Ad

Ad

9 January 2014

ເມື່ອ​ຄຳ​ຕັດສິນ​ຂອງ​ສານ​​ບໍ່​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ຢ່າງ​ເຂັ້ມງວດ​ ແລ້ວ​ໃຜ​ຈະ​ເປັນ​ຜູ້​ຮັບຜິດຊອບ ?



      ປັດຈຸບັນ ບັນຫາ​ຂໍ້​ຂັດ​ແຍ່ງ​ດ້ານ​ທີ່​ດິນ​ຢູ່ປະ​ເທດ​ເຮົາ​ແມ່ນ​ເກີດ​ຂຶ້ນ​ໃນ​ຫລາຍ​ກໍລະນີ ​ແລະ ການ​ອອກ​ໃບ​ຕາດິນ​ຊະຊາຍ, ທັບ​ຊ້ອນ ​ໂດຍ​ຖື​ເບົາ​ຕໍ່​ການ​ກວດກາ​ຂອງ​ພາກສ່ວນ​ກ່ຽວຂ້ອງ​ນີ້ ແມ່ນ​ສາ​ເຫດ​ໜຶ່ງ​ທີ່​ພາ​ໃຫ້​ເກີດ​ມີ​ຂໍ້​ຂັດ​ແຍ່ງ​ດັ່ງກ່າວ​ໃນ​ສັງຄົມ ຈົນ​ເຖິງ​ຂັ້ນຂຶ້ນຮ້ອງ​ຟ້ອງ​ຕໍ່​ສານ​ມາ​ແລ້ວ​ຫລາຍ​ກໍລະນີ. ດັ່ງ​ກໍລະນີ​ນີ້ຕົວຢ່າງ​ໜຶ່ງ​ທີ່​ເກີດ​ຂຶ້ນຢູ່​ບ້ານ​ນາ​ກຸງ ​ເມືອງ​ໄຊ​ທານີ ນະຄອນ ຫລວງ​ວຽງ​ຈັນ ລະຫວ່າງ​ນາງ (ສຄ) ​ແລະ ນາງ (ສຫວ) (ນາມ​ສົມມຸດ) ​ໂດຍ​ປະຊາຊົນ​ທ່ານ​ໜຶ່ງ​ໄດ້​ນຳ​ເອກະສານ​ສຳຄັນ​ຈຳນວນ​ໜຶ່ງ​ທີ່​ນາງ (ສຄ) ​ໄດ້​ປະກອບ​ໃນ​ການ​ສູ້​ຄະດີ​ໃນ​ຊັ້ນສານ ​ເພື່ອ​ທວງ​ເອົາ​ທີ່​ດິນ​ມູນ​ຂອງ​ຕົນ​ກັບ​ຄືນ​ມາ​ເປັນ​ກຳມະສິດ​ຂອງ​ວົງ​ຕະກຸນ​ເໝືອນ​ເດີມ, ຕາມ​ເອກະ ສານ​ທີ່​ປະຊາຊົນ​ຄົນ​ດັ່ງກ່າວ​ໄດ້​ໃຫ້​ຂໍ້​ມູນ​ແກ່​ນັກ​ຂ່າວ​ພວກ​ເຮົາ ເຊິ່ງສາມາດ​ສັງ​ລວມ​ໄດ້​ວ່າ: ກ່ອນ​ໜ້ານີ້ ຄື​ໃນ​ປີ 2010 ມີນາ​ງ (ສຄ) ​ໄດ້​ນຳ​ເອົາ​ໃບ​ຕາດິນ ຈຳ ນວນ 3 ຕອນ ​ໃນ​ນີ້ຢູ່​ບ້ານ​ນາ​ກຸງ ເມືອງ​ໄຊ​ທານີ 2 ຕອນ ​ແລະ ຢູ່​ບ້ານ​ໂພນ​ຄໍ້ ​ເມືອງ​ໄຊ​ທານີ 1 ຕອນ ລວມ​ເນື້ອທີ່​ຫລາຍ​ພັນ​ເຮັກ ຕາ ​ໄປ​ຊວດ​ຈຳນຳ​ນາງ (ສຫວ) ເພື່ອ​ເອົາ​ເງິນ​ມາ​ລົງທຶນ​ລ້ຽງ​ໝູ. ຈາກ​ນັ້ນ ກໍ​ມີ​ການ​ໃຊ້​ແທນ​ຄືນ​ທັງ​ຕົ້ນທຶນ​ທີ່​ກູ້​ຢືມ ​ແລະ ອັດຕາ​ດອກ​ເບ້ຍ​ທີ່​ໄດ້​ມີ​ການ​ຕົກລົງ​ກັນ​ຕາມ​ສັນຍາ, ​ແຕ່​ກໍ​ເກີດ​ມີ​ບັນຫາ​ຕາມ​ມາ ຄື​ຜູ້​ທີ່​ປ່ອຍ​ເງິນ​ກູ້​ຄື​ນາງ (ສຫວ) ​ໄດ້​ລັກ​ເອົາ​ໃບ​ຕາດິນ​ທັງ 3 ຕອນ​ຂອງ​ນາງ (ສຄ) ທີ່​ມາ​ຊວດ​ຈຳ ນັ້ນ​ໄປ​ເຮັດ​ໃບ​ຕາດິນ​ໃໝ່ ​ໂດຍ​
ອອກ​ຊື່​ຜູ້ກ່ຽວ​ເອງ ​ແລະ ສາມີ ​ເຊິ່ງ​ໃບ​ຕາດິນ​ທີ່​ເຮັດ​ໃໝ່​ນັ້ນອອກ​ໃຫ້​ໂດຍ​ພະ​ແນ​ກຊັບພະ ຍາ ກອນ​ທຳ​ມະ​ຊາດ ​ແລະ ສິ່ງ​​ແວດ​ລ້ອມ​ນະຄອນຫລວງ​ວຽງ​ຈັນ. ຫລັງ​ທີ່​ສານ​ປະຊາຊົນ​ສູງ​ສຸດ​ໄດ້​ພິຈາລະນາ​ຄຳ​ຮ້ອງ​ຟ້ອງ​ຂອງ​ນາງ (ສຄ) ​ແລ້ວ ຈຶ່ງ​ຕັດສິນ​ໃຫ້​ລຶບລ້າງ​ໃບ​ຕາດິນ​ທີ່​ຜູ້​ປ່ອຍ​ເງິນ​ກູ້ຄື​ນາງ (ສຫວ) ​ໄດ້​ອອກ​ເປັນ​ຊື່​ຕົນ​ເອງ​ນັ້ນ. ຈາກ​ບັນຫາ​ດັ່ງ ກ່າວ ຈຶ່ງ​ເປັນ​ສະ​ນວນ​ສຳຄັນ​ທີ່​ກໍ່​ໃຫ້​ເກີດ​ຂໍ້​ຂັດ​ແຍ່ງ​ທາງ​ທີ່​ດິນ​ລະຫວ່າງ​ສອງ​ຝ່າຍ ອັນ​ເປັນ​ໜຶ່ງ​ໃນ​ຫລາຍໆ​ປາກົດການ​ຫຍໍ້​ທໍ້​ທີ່​ແຜ່​ຫລາຍ​ຂອງ​ສັງຄົມ ​ແລະ ມີ​ການ​ຮ້ອງ​ຟ້ອງ​ຕໍ່​ສານ ​ເພື່ອ​ຕັດ ສິນ​ຫາ​ຄວາມ​ຖືກຕ້ອງ ​ແລະ ​ເປັນ​ທຳ. ສຳລັບ​ກໍລະນີ​ຂໍ້​ຂັດ​ແຍ່ງ​ທີ່​ກ່າວ​ມານີ້, ຜ່ານ​ການ​ພິຈາລະນາ​ຢ່າງຮອບ​ຄອບ​ຂອງ​ສານ​ປະຊາ ຊົນ​ສູງ​ສຸດ ຈຶ່ງ​ໄດ້​ມີ​ຄຳ​ພິພາກສາ ສະບັບ​ເລກທີ 23/ລລ.ກ, ລົງ​ວັນ​ທີ 30 ພຶດສະພາ 2013 ​ໄດ້​ຕັດສິນ​ໃຫ້​ລຶບລ້າງ​ໃບ​ຕາດິນ​ໃໝ່​ທີ່​ອອກ​ຊື່​ຜູ້​ປ່ອມ​ໃບຕາດິນ (ນາງ ສຫວ) ແລະ ​ໃຫ້​ເຮັດ​ໃບ​ຕາດິນ​ໃໝ່​ໃຫ້​ເຈົ້າຂອງ​ເດີມ ຄືນາງ (ສຄ) ຜູ້​ກູ້​ຢືມ ພ້ອມ​ທັງ​ໃຫ້​ຜູ້​ປ່ອຍ​ເງິນ​ກູ້ (ນາງ ສຫວ) ສົ່ງ​ເງິນ​ທີ່​ຜູ້​ກູ້​ຢືມ​ໄດ້​ຈ່າຍ​ເກີນ​ຈຳນວນ 80 ກວ່າ​ລ້ານ​ ໃນ​ຜ່ານ​ມາ. ພ້ອມ​ກັນນີ້ ສານ​ປະ ຊາຊົນ​ສູງ​ສຸດ​ກໍ​ໄດ້​ອອກ​ໜັງສື​ແຈ້ງ​ເຖິງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ໃຫ້​ຈັດຕັ້ງປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຢ່າງ​ເຂັ້ມງວດ, ​ແຕ່​ໃນ​ກໍລະນີ​ນີ້ບໍ່​ພຽງ​ແຕ່​ຄຳ​ຕັດສິນ​ຂອງ​ສານ​ບໍ່​ໄດ້​ຮັບ​ການຈັດຕັ້ງ ປະຕິບັດ​ຢ່າງ​ເຂັ້ມງວດ​ເທົ່າ​ນັ້ນ, ຜູ້​ປ່ອຍ​ເງິນ​ກູ້ຄື​ນາງ (ສຫວ) ຍັງ​ໄດ້​ນຳ​ດິນ​ຕອນ​ດັ່ງກ່າວ​ໄປ​ຂາຍ​ຕໍ່​ໃຫ້​ແກ່​ນັກທຸລະກິດ​ອີກ​ຕໍ່​ໜຶ່ງ ເຊິ່ງ​ໃບ​ຕາດິນ​ໄດ້​ປ່ຽນ​ເປັນ​ຊື່​ຂອງ (ນາງ ຂ) ຢູ່​ບ້ານ​ໄຊ​ມຸງຄຸນ ​ເມືອງ​ນາ​ຊາຍ​ທອງ ນະຄອນ ຫລວງ​ວຽງ​ຈັນ ​ເຊິ່ງອອກ​ໃຫ້​ໂດຍ​ພະ​ແນ​ກຊັບພະຍາກອນ​ ແລະ ສິ່ງ​ແວດ​ລ້ອມ​ນະຄອນ ຫລວງ​ວຽງ​ຈັນ, ລົງ​ວັນ​ທີ 28 ພະຈິກ 2013.
     ນີ້​ເປັນ​ພຽງ​ຕົວຢ່າງ​ໜຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ: ສະພາບ​ການ​ຂັດ​ແຍ່ງ​ດ້ານ​ທີ່​ດິນ​ຢູ່​ສັງຄົມ​ເຮົາ​ແມ່ນ​ມີ​ລັກສະນະ​ເພີ່ມ​ຂຶ້ນ, ຂໍ້​ຂັດ​ແຍ່ງ​ດັ່ງກ່າວ​ຕົ້ນຕໍ​ແມ່ນເກີດ​ຂຶ້ນ ຈາກ​ຄວາມ​ບໍ່​ເຂົ້າ​ໃຈ​ເລິກ​ເຊິ່ງຕໍ່​ລະບຽບ​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ທີ່​ດິນ​ຂອງ​ບຸກຄົນ​ຈຳນວນ​ໜຶ່ງ ອັນ​ກໍ່​ໃຫ້​ເກີດ​ຄວາມ​ສັບສົນ ແລະ ບໍ່​ສະຫງົບ​ຂອງ​ສັງຄົມ. ນອກຈາກ​ນັ້ນ ພະນັກງານ​ທີ່​ກ່ຽວ ຂ້ອງ​ຈຳນວນ​ໜຶ່ງ​ຍັງ​ຂາດ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ, ຂາດ​ຄວາມ​ຮອບ​ຄອບ ​ແລະ ຖື​ເບົາ​ຕໍ່​ລະບຽບ​ກົດໝາຍ, ພ້ອມ​ທັງ​ມີ​ກາ​ນສວຍ​ໂອກາດ​ໃຊ້​ຕຳ​ແໜ່​ງ ໜ້າ​ທີ່​ຂອງ​ຕົນ​ເອື້ອອຳນວຍ​ໃຫ້​ບຸກຄົນ​ອື່ນ​ເພື່ອ​ວິ້ງ​ເຕັ້ນກະທຳ​ໃນ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ​ເພື່ອ​ຫວັງ​ຜົນ​ປະ​ໂຫຍ​ດ​ໃສ່​ຕົນ​ໂດຍ​ບໍ່​ຄຳນຶງ​ເຖິງ​ຜົນ​ສະທ້ອນ​ທີ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ປະຊາ ຊົນ ​ແລະ ສ່ວນ​ລວມ, ​ເວົ້າສະ​ເພາະ​ກໍ​ແມ່ນ​ສ້າງ​ຄວາມ​ບໍ່​ເຊື່ອ​ໝັ້ນຂອງ​ປະຊາຊົນ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເຮົາ ​ໂດຍ​ສະ​ເພາະ​ຄວາມ​ສັກສິດ ແລະ ຄວາມ​ຍຸຕິ​ທຳ​ຂອງ​ການ​ປະຕິບັດ​ລະບຽບ​ກົດໝາຍ​ບ້ານ​ເມືອງ.

No comments:

Post a Comment