Ad

Ad

9 January 2014

ລັດຕັ້ງ 7 ຄະນະ​ສະ​ເພາະ​ກິດ​ເພື່ອ​ຕິດຕາມ​ຊຸກຍູ້​ການ​ເກັບ​ລາຍ​ຮັບ.



      ທ່ານ​ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ເສດຖະກິດ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ໃຫ້​ຮູ້​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​​ເຮັດ​ວຽກ ​ແລະ ​ໂອ້​ລົມ​ຄະນະ​ນຳ​ແຂວງ​ສະຫວັນ​ນະ​ເຂດ ​ເມື່ອ​ບໍ່​ດົນ​ນີ້ວ່າ: ລັດຖະບານ​ໄດ້​ຕັ້ງ ຄະນະ​ກຳມະການ​ສະ​ເພາະ​ກິດ 7 ໜ່ວຍ​ງານ ຄື​ໜ່ວຍ​ງານ​ຕິດຕາມ​ຊຸກຍູ້​ການ​ເກັບ​ລາຍ​ຮັບ​ຂະ​ແໜງ​ພາສີ, ສ່ວຍ​ສາ​ອາກອນ, ການ​ຄ້າ, ທີ່​ດິນ ​ແລະ ຊັບ​ສິນ​ຂອງ​ລັດ, ໜ່ວຍ​ງານ​ກວດກາ​ໄມ້ ​ແລະ ການ​ຄ້າ​ໄມ້, ໜ່ວຍ​ງານ​ກວດກາ​ຈຳນວນ​ພົນລະ​ເຮືອນ ​ແລະ ໜ່ວຍ​ງານ​ກວດກາ​ຈຳ ນວນ​ພົນ​ໃນ​ກອງ​ກຳລັງ​ປະກອບ​ອາວຸດ ເພື່ອ​ຊຸກຍູ້​ໃຫ້ການ​ເກັບ​ລາຍ​ຮັບ​ແຫ່ງ​ຊາດ​ໄດ້​ຕາມ​ແຜນ​ກຳນົດ​ໄວ້ປະກອບສ່ວນ​ຮັບ ປະກັນ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະ​ຫາ​ພາກ, ພາຍຫລັງ​ສົກ​ປີຜ່ານ ມາການ​ເກັບ​ລາຍ​ຮັບ​ງົບປະມານ​ແມ່ນ​ບໍ່​ໄດ້​ຕາມ​ຄາດໝາຍ. ຂະນະ​ດຽວ​ກັນລາຍ​ຈ່າຍ​ກໍ​ເພີ່ມ​ສູງ​ຂຶ້ນ ທັງ​ການ​ເພີ່ມ​ຂຶ້ນຂອງ​ດັດຊະນີ​ເງິນ​ເດືອນ ​ແລະ ຂະ​ແໜງ​ການ​ຕ່າງໆ. ຂະນະ​ທີ່ກະຊວງ​ການ​ເງິນ​ລາຍ​ງານ​ວ່າ: ການ​ເກັບ​ລາຍ​ຮັບ​ໃນ​ໄຕ​ມາດ​ທີ 1 ​ໄດ້​ພຽງ 10 ກວ່າ​ສ່ວນ​ຮ້ອຍ ​ເຊິ່ງ​ເປັນ​ໂຕ​ເລກທີ່​ຕ່ຳ ຫລາຍ.

     ທັງ 7 ຄະນະ​ສະ​ເພາະ​ກິດ​ນີ້, ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ເປັນ​ຜູ້​ແຕ່ງຕັ້ງ ​ແລະ ມອບ​ໃຫ້​ທ່ານ​ຮອງ​ນາຍົກລັດຖະ ມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ​ເປັນ​ຜູ້​ຊີ້ນຳ​ໂດຍ​ກົງ ​ເພື່ອ​ເຄື່ອນ​ໄຫວ​ຕິດຕາມ​ຊຸກຍູ້​ການ​ເກັບ​ລາຍ​ຮັບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໂດຍ​ໜ່ວຍ​ງານ​ເຫລົ່ານີ້ຈະ​ປະສານ​ສົມທົບ​ກັບ​ທ້ອງ​ຖິ່ນ ​ເພື່ອ​ກວດກາ​ຄືນ​ບັນດາ​ຊ່ອງ​ຫວ່າງ​ທີ່​ພາ​ໃຫ້ ການ​ເກັບ​ລາຍ​ຮັບ​ບໍ່​ໄດ້​ເປັນຕົ້ນ ການ​ຄຸ້ມ​ຄອງ​ຖານ​ລາຍ​ຮັບ, ການ​ບໍ່​ຖື​ບັນຊີ​ຂອງ​ພາກ​ເອກະ​ຊົນ, ການ​ຄຸ້ມ​ຄອງ​ທີ່​ດິນ ​ແລະ ການ​ຄຸ້ມ​ຄອງ​ລາຍ​ຮັບ​ຈາກ​ການ​ຂຸດ​ຄົ້ນ​ໄມ້ ​ໂດຍ​ຈະ​ນຳ​ໃຊ້​ມາດ​ຕະການ​ທີ່​ເຂັ້ມງວດ ​ແລະ ​ເອກ​ະ ພາບ ​ເຊິ່ງທັງ​ໝົດ​ນີ້​ແມ່ນ​ການ​ທົດ​ສອບ ​ແລະ ກວດ​ສອບ​ຄືນ​ເຖິງ​ຄວາມ​ຊື່ສັດ​ບໍລິສັດ​ຕໍ່​ຊາດ, ຕໍ່​ພັກ- ລັດ ​ແລະ ຕໍ່​ປະຊາຊົນ.
     ກະຊວງ​ການ​ເງິນ​ ​ໃຫ້​ຮູ້​ວ່າ: ໃນ​ສົກ​ປີຜ່ານມາ ສາມາດ​ປະຕິ ບັດ​ລາຍ​ຮັບ​ໄດ້ 26.288 ຕື້ກວ່າ​ກີບ ​ເທົ່າ​ກັບ 96,37% ຂອງ​ແຜນ ການ​ປີ ​ແລະ ​ໃນ​ສົກ​ປີ 2013- 2014 ຈະ​ສູ້​ຊົນ​ປະຕິບັດ​ຄາດໝາຍ​ລາຍ​ຮັບ​ບໍ່​ໃຫ້​ຫລຸດ 29.745 ຕື້ກີບ ​ເທົ່າ​ກັບ 32,81% ຂອງ GDP ແລະ ທຽບ​ໃສ່​ປີຜ່ານມາ​ເພີ່ມ​ຂຶ້ນ 9,04% ​ໂດຍ​ກະຊວງ​ດັ່ງກ່າວ​ເປີດ​ເຜີຍ​ວ່າ: ​ໂຕ​ເລກ​ລາຍ​ຮັບ​ດັ່ງ ກ່າວ​ແມ່ນ​ຄາດໝາຍ​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ໂຕ​ເລກ​ຕ່ຳ​ສຸດ. ດັ່ງນັ້ນ ບັນດາ​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຕ້ອງ​ຈັດຕັ້ງປະ ຕິບັດ​ໃຫ້​ໄດ້​ຄາດໝາຍ ຫລື ລື່ນ​ຄາດໝາຍ​ບົນ​ຈິດ​ໃຈ​ສູ້​ຊົນ​ບຸກບືນ​ສູງ, ຈຳກັດ​ຊ່ອງ​ຫວ່າງ​ການ​ຮົ່ວ​ໄຫລຕົກ​ເຮ່ຍ​ເສຍ​ຫາຍ​ລາຍ​ຮັບ​ງົບປະມານ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂັ້ມງວດ​ໃນ​ການຈັດຕັ້ງປະຕິບັດ​ລະບຽບ​ກົດໝາຍ​ກ່ຽວຂ້ອງ​ຢ່າງ​ເດັດຂາດ.

No comments:

Post a Comment