Ad

Ad

9 January 2014

ແກ້ງກວນເມືອງຫຼຸດຜ່ອນລົງຫຼັງມີການເຄື່ອນໄຫວຂອງໜ່ວຍສະເພາະກິດ.


ທ່ານ ພົນຈັດຕະວາ ດຣ ບຸນຊູ ນາມມະຈັກ

         ບັນຫາປາກົດການຫຍໍ້ທໍ້ເຄື່ອນໄຫວປຸ້ນຈີ້, ຊີງຊັບ, ການອະລາວາດຕີກັນ ແລະ ຕັ້ງ ແກ້ງແຂ່ງລົດຕາມຖະໜົນສາຍ ຕ່າງໆໃນນະຄອນຫຼວງວຽງຈັນ ມາຮອດດຽວນີ້ເຫັນ ວ່າມີທ່າອ່ຽງຫຼຸດໜ້ອຍລົງພາຍຫຼັງມີການເຄື່ອນໄຫວຂອງຄະນະກຳມະການສະເພາະກິດ ເພື່ອປາບ ປາມ ແລະ ສະກັດກັ້ນບັນຫາດັ່ງກ່າວມາແຕ່ຕົ້ນເດືອນພະຈິກ 2013 ຜ່ານ ມາ, ຕາມຄຳ ສັ່ງເລກທີ 27/ນຍ ກໍຄືຄຳສັ່ງເລກທີ 1470/ ປກສ ວ່າດ້ວຍການເພີ່ມທະ ວີ ແກ້ໄຂປາກົດ ການຫຍໍ້ທໍ້ຊຶ່ງປະກອບມີເຈົ້າໜ້າທີ່ຕຳຫຼວດຈະລາຈອນ, ເຈົ້າໜ້າທີ່ຕຳ ຫຼວດກອງພັນເຄື່ອນທີ່ ແລະ ເຈົ້າໜ້າທີ່ທະຫານເປັນເວລາສອງເດືອນກວ່າຜ່ານມາ ສາມາດກັກລົດ ຈັກ 900 ຄັນ, ລົດໃຫຍ່ 6 ຄັນ, ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະ ບຽບຈາລະຈອນຄື: ມີລົດຈັກດັດແປງສະ ພາບ 268 ຄັນ, ບໍ່ຕິດປ້າຍ 140 ຄັນ ແລະ ສາມາດກັກຕົວຜູ້ກະທຳ ແລະ ນຳມາສຶກສາອົບ ຮົມ 1.400 ກວ່າຄົນ.
        ທ່ານ ພົນຈັດຕະວາ ດຣ ບຸນຊູ ນາມມະຈັກ ຫົວໜ້າກອງ ບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ທັດສະນະວ່າ: ຈາກ ການເຄື່ອນໄຫວຢ່າງແຂງແຮງ, ບໍ່ຮູ້ອິດເມື່ອຍຂອງບັນດາເຫຼົ່າຮົບວິຊາສະເພາະ ແລະ ໜ່ວຍສະເພາະກິດສາມາດສະກັດ ກັ້ນ, ຢັບຢັ້ງ, ບັ່ນທອນແນວຄິດ ແລະ ການເຄື່ອນໄຫວຂອງກຸ່ມຄົນບໍ່ດີໄດ້ຢູ່ໃນ ລະດັບ
ທີ່ແນ່ນອນ, ບັນດາເຫດການ, ປາກົດ ການຫຍໍ້ທໍ້ຫຼາຍດ້ານເປັນຕົ້ນບັນຫາປຸ້ນຈີ້ຊີງຊັບ, ລັກຊັບ, ການຊື້ຂາຍ, ມົ້ວສຸມຢາເສບ ຕິດ, ແກ້ງຂີ່ລົດກວນເມືອງທຽບໃສ່ ເມື່ອກ່ອນໄດ້ຫຼຸດລົງຢ່າງຈະແຈ້ງ, ສາມາດຮັບປະກັນໃຫ້ນະຄອນ ຫຼວງວຽງຈັນມີ ຄວາມສະ ຫງົບ, ປະຊາຊົນຍຸທາງທຳມາຫາ ກິນຢ່າງສະດວກສະບາຍ, ເຖິງຢ່າງໃດກໍດີເພື່ອສບືຕໍ່ເສີມຂະຫຍາຍຜົນດີດັ່ງກ່າວທາງ ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງຈະໄດ້ສຸມ ໃສ່ແກ້ສິ່ງຫຍໍ້ທໍ້ໃມນສັງຄົມໃຫ້ໝົດໄປໂດຍໄດ້ມີການເສີມກຳລັງເຂົ້າໃນໜ່ວຍສະເພາະກິດຕື່ມ ອີກດ້ວຍການຈັດຕັ້ງອະນຸກຳມະ ການສະກັດກັ້ນ, ແກ້ໄຂການກໍ່ ອາດຊະຍາກຳປຸ້ນຈີ້, ຊີງຊັບ, ສະ ກັດກັ້ນຕ້ານ ຢາເສບ ຕິດ ແລະ ການຄ້າມະນຸດ,ອະນຸກຳມະ ການຮັບຜິດຊອບແກ້ໄຂກຸ່ມແກ້ງນັກເລງອັນຕະພານ, ກຸ່ມແກ້ງຂີ່ລົດ ກວນເມືອງ ແລະ ອອກກວດກາແຊກຊືມພື້ນທີ່ຕາມ ຈຸດຫຼໍ່ແຫຼມ, ອະນຸກຳມະການແກ້ໄຂບັນຫາແຮງງານຄົນຕ່າງປະເທດເຂົ້າມາບໍ່ຖືກຕ້ອງ ແລະ ອະນຸກຳມະການຮັບຜິດຊອບ ກວດກາຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຊຸກຍູ້ ປກສ ກຸ່ມບ້ານ, ປກສ ບ້ານ ໃຫ້ເຄື່ອນໄຫວຢ່າງຕັ້ງໜ້າກວ່າ ເກົ່າ.

No comments:

Post a Comment