Ad

Ad

10 January 2014

ຈັບ​ຄາດ​ຕະກອນ​ໃຈ​ໂຫດ​ຂົ່ມຂືນ​ແລ້ວ​ຂ້າ​ຍິງ​ອາຍຸ 14 ປີ



        ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ໂພນ​ທອງ ​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 7 ມັງກອນ​ນີ້, ​ເວລາ​ປະມານ 17:30 ​ໂມງ ​ໄດ້​ຮັບ​ແຈ້ງວ່າ​ມີ​ຄົນ​ເສຍ​ຊີວິດ​ຢູ່​ໜອງ​ນ້ຳ​ເຂດ​ບ້ານ​ໂນນຊັບ ​ເມືອງ​ໂພນ​ທອງ, ເຈົ້າໜ້າ​ທີ່​ຈຶ່ງ​ລົງ​ກວດ​ສະຖານ​ທີ່​ເກີດ​ເຫດ​ທັນທີ ​ແລະ ພົບ​ສົບ​ຍິງ​ຄົນ​ໜຶ່ງ ອາຍຸ 14 ປີ ຢູ່​ບ້ານ​ໂນນ ຊັບ ​ເມືອງ​ໂພນ​ທອງ ​ແຂວງ​ຈຳ ປາ​ສັກ. ຜ່ານ​ການ​ສັນ​ນະ​ສູດ​ສົບ​ຜູ້​ຕາຍ​ແມ່ນ​ຖືກ​ຂົ່ມຂືນ​ແລ້ວ​ຂ້າ ຖິ້ມລົງ​ໜອງ​​ນ້ຳດັ່ງກ່າວ ​ໂດຍ​ພໍ່​ຂອງ​ຜູ້​ຕາຍ​ໃຫ້ກາ​​ນກັບ​ເຈົ້າໜ້າ​ທີ່​ວ່າ: ກ່ອນ​​ເກີດ​ເຫດການ​​ສູ​​ນ ເສຍ​ທີ່​ບໍ່​ເພິ່ງ​ປາດ​ຖະໜາ​ນີ້, ລູກ​ສາວ​ຕົ​​ນໄດ້​ອອກ​ໄປນ​​າ​ໃ​​ນຕອນ​​ເຊົ້າ, ​ແຕ່​ຈົ​​ນຮອດ​ຕອ​​ນບ່າຍ​ບໍ່​ເຫັນ​​ມາ ຈຶ່ງ​ໄດ້​ອອກ​ໄປ​ຊອກ​ຫາ​ຈົ​​ນໄປ​ເຫັ​​ນເກີບ​ຂອງ​ລູກ​ສາວ​ຖິ້ມ​ໄວ້​ຢູ່​ແຄມ​ໜອງ​ນ້ຳ ຈຶ່ງ​ໄດ້​ລົງ​ຊອກ​ຫາ​ຢູ່​ໜອງ​ນ້ຳດັ່ງກ່າວ ຈຶ່ງ​ພົບ​ສົບ​ຂອງ​ລູກ​ສາວ.
        ຈາກ​ການ​ສືບສວນ​ສອບ​ສວນ​ຈຸດ​ເກີດ​ເຫດ ​ແລະ ພະຍານ​ຫລັກ​ຖານ, ​ເຈົ້າໜ້າ​ທີ່​ຈຶ່ງ​ຮູ້​ວ່າ: ຜູ້​ລົງມື​ຂົ່ມຂືນ ​ແລະ ຂ້າ​ຍິງ​ຄົນ​ດັ່ງ ກ່າວ​ຄື​ທ້າວ ສົມ​ໃຈ ຂັນ​ຄູນ (ໜ້ອຍ) ອາຍຸ 27 ປີ ຢູ່​ບ້ານ​ໜອງ​ສາລາ ​ເມືອງ​ໂ​ໂພນ​ທອງ ​ແຂວງ​ຈຳປາ​ສັກ ​ໂດຍ​ຜູ້ກ່ຽວ​ໄດ້​ຮັບ​ສາ ລະພາບ​ວ່າ: ຕົນ​ໄດ້​ລົງມື​ຂົ່ມຂືນ ແລະ ຂ້າ​ຍິງ​ຄົນ​ດັ່ງກ່າວ​ແທ້ ເຊິ່ງກ່ອນ​ລົງມື​ກໍ່​ເຫດ, ຕົນ ​ແລະ ໝູ່​ອີກ 1 ຄົນ ​ໄດ້​ໄປ​ຫວ່ານ​ແຫ​ຢູ່​ໜອງ​ນ້ຳດັ່ງກ່າວ ​ແລະ ຫາ​ກໍ​ເສບ​ຢາ​ບ້າ​ພໍດີ ​​ເຫັນ​ຜູ້​ຕາຍ​ຢູ່​ເຂດ​ໃກ້​ຄຽງ​ຈຶ່ງ​ເກີດ​ອາລົມ​ທາງ​ເພດ ແລະ ​ໄດ້​ລົງມື​ຂົ່ມຂື​ ​ແລະ ຂ້າ ໂດຍ​ໄດ້​ເອົາ​ສົບ​ ຜູ້​ຕາຍ​ຖິ້ມລົງ​ໜອງ ​ເພື່ອ​ອຳ​ພາງ​ຄະດີ, ສ່ວນ​​ໝູ່​ອີກ​ຄົ​​ນໜຶ່ງ​ໄປ​ຫວ່າ​​ນແຫ​​ນຳກັນ,​ເຈົ້າໜ້າ​ທີ່​ຈະ​ໄດ້​ສອບ​ສວນ​​ຕື່ມ​ວ່າ​ໄດ້​ມີ​ສ່ວນ​​ຮ່ວມ​ໃນ​​ກາ​​ນກໍ່​ເຫດ ຫລື ບໍ່ ​ເພື່ອ​ຈະ​ໄດ້​ດຳ​ເ​ນີນຄະດີ​ຕາມ​ລະບຽບ​ກົດໝາຍ.

No comments:

Post a Comment