Ad

Ad

10 January 2014

ຄະນະ​ຜູ້ແທນຄາຣາວານ​ “ຄືນ​ສູ່​ຖິ່ນ​ກຳ​ເນີ​ດກອງທັບ​ປະຊາຊົນ​ລາວ” ຢ້ຽມຊົມ​ແຫ​ລ່ງທ່ອງ​ທ່ຽວຫລາຍ​ແຫ່ງ​ທີ່​ແຂວງ​ຊຽງຂວາງ.



       ຕະຫລອດ​ທັງວັນ​ຂອງວັນ​ທີ 9 ມັງກອນນີ້, ຄະນະ​ຜູ້​ແທນ​ຂະ​ບວນຄາຣາວານ “ຄືນ​ສູ່​ຖິ່ນ​ກຳ​ເນີ​ດກອງທັບ​ປະຊາຊົນ​ລາວ” ຈາກນະຄອນຫລວງວຽງຈັນ ຜ່ານແຂວງວຽງຈັນ-ຊຽງຂວາງ-ຫົວພັນ, ຊຶ່ງ​ນຳ​ໂດຍ​ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ ​ແລະ ທ່ານ ພົນ​ຕີ ຈັນ​ສະໝອນ ຈັນຍາ​ລາດ ລັດຖະມົນ ຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ດຳ​ເນີນ​ການ​ຢ້ຽມ ຢາມ​ຊົມແຫ​ລ່ງທ່ອງ​ທ່ຽວ​ທາງ​ວັດທະນະທຳ ​ແລະ ປະຫວັດ ສາດຫລາຍແຫ່ງຢູ່​ທີ່​ແຂວງ​ຊຽງຂວາງ ​ໂດຍ​ສະ​ເພາະ​ສະ ຖານ​ທີ່​ທ່ອງ​ທ່ຽວວັດ​ເພຍ​ວັດ, ວັດ​ສີ​ພົມ, ກອງ ກ 1, ກອງ ຄ 258, ສູນ​ວາງສະ​ແດງ​ຮູບ​ຈຳລອງກອງພັນ​ທີ 2 ​ຜ່າ​ວົງ​ປິດ​ລ້ອມ ສັດຕູອອກຈາກທົ່ງໄຫຫີນ, ສູນວາງສະແດງສິ່ງເສດເຫລືອ ສົງຄາມ ແລະ ຂໍ້​ມູນ​ຂ່າວສານ​ການທ່ອງທ່ຽວ, ທົ່ງໄຫຫີນ 1 ແລະ ຊົມສະຖານທີ່ຜະລິດໄຫຫີນພູເກັງຕະຫລອດເຖິງການຂຶ້ນ ຊົມວິວຕົວເມືອງຊຽງຂວາງໃນຍາມຄ່ຳຄືນນຳອີກ.
        ການຢ້ຽມຢາມແຕ່ລະແຫ່ງ ການນຳ ແລະ ພາກສ່ວນອົງ ການຈັດຕັ້ງຕ່າງໆກໍໄດ້ມອບ ເງິນສົດ ແລະ ເຄື່ອງຊ່ວຍເຫລືອ ຈຳນວນໜຶ່ງເພື່ອປະກອບສ່ວນ ຊຸກຍູ້ເປັນກຳລັງໃຈໃຫ້ພະນັກ ງານ-ນັກຮົບ ແລະ ປະກອບ ສ່ວນປະຕິສັງຂອນວັດວາອາ ຮາມ. ທົ່ງໄຫຫີນ 1 ຕັ້ງຢູ່ທາງ ທິດເໜືອຂອງໂພນສະຫວັນປະ ມານ 8 ກິໂລແມັດ, ປະກອບ ມີ ໄຫຫີນທັງໝົດ 334 ໜ່ວຍ, ຈາກ
ການປະເມີນ ແລະ ວັດແທກຮອບ ໄຫໜ່ວຍໃຫຍ່ກວ່າໝູ່ມີນ້ຳໜັກ ປະມານ 1.000 ກິໂລ ແລະ ມີ ລວງຮອບ 8,14 ແມັດ, ຈາກ ການຄົ້ນຄວ້າໃນປີ 1930-1935 ບອກວ່າ: ໄຫຫີນມີອາຍຸ 2.500- 3.000 ປີ, ຈຶ່ງມີຂໍ້ສັງເກດວ່າຄົນ ສະໄໝ ກ່ອນຂົນຍ້າຍໄຫຫີນດ້ວຍວິທີໃດຈາກບ່ອນຜະລິດໄຫພູເກັງຫາທົ່ງໄຫຫີນ 1 ໄລຍະທາງ ເກືອບ 10 ກິໂລແມັດ ແລະ ຢູ່ບໍລິ ເວນດັ່ງກ່າວຍັງມີຖ້ຳທີ່ມີຄວາມ ລຶກລັບທາງດ້ານປະຫວັດສາດ ອີກຫລາຍຢ່າງທີ່ໜ້າສຶກສາຄົ້ນ ຄວ້າໂດຍໃນໄລຍະຜ່ານມານັກ ທ່ອງທ່ຽວກໍໄດ້ເຂົ້າໄປທ່ຽວຊົມ ຢ່າງຫລວງຫລາຍ.
     ສ່ວນສະຖານທີ່ຜະລິດໄຫ ຫີນພູເກັງຕັ້ງຢູ່ທາງທິດຕາເວັນ ຕົກສ່ຽງເໜືອຂອງໂພນສະຫວັນ ປະມານ 15 ກິໂລແມັດ ຊຶ່ງ ໄດ້ ເປີດບໍລິການເປັນແຫລ່ງທ່ອງ ທ່ຽວໃນຕົ້ນປີ 2012 ຜ່ານມາ, ໂດຍອີງໃສ່ການເລົ່າຈາກປາກຕໍ່ປາກຂອງເຖົ້າແກ່ແນວໂຮມ ໃຫ້ຮູ້ວ່າ:ເມື່ອປີ ຄສ 1351 ຂຸນເຈືອງ ໄດ້ປົກຄອງເມືອງກັນ ຫລື ເມືອງພວນໃນໄລຍະດັ່ງກ່າວໄດ້ມີການແຜ່ອ ຳນາດເພື່ອຂະ ຫຍາຍຂອບເຂດການປົກຄອງ, ເມື່ອຕໍ່ສູ້ສັດຕູໄດ້ຮັບໄຊຊະນະຢູ່ບ່ອນໃດກໍມີການສະຫລອງໄຊກັນທຸກຄັ້ງ. ດັ່ງນັ້ນຂຸນເຈືອງ ຈຶ່ງໄດ້ສົ່ງເສນາອາມາດມາສ້າງໄຫຫີນຢູ່ພູເກັງແຫ່ງນີ້ ເພື່ອໄປໃສ່ເຫລົ້າ. ພູເກັງເປັນພູທີ່ມີຫີນຫລາຍເໝາະສົມກັບການຜະລິດ ໄຫ, ອີງຕາມການຄົ້ນຄວ້າສຳຫລວດສັບເຈາະຫີນຢູ່ທົ່ງໄຫຫີນຂອງນັກວິທະຍາສາດໃນປັດຈຸບັນສາມາດສະ ຫລຸບໄດ້ວ່າໄຫຫີນ ມີອາຍຸປະ ມານ 2.500-3.000 ປີ. ມາເຖິງ ຊຸມປີ 1960 ໄລຍະສົງຄາມຕໍ່ ຕ້ານກັບຈັກກະພັດອາເມລິກາ ແລະ ລູກມືຂາຍ ຊາດຈອມພູເກັງໄດ້ກາຍເປັນສະໜາມຮົບຍຸດທະສາດທາງດ້ານການທະຫານຂອງກອງທັບປະຊາຊົນລາວໃນການປົດປ່ອຍທົ່ງ ໄຫຫີນດ້ວຍຜົນສຳເລັດ.
     ທ່ານ ຄຳເພັດ ພົມມະດວງ ໄກສອນຫົວໜ້າພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ທົ່ວແຂວງມີແຫລ່ງທ່ອງທ່ຽວທາງດ້ານວັດທະນະ ທຳ, ທຳມະຊາດ ແລະ ປະຫວັດສາດ ທັງໝົດປະມານ 300 ແຫ່ງ, ໂດຍໄລຍະຜ່ານມາໄດ້ມີການພັດທະນາ ແລະ ເປີດບໍລິການແລ້ວ 42 ແຫ່ງ, ສະເພາະປີ 2014 ແຂວງໄດ້ມີແຜນຈະ ເປີດບໍລິການແຫລ່ງທ່ອງທ່ຽວແບບອະນຸລັກທຳມະຊາດປະຊາຊົນມີສ່ວນຮ່ວມເພື່ອສ້າງລາຍຮັບໃຫ້ຊຸມຊົນໃນການແກ້ໄຂ ຄວາມທຸກຍາກ.
     ສຳລັບແຫລ່ງລາຍຮັບຈາກ ການທ່ອງທ່ຽວໃນແຂວງຊຽງ ຂວາງສ່ວນໃຫຍ່ແມ່ນຈາກທົ່ງ ໄຫຫີນ 1,2,3, ລວມເຖິງພູເກັງ ແລະ ບໍ່ນ້ຳຮ້ອນເມືອງຄຳ. ໃນປີ 2013 ຜ່ານມາມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວແຂວງຊຽງຂວາງ ປະມານ 43 ພັນເທື່ອຄົນ, ສ້າງ ລາຍໄດ້ໃຫ້ແຂວງໄດ້ເປັນຢ່າງດີ.

No comments:

Post a Comment