Ad

Ad

9 January 2014

ເປີດ​ຂະ​ບວນຄາຣາວານ “ສູ່​ຖິ່ນ​ກຳ​ເນີ​ດກອງທັບ​ປະຊາຊົນ​ລາວ”



           ໃນ​ຕອນ​ເຊົ້າ​ວັນ​ທີ 8 ມັງ ກອນນີ້ ຢູ່ເດີ່ນ​ພະທາດ​ຫລວງນະຄອນຫລວງ ວຽງຈັນ ​ໄດ້​ມີ​ພິທີ​ເປີດຂະ​ບວນຄາຣາວານ​ສູ່​ແຂວງ​ຫົວພັນ” ສູ່ຖິ່ນ​ກຳ​ເນີ​ດກອງທັບ​ປະຊາຊົນ​ລາວ” ​ໃຊ້​ເວລາທັງ​ໄປ ແລະ ກັບ 5 ຄືນ 6 ວັນ ​ແຕ່​ວັນ​ທີ 8-13 ມັງກອນ 2014, ຊຶ່ງ​ມີ​ລົດ​ ເຂົ​້າຮ່ວມໃນຂະບວນ​ຄາຣາວານ​ຄັ້ງ​ນີ້​ເຖິງ 51 ຄັນ ​ແລະ ຜູ້​ເຂົ​້າ ຮ່ວມ 200 ກວ່າ​ຄົນ ​​ໂດຍ​ມີ​ ທ່ານ ອາຊາ​ງ ລາວ​ລີ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ວັດທະນະ​ທຳ​ສັງຄົມ​ເຂົ້າ​ຮ່ວມ.
          ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະ ນະທຳ ແລະ ທ່ອງ​ທ່ຽວ, ທັງ​ເປັນ​ຫົວໜ້າ​ຄະນະ​ຮັບຜິດຊອບ​ຂະ​ບວນຄາຣາວານ ​ໄດ້​ກ່າວ​ເປີດ​ຂະ​ບວນຄາຣາ ວານຄັ້ງ​ນີ້​ວ່າ: ​ເພື່ອ​ສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະ​ຊາ​ຊົນ​ລາວ ຄົບຮອບ 65 ປີ ຊຶ່ງ​ເປັນ​ການ​ລ້ຳ​ລຶກຫວນ​ຄືນ​ມູນ​ເຊື້ອ​
ປະຫວັດສາດ​ອັນ​ພິ ລະ​ອາດ​ຫານ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ເວົ້າ​ລວມ,​ ເວົ້າ​ສະ​ເພາະ​ວິລະ​ກຳ​ອັນ​ລໍ້​າເລີດ ຂອງ​ປະຊາຊົນ​ແຂວງ​ຊຽງ​ຂວາງ ​ແລະ ​ແຂວງ​ຫົວພັນ ​ພາຍ​ໃຕ້​ການ​ຊີ້​ນຳພາ​ອັນ​ປີ​ຊາ​ສາມາດ​ຂອງ​ບັນດາ​ທ່ານ​ຜູ້​ນຳ​ໃນ​ເມື່ອ​ກ່ອນ, ພ້ອມ​ທັງ​ເປັນ​ການ​ໂຄ ສະນາ​ເຜີຍ​ແຜ່” ສປປ ລາວ ​ເປັນ​ປະ​ເທດ​ທີ່ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ​ສຳລັບປີ 2013” ຊຶ່ງ​ເປັນ​ລາງວັນ​ທີ່​ໜ້າ​ພາກພູມ​ໃຈ ​ແລະ ເປັນ​ກຽດ​ຢ່າງ​ຍິ່ງ ​ທີ່​ສະ ພາ​ການ​ທ່ອງ​ທ່ຽວ ​ແລະ ການ​ຄ້າ​ ຂອງ​ສະຫະພາບ​ເອີຣົບ ​ໄດ້​ເປັນ​ກຽດ​ມອບ​ໃຫ້​ປະ​ເທດ​ລາວ ເມື່ອວັນທີ 9 ພຶດສະພາ 2013. ພ້ອມ​ກັນ​ນີ້​ ກໍເປັນ​ການ​ໂຄສະນາ​ລາຍການ​ທ່ອງ​ທ່ຽວ​ຕາມ​ເສັ້ນທາງ​ວົງ​ຈອນ​ໃໝ່​ເພື່ອ​ສົ່ງ​ເສີມການທ່ອງ ທ່ຽວ​ພາຍ​ໃນ “ລາວ​ທ່ຽວ​ລາວ” ຄຽງ​ຄູ່​ກັບ​ຄວາມ​ອຸດົມສົມບູນ​ທາງ​ດ້ານ​ແຫ​ລ່ງທ່ອງ​ທ່ຽວ​ທຳ​ມະ​ຊາດ ​ແລະ ວັດທະນະ​ທຳ​ ຮ່ອງ​ຮອຍ​ທາງ​ປະຫວັດ ສາດ​ຫລາຍ​ພັນ​ປີຊຶ່ງ​ຢັ້ງຢືນ​ເຖິງ​ຄວາມ​ເປັນ​ຊາດ​ທີ່​ເກົ່າ​ແກ່ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງ ສາພັດທະນາ​ໃຫ້​ມີ​ຄວາມ​ຮຸ່ງ​ເຮືອງ​ມາ​ໃນ​ຫລາຍ​ຍຸກ​ຫລາຍ​ສະ​ໄໝ.​ ມູນ​ເຊື້ອ​ດັ່ງກ່າວ​ຍິ່ງ​ກ້າ​ແກ່ນ​ເຂັ້ມ​ແຂງ​ຜ່ານ​ແປວ​ໄຟຂອງ​ສົງ ຄາມຕີ​ຕ້ານ​ພວກ​ຈັກກະພັດ ​ແລະ ລູກ​ແຫລ້ງຕີນມືຜູ້​ຮຸກ​ຮານ ​ໄດ້​ເກີດ​ມີ​ສະໝໍລະພູມ​ທີ່​ລື​ຊື່​ຢູ່​ໃນ​ທົ່ວ​ດິນ​ແດນ​ຂອງ ສປປ ລາວ ຊຶ່ງ​ປັດຈຸ​ບັນ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທາງ​ປະຫວັດສາດ,​ ເປັນ​ບ່ອນ​ສຶກສາ​ຮຽນ​ຮູ້​ວິລະ​ກຳ​ອັນ​ລ້ຳ​ເລີດ​ຂອງບັນດາ​ທ່ານ​ຜູ້​ນຳ, ຮ່ຳຮຽນ​ເອົາ​ນ້ຳ​ໃຈ​ພິລະ​ອາດ​ຫາດ​ບໍ່​ຍອມ​ຈຳນົນ​ຂອງ​ພະ ນັກງານ, ນັກຮົບ ​ແລະ ປະຊາ ຊົນລາວ​ບັນດາ​ເຜົ່າ. ຕາມ​ເສັ້ນ ທາງ​ຜ່ານ​ຂອງ​ຂະ​ບວນ ຄາຣາ ວານ​ໃນ​ຄັ້ງ​ນີ້, ຍັງຈະ​ໄດ້​ຊື່ນຊົມ​ກັບ​ຄວາມ​ສວຍ​ງາມ​ຂອງ​ທຳ​ມະ​ຊາດ, ພູຜາ​ປ່າ​ໄມ້, ທົ່ງ​ໄຮ່​ທົ່ງ​ນາ ແລະ ວິຖີ​ຊີວິດ​ຂອງ​ປະຊາຊົນ​ບັນ ດາ​ເຜົ່າ ​ແລະ ຈະ​ໄດ້​ພ້ອມ​ກັນ​ທ່ຽວ​ຊົ​ມ ​ແລະ ສຶກສາ​ຮຽນ​ຮູ້​ບັນ ດາ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ດ້ານ​ປະຫວັດສາດ​ທີ່​ໂດດ​ເດັ່ນ ​ແລະ ມີ​ຄວາມ​ໝາຍ​ສຳຄັນ​ຈຳນວນ​ໜຶ່ງ​ ຢູ່ສອງແຂວງຄື: ຢູ່​ແຂວງ ຊຽງ​ຂວາງມີ ທົ່ງ​ໄຫ​ຫີນ 1, ທົ່ງ​ໄຫ​ຫີນ 2, ບ່ອນ​ຜະລິ​ດ​ໄຫ​ຫີນ​ທີ່​ພູ​ເກັງ, ເສັ​້ນທາງ​ຜ່າ​ວົງ​ປິດ​ລ້ອມ​ຂອງ​ກອງພັນ​ທີ 2, ຖ້ຳ​ປິວ​ເມືອງ​ຄຳ​. ສຳລັບຢູ່ແຂວງ​ຫົວພັນ ຈະທ່ຽວ​ຊົມ​ບັນດາ​ຖ້ຳ​ຂອງ​ທ່ານ​ຜູ້​ນຳ​ ທີ່​ເມືອງ​ວຽງ​ໄຊ, ຖິ່ນ​ກຳ​ເນີ​ດຂອງ ສປປ ລາວ ​ແລະ ຫັດຖະ​ກຳ​ຕໍ່​ຜ້າ​ໄໝ​ທີ່​ລື​ຊື່.

No comments:

Post a Comment