Ad

Ad

9 January 2014

ຄະນະ​ພັກ​ຮາກ​ຖານຫ້ອງການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຍາດໄດ້ຜົນງານຫລາຍດ້ານ



       ກອງ​ປະຊຸມ​ໃຫຍ່​ຄັ້ງທີ I ຂອງ​ຄະນະ​ພັກ​ຮາກ​ຖານ ຫ້ອງ ການ​ກະຊວງ​ກະ ສິກຳ ​ແລະ ປ່າ​ໄມ້ ​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການໃນ​ຕອນ​ເຊົ້າວັນ​ທີ 8 ມັງກອນ 2014 ນີ້, ​ໂດຍ​ການ​ໃຫ້​ກຽດ​ເຂົ້າ ຮ່ວມ ຂອງ ສະຫາຍ ວິ​ໄລ​ວັນ ພົມ​ເຂ ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ, ລັດຖະ​ມົນ ຕີ​ວ່າການ​ກະຊວງກະສິກຳ ແລະ ປ່າ​ໄມ້, ມີ​ບັນດາ​ຄະນະ​ພັກ​ກະຊວງ, ຜູ້ຕາງໜ້າ​ອົງ ການ​ຈັດຕັ້ງມະຫາຊົນ, ​ພ້ອມສະມາ​ຊິກ ພັກ​ສົມບູນ, ສຳຮອງ ຈຳນວນ 44 ສະຫາຍ​ເຂົ້າຮ່ວມ.
          ໃນກອງປະຊຸມ, ສະຫາຍ ຄຳພັນ ເໝືອນສິດທິດາເລຂາຄະນະພັກຮາກຖານ ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງໂດຍຍົກໃຫ້ເຫັນຜົນງານພົ້ເດັ່ນ ຫລາຍດ້ານໃນ ການຊີ້ນຳ-ນຳພາ ຂອງຄະນະພັກຕະ ຫລອດ 3 ປີຜ່ານມາ ໂດຍສະ ເພາະແມ່ນການນຳພາວຽກງານ ຄຸ້ມຄອງບໍລິຫານ ແລະ
ອຳນວຍຄວາມສະດວກໃຫ້ແກ່ການ ປະຕິບັດໜ້າທີ່ວຍກງານຂອງການນຳກະຊວງ, ການນຳຫ້ອງການ, ບັນດາພະແນກ ການ ອ້ອມຂ້າງ ແລະ ພາກສ່ວນຕ່າງໆ; ເອົາໃຈໃສ່ຄຸ້ມຄອງຊັບສິນຂອງລັດໃຫ້ເປັນລະບົບ, ນຳໃຊ້ຖືກເປົ້າໝາຍ ແລະ ເກີດຜົນປະ ໂຫຍດສູງສຸດ; ໄດ້ເອົາໃຈໃສ່ຄຸ້ມຄອງການເງິນ-ການບັນຊີງົບປະມານໃຫ້ເປັນລະບົບຖືກຕ້ອງຕາມລະບຽບກົດໝາຍ, ສາມາດ ກວດສອບໄດ້ ແລະ ມີຄວາມໂປ່ງໃສ. ໄດ້ຄົ້ນຄວ້ານຳສະເໜີການນຳກະຊວງແຕ່ງຕັ້ງພະນັກງານລົງຊຸກຍູ້ການຜະລິດໃນແຕ່ ລະລະດູການ, ເຂົ້າຮ່ວມພັດທະນາ ຈຸດສຸມບູລິມະສິດຂອງລັດຖະບານ ແລະ ລົງສົມທົບກັບທ້ອງຖິ່ນເຮັດທົດລອງວຽກງານ 3 ສ້າງ. ໄດ້ຄົ້ນຄວ້າສັງລວມຂໍ້ມູນສະ ພາບພົ້ນເດັ່ນໃນແຕ່ລະໄລຍະຕະ ຫລອດຮອດການຕິດຕາມສັງລວມຂໍ້ມູນສະພາບໄພພິບັດ ທາງທຳມະຊາດລວມທັງມາດຕະການແກ້ໄຂສະໜອງໃຫ້ການນຳກະຊວງ, ເປັນເຈົ້າການປະກອບສ່ວນໃນການສ້າງຍຸດທະ ສາດພັດທະນາວຽກງານກະສິກຳ ຮອດປີ 2020, ສ້າງແຜນງານຄ້ຳ ປະກັນດ້ານສະບຽງອາຫານຕະ ຫລອດຮອດໂຄງການຜະ ລິດເຂົ້າ ແລະ ພືດເປັນສິນຄ້າ.
          ສຳລັບທິດທາງແຜນການ ຊີ້ນຳ-ນຳພາ ໃນຕໍ່ໜ້າຄະນະພັກ ຮາກຖານຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ຈະເພີ່ມ ທະວີບົດບາດເປັນເສນາທິການ, ການປະສານງານ, ການບໍລິການຮັບໃຊ້ ແລະ ການຄົ້ນຄວ້າພຶດຕິກຳ, ຍົກລະດັບວິຊາການຄ້ົນ ຄວ້າສັງລວມ, ການວິເຄາະ-ວິໄຈບັນຫາ ແລະ ການນຳໃຊ້ເຕັກໂນໂລຊີຂ່າວສານໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນ ພາຍໃນຫ້ອງການພ້ອມທັງຍົກສູງບົດບາດຄວາມຮັບຜິດຊອບຂອງຕົນໃນການເປັນເສນາທິການຊວຍການນຳກະຊວງກ່ຽວກັບ ການຄົ້ນຄວ້າວິໄຈ, ກຳນົດນະໂຍບາຍ, ຍຸດທະສາດການພັດທະນາ ແລະ ການຄຸ້ມຄອງຂະແໜງການໃຫ້ໄດ້ຢ່າງໜັກແໜ້ນ ຕາມທິດຫັນເປັນທັນສະໄໝ ແລະ ອື່ນໆ.

No comments:

Post a Comment