-2013 ຜ່ານມາ ຂະແໜງໂຍທາທິການ ແລະ ຂົນສົ່ງສາມາດຈັດຕັ້ງປະຕິບັດວຽກງານໃນຂົງ ເຂດຂອງຕົນຢ່າງມີ ຜົນສຳເລັດຫລາຍດ້ານເປັນຕົ້ນການພັດທະນາກໍ່ສ້າງເສັ້ນ ທາງ ແລະ ຂົນສົ່ງ, ການພັດທະນາກໍ່ສ້າງຂົວ, ການຂົນສົ່ງທາງນ້ຳ, ຂົນສົ່ງທາງບົກ, ທາງ ອາກາດ, ການພັດທະນາ ແລະ ກໍ່ສ້າງ ທາງລົດໄຟ.
   ຕາມຂໍ້​ມູນ​​ໃນ​ບົດ​ສະຫລຸບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະ ນາ​ເສດຖະກິດ-ສັງຄົມ ສົກ​ປີ 2012-2013 ຂອງ​ກະຊວງ​ແຜນ ການ ​ແລະ ການ​ລົງທຶນ​ໄດ້​ໃຫ້​ຮູ້​ວ່າ:ໃນສົກປີຜ່ານມາການພັດທະນາ ກໍ່ສ້າງເສັ້ນທາງ ແລະ ຂົນ ສົ່ງມີຫລາຍໂຄງການໃຫຍ່ທີ່ສຳ ເລັດ ແລະ ໄດ້ເປີດການນຳໃຊ້ ເປັນຕົ້ນໂຄງການກໍ່ສ້າງເສັ້ນ ທາງເລກ 15B (ສາລະວັນ-ຊາຍ ແດນລາວ-ຫວຽດນາມ), ໂຄງ ການກໍ່ສ້າງຂົວເຊຂະໝານທາງ ເລກ 16B, ໂຄງການກໍ່ສ້າງທາງ 1D ແຕ່ເມືອງຄູນ-ບ້ານປາຄ່າ, ໂຄງການກໍ່ສ້າງເສັ້ນທາງເລກ 2E, ທາງເລກ 4 ADB11 ແລະ
ອື່ນໆນອກຈາກນັ້ນບັນດາໂຄງ ການທີ່ກຳລັງຈັດຕັ້ງປະຕິບັດ ແມ່ນມີຄວາຄືບໜ້າຫລາຍດ້ານ ຊຶ່ງໃນນັ້ນລວມທັງໂຄງການກໍ່ ສ້າງຂົວຂ້າມນ້ຳຂອງດອນໂຂງ ແຂວງຈຳປາສັກ, ຂົວເຊຂະໝານ 2 ແຂວງອັດຕະປື, ຂົວຂ້າມ ນ້ຳຂອງເມືອງປາກແບງແຂວງອຸ ດົມໄຊ ແລະ ເມືອງຊຽງເງິນ ແຂວງໄຊຍະບູລີ, ໂຄງການກໍ່ ສ້າງຂົວແລະທາງເຂົ້າດ່ານສາ ກົນ ພູເກືອເມືອງພູວົງແຂວງອັດ ຕະປື. ສ່ວນການຈັດຕັ້ງປະຕິບັດ ບັນດາໂຄງການປ້ອງກັນຕະຝັ່ງ ເຈື່ອນຕາມຈຸດຕ່າງໆປະຕິບັດໄດ້ 19 ໂຄງການ ໃນນີ້ກໍ່ສ້າງສຳ ເລັດ 7 ໂຄງການ ແລະ ກຳລັງ ຈັດຕັ້ງປະຕິບັດ 12 ໂຄງການ; ພ້ອມນີ້ກໍໄດ້ສຳເລັດການກໍ່ສ້າງ ສະ ໜາມບິນຫລວງພະບາງ, ການປັບປຸງສະໜາມບິນສາກົນ ວັດໄຕ ແລະ ການກໍ່ສ້າງອາຄານ ຕຶກກຽດຕິຍົດ (VVIP) ທີ່ສະ ໜາມບິນສາກົນວັດໄຕ, ສຳເລັດ ການປະມູນກໍ່ສ້າງ ແລະ ເຊັນສັນຍາວ່າຈ້າງທີ່ປຶກສາໂຄງການສະໜາມບິນປາກເຊໄລຍະ 2, ໂຄງການກໍ່ສ້າງສະໜາມບິນທົ່ງໄຫ ຫີນແຂວງຊຽງຂວາງ ແລະ ໂຄງການກໍ່ສ້າງສະໜາມບິນເຊໂນ ແຂວງສະຫວັນນະເຂດ ແມ່ນຢູ່ໃນຂັ້ນຕອນເຈລະຈາດ້ານງົບປະມານ, ໂຄງການກໍ່ສ້າງສະໜາມບິນເມືອງຕົ້ນເຜິ້ງແຂວງບໍ່ແກ້ວຢູ່ໃນຂັ້ນຕອນການ ສຳຫລວດອອກແບບ, ໂຄງການ ກໍ່ສ້າງສະໜາມບິນແຂວງໄຊຍະບູລີ ຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ ແລະ ສະເໜີລັດ ຖະບານຮັບຮອງ, ໂຄງການກໍ່ສ້າງສະໜາມບິນໜອງຄ້າງຢູ່ຂັ້ນຕອນການກໍ່ສ້າງ, ໂຄງການກໍ່ສ້າງສະໜາມບິນແຂວງອັດຕະ ປືປະຕິບັດໄດ້ 30%, ໂຄງການປັບປຸງສະໜາມບິນແຂວງອຸດົມໄຊ ຢູ່ໃນຂັ້ນຕອນການເຊັນບົດບັນທຶກ ແລະ ໂຄງການກໍ່ສ້າງ ສະໜາມບິນຜົ້ງສາລີເພື່ອໃຫ້ສາມາດຮອງຮັບເຮືອບິນ ART72 ໄດ້ຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້.
            ສຳລັບການພັດທະນາ ແລະ ກໍ່ສ້າງທາງລົດໄຟນັ້ນປະກອບມີໂຄງການກໍ່ສ້າງທາງລົດໄຟໄລຍະ 2 ທ່ານາແລ້ງ-ຄຳສະ ຫວາດຍາວ9ກິໂລແມັດແມ່ນສຳເລັດການປະມູນຄັດເລືອກເອົາບໍລິສັດທີ່ປຶກສາ, ສ່ວນໄລຍະ 1 ແມ່ນຢູ່ໃນຂັ້ນຕອນກະກຽມ ເອກະສານເພື່ອການປະມູນຄັດ ເລືອກເອົາບໍລິສັດເພື່ອກໍ່ສ້າງ Container Yard, ລາງຫລີກ ແລະ ສິ່ງອຳນວຍຄວາມສະ ດວກຢູ່ສາງທ່ານາແລ້ງ; ໂຄງການກໍ່ສ້າງທາງລົດໄຟແຕ່ນະຄອນຫລວງວຽງຈັນ-ເມືອງບໍ່ເຕັນຍາວ 417 ກິໂລແມັດ ໄດ້ສຳເລັດ ການສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ຊຶ່ງລັດຖະບານກຳລັງຄົ້ນຄວ້າແຫລ່ງທຶນ ມາຈັດຕັ້ງປະຕິບັດ; ໂຄງການກໍ່ສ້າງ ທາງລົດໄຟສະຫວັນນະເຂດ-ລາວບາວຢູ່ໃນຂັ້ນຕອນ ການສຳຫລວດ, ສຶກສາຄວາມ ເປັນໄປໄດ້ແລະເຊັນສັນຍາສຳປະທານ ລະຫວ່າງລັດຖະບານ ສປປ ລາວ ກັບ ບໍລິສັດ GLC.
              ໂດຍລວມແລ້ວໃນສົກປີ 2012-2013 ນີ້, ສຳລັບການຂົນ ສົ່ງທາງບົກ: ບໍລິມາດການຂົນ ສົ່ງສິນຄ້າແມ່ນປະ ຕິບັດໄດ້ 4.129.000 ໂຕນ, ບໍລິມາດການ ຈໍລະຈອນສິນຄ້າ 654.842 ໂຕນ/ ກມ, ບໍລິມາດຂົນສົ່ງໂດຍສານ 44.600 ກວ່າຄົນ, ບໍລິມາດຈໍລະ ຈອນໂດຍສານ 4.843ຄົນ/ກມ; ການຂົນສົ່ງທາງນ້ຳ: ບໍລິມາດ ການສົ່ງສິນຄ້າແມ່ນ 923.000 ໂຕນ, ບໍລິມາດການຈໍລະຈອນ ສິນຄ້າ 36.385.000 ໂຕນ/ກມ, ບໍ ລິມາດຂົນສົ່ງໂດຍສານ 1.900. 000 ກວ່າຄົນ ແລະ ການຈໍລະຈອນໂດຍສານ 25 ລ້ານກວ່າ ຄົນ/ກມ; ການຂົນສົ່ງທາງອາ ກາດ: ບໍລິມາດຂົນສົ່ງພາຍໃນ 23.190 ຖ້ຽວ, ຜູ້ໂດຍ ສາຍ 677.217 ຄົນ, ເຄື່ອນພັດສະດຸ ເຂົ້າ-ອອກ 1.780.000 ກວ່າໂຕນ, ຖ້ຽວບິນຕ່າງປະເທດ 17.179 ຖ້ຽວ, ຜູ້ໂດຍສານ 811.619 ຄົນ ແລະ ເຄື່ອງພັດສະດຸເຂົ້າ-ອອກ 352.867 ໂຕນ ແລະ ການຂົນສົ່ງ ທາງລົດໄຟ: ບໍລິມາດໂດຍສານຂາເຂົ້າບັນ ລຸໄດ້ 15.300 ກວ່າຄົນ ແລະ ບໍລິມາດຂົນສົ່ງໂດຍສານຂາອອກບັນລຸ 18.500 ກວ່າຄົນ .

No comments:

Post a Comment