Ad

Ad

9 January 2014

ຈັບຜູ້​ກໍ່​ເຫດ​ປຸ້ນ​​ລົດຈັກ​ມາດຳເນີນຄະດີ.



     ​ເວລາ​ປະມານ 7:00 ​ໂມງ ຂອງ​ວັນ​ທີ 6 ມັງກອນ​ຜ່ານ​ມານີ້, ​ເຈົ້າໜ້າ​ທີ່​ຕຳຫລວດ​ປະຈຳ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໄດ້​ຈັບ​ຕົວ​ທ້າວ ​ເຕື່ອຍ ອາຍຸ 34 ປີ ຢູ່​ບ້ານ​ຄີ​ສີ ​ເມືອງ​ຊະນະ​ສົມບູນ ແຂວງ​ຈຳປາ​ສັກ ​​ເຮັດ​ວຽກ​ເປັນ​ກຳມະກອນ​ຢູ່ນະຄອນຫລວງ​ວຽງ​ຈັນ ສົ່ງ​ໃຫ້​ຕຳຫລວດ​ນະ ຄອນຫລວງ​ວຽງ​ຈັນ​ເອົາ​ຕົວ​ໄປ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດ ໝາຍ, ພາຍຫລັງ​ຜູ້ກ່ຽວ​ໄດ້​ກໍ່​ເຫດ​ທຳຮ້າຍ​ຮ່າງກາຍ​ຊາຍ​ຄົນ​ໜຶ່ງ ອາຍຸ 40 ປີ ​ໃນ​ເຂດ​ເສັ້ນທາງ​ໃກ້​ສະໜາມກິລາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ເພື່ອ​ປຸ້ນ​ເອົາ​ລົດຈັກ​ຂອງ ​ແລະ ​ເກີດ​ການ​ຕໍ່ສູ້​ກັນ, ​ແຕ່​ໂຊກ​ດີ​ເຫດການ​ຄັ້ງນີ້​ໄດ້​ມີ​ພົນລະ​ເມືອງ​ມາ​ພົບ​ເຫັນ ​ແລະ ​ແຈ້ງ​ຕໍ່​ເຈົ້າໜ້າ​ທີ່​ນຳ​ຈັບ​ຕົວ​ຜູ້​ກໍ່​ເຫດ​ເອົາ​ໄວ້​ໄດ້​ທັນ ​ແລະ ນຳ​ຕົວ​ໄປ​ດຳ​ເນີນ​ຄະດີ​, ສ່ວນ​ເຈົ້າຂອງ​ລົດ​ທີ່​ຖືກ​ທຳຮ້າຍ​ຮ່າງກາຍ​​ໄດ້​ຮັບ​ບາດ​ເຈັບ​ ​ແລະ ນຳ​ສົ່ງ​ໂຮງ ໝໍ.

No comments:

Post a Comment