Ad

Ad

10 January 2014

24 ປີສ້າງຕັ້ງອົງການ​ໄອຍະກາ​ນກັບຜົນງາ​ນສ້າງຄວາມຍຸຕິທຳໃຫ້ສັງຄົມ.



         ຫຼັກການ​ສິດສະເໝີພາບຕໍ່ໜ້າກົດໝາຍຕາມລັດຖະທຳມະ​ນູນໄດ້ເປັນ​ສິດອັນ​ພື້​ຖາ​ນຂອງປະຊາຊົົນລາວ ພາຍໃຕ້ການ​ຄຸ້ມຄອງ​ນຳພາຂອງພັກປະຊາຊົ​ນປະຕິວັດລາວ ແລະ ເຮັດໃຫ້ສັງຄົມມີຄວາມຍຸຕິທຳ, ຂະ​ນະດຽວກັ​ນໃນ​ໄລຍະ 24 ປີ ທີ່ມີອົງ ການໄອຍະການ ປະຊາຊົນທີ່ສ້າງຕັ້ງຂຶ້ນໃນວັນທີ 9 ມັງກອນ 1990 ໂດຍລັດ ຖະດຳລັດເລກທີ 05 ຂອງ ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊທິປະໄຕ ປະຊາຊົນລາວ ແລະ ມີພາລະບົດ ບາດຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນຂອບເຂດທົ່ວປະເທດລວມ ເຖິງການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ ໄດ້ເຮັດໃຫ້ສັງຄົມມີຄວາມຍຸຕິທຳເປັນ ກ້າວໆ.
      ໂດຍອີງຕາມມາດຕາ 10 ຂອງກົດໝາຍວ່າດ້ວຍອົງການໄອຍາການປະຊາຊົນໄດ້ກຳນົດ ສິດ ແລະ ໜ້າທີ່ພື້ນຖານຕົ້ນຕໍຄື: ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ, ຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ, ຕິດຕາມກວດກາການປະຕິບັດກົດໝາຍໃນການ ດຳເນີນຄະດີຢູ່ສານ, ຕິດຕາມກວດກາການປະຕິບັດຄຳຕັດສິນຂອງ ສານທີ່ໃຊ້ໄດ້ຢ່າງເດັດຂາດ, ຕິດຕາມກວດກາການປະຕິບັດ ກົດໝາຍໃນສະຖານທີ່ຄ້າຍຄຸມຂັງ-ດັດສ້າງ, ຕິດຕາມກວດກາ ການຄົ້ນຄວ້າ, ການສະເໜີການໃຫ້ອະໄພຍະໂທດຕາມລັດຖະ
ດຳລັດຂອງປະທານປະເທດ, ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ສິດໃນການສະເໜີຮື້ຟື້ນຄະດີຕາມກົດໝາຍໃນກໍລະນີທີ່ມີຫຼັກ ຖານໃໝ່. ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນ ສ້າງຕັ້ງອົງການໄອຍະການປະ ຊາຊົນ ຄົບຮອບ 24 ປີວ່າ: ເນື່ອງ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະ ຊາຊົນໄດ້ວຽນບັນຈົບຄົບຮອບ 24 ປີ, ຊຶ່ງພໍດີກັບຊ່ວງເວລາ ທີ່ອົງການໄອຍະການປະຊາຊົນພວມຈັດຕັ້ງກອງປະຊຸມປະຈຳສົກປີ 2012-2013 ຊຶ່ງເປັນມື້ປະຫວັດສາດທີ່ມີຄວາມໝາຍສຳ ຄັນ, ພະນັກງານທຸກຄົນໄດ້ມີຄວາມເອກອ້າງທະນົງໃຈທີ່ເຫັນວ່າ 24 ປີ ຜ່ານມາໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະ ຕິວັດລາວ, ອົງການໄອຍະການປະຊາຊົນໄດ້ຮັບການສ້າງຕັ້ງ ແລະ ມີການພັດທະນາຢ່າງຮອບດ້ານ, ພະນັກງານໄອຍະການປະ ຊາຊົນທຸກຂັ້ນຜ່ານຜ່າຄວາມຫຍຸ້ງຍາກນາໆປະການໄດ້ຍຶດໝັ້ນລັດຖະທຳມະນູນ ແລະ ກົດໝາຍພ້ອມກັນເຮັດລ້ອນໜ້າທີ່ ການເມືອງເປັນຢ່າງດີ ແລະ ສາມາດຍາດໄດ້ຜົນສຳເລັດເປັນຕົ້ນການປະຕິບັດພາລະບົດບາດຕິດຕາມກວດກາການປະຕິບັດ ກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານນັບມື້ພັດທະນາສູ່ຄຸນນະພາບ ແລະ ມີຄວາມສັກສິດຕາມກົດໝາຍດ້ວຍການ ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດ ແລະ ຍົກສູງຄວາມຮູ້ຄວາມສາມາດດ້ານວິຊາການກໍຄືດ້ານເຕັກໂນໂລຊີໃຫ້ ແກ່ພະນັກງານ- ລັດຖະກອນຢ່າງເປັນລະບົບ, ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະ ຊາຊົນທຸກຂັ້ນໄດ້ຢຶດໝັ້ນລັດຖະທຳມະນູນ ແລະ ກົດໝາຍໂດຍຫຼັກການຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ກໍຄື ຄວາມ ເປັນຈິງຂອງເຫດການ, ເນັ້ນການຮັບປະກັນຄວາມຖືກຕ້ອງ ແລະ ແຈ້ງຂ່າວຂອງການຕິດຕາມກວດກາ ແລະ ສັ່ງຟ້ອງ ຄະດີຢູ່ ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຢຶດໝັ້ນທິດນຳທີ່ວ່າ “ຜູ້ກະທຳຜິດຕ້ອງຖືກລົງໂທດ, ຜູ້ບໍ່ກະທຳຜິດແມ່ນບໍ່ຖືກລົງໂທດ” ຊຶ່ງເປັນ ການສ້າງໃຫ້ສັງຄົມມີຄວາມຖືກຕ້ອງ, ຍຸຕິທຳ ແລະ ບົນພື້ນຖານການສ້າງລັດແຫ່ງກົດໝາຍຕາມແນວທາງຂອງພັກວາງໄວ້.
         ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍາການປະຊາຊົນສູງສຸດ ກ່າວວ່າ: ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ຄຽງຄູ່ ກັບການພັດທະນາເສດຖະກິດ- ສັງຄົມຂອງປະເທດເຮົານັບມື້ນັບຂະຫຍາຍຕົວໄປພ້ອມກັບເພີ່ມທະ ວີການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມດ້ວຍກົດໝາຍຕາມທິດສ້າງລັດແຫ່ງກົດໝາຍນັ້ນບັນດາປະກົດການຫຍໍ້ທໍ້ ຫຼື ອາຊະຍາກຳດ້ານ ຕ່າງໆໃນທົ່ວປະເທດມີລັກສະນະແຜ່ຫຼາຍຄື: ໃນປີ 2013 ມີຄະດີເກີດຂຶ້ນທັງໝົດ 6.254 ເລື່ອງ, ໃນນີ້ອັນພົ້ນເດັ່ນກວ່າໝູ່ ມີ 2 ພັນກ່ວາເລື່ອງ ກວມ 45,85% ແມ່ນຄະດີປຸ້ນຊັບ ແລະ ລັກຊັບ, ຄະດີຢາເສບຕິດ ແລະ ຄະດີອຸປະຕິເຫດຊຶ່ງທຽບ ໃສ່ ປີ 2012 ຄະດີເພີ່ມຂື້ນ 229 ເລື່ອງ, ຈຳນວນຄະດີດັ່ງກ່າວ ແມ່ນຄະດີທີ່ອົງການສືບສວນ- ສອບສວນໄດ້ດຳເນີນສຳເລັດ ແລ້ວສະຫຼຸບສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນ ໃນທົ່ວປະເທດ ເພື່ອສັ່ງຟ້ອງສານ ແລະ ຕັດສິນດຳເນີນຄະດີ ຕາມລະບຽບກົດໝາຍ. ແນວໃດກໍດີສາເຫດທີ່ພາໃຫ້ມີຄະດີເພີ່ມຂຶ້ນໜຶ່ງໃນປັດໄຈຕັ້ນຕໍກໍຄື: ການໂຄສະນາເຜີຍແຜ່ກົດໝາຍ ບໍ່ທັນເລີກເຊິ່ງ, ສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງສັງຄົມບໍ່ທັນຍົກສູງ, ການຈັດສັນ ແລະ ການ ຊອກວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ ແລະ ໄວໜຸ່ມຈຳນວນໜຶ່ງຍັງບໍ່ທັນເປັນລະບົບຕໍ່ເນື່ອງ ແລະ ບໍ່ມີການຄຸ້ມຄອງຢ່າງ ລະອຽດ, ຈຳນວນໜຶ່ງສວຍໂອກາດໄປອອກແຮງງານຢູ່ຕ່າງປະເທດບໍ່ຖືກຕ້ອງ, ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ການແກ້ ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກສອກຫຼີກຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນຈຶ່ງເຮັດໃຫ້ເກີດມີ ປະຊາຊົນກຸ່ມຄົນຈຳນວນໜຶ່ງກໍ່ເຫດສ້າງຄວາມບໍ່ສະຫງົບ ແລະ ເກີດປາກົດການຫຍໍ້ທໍ້ໃຫ້ແກ່ສັງຄົມ.
           ທ່ານ ຄຳສານ ສຸວົງ ກ່າວ ວ່າ: ເພື່ອເຮັດໃຫ້ສັງຄົມມີຄວາມຍຸຕິທຳ ແລະ ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍລະບຽບ ກົດໝາຍມີຄວາມເຂັ້ມງວດແມ່ນ ຕ້ອງສູ້ຊົນສ້າງອົງການໄອຍະ ການປະຊາຊົນ ເຮັດໜ້າທີ່ຕິດ ຕາມກວດກາການປະຕິບັດກົດ ໝາຍ ແລະ ການສັ່ງຟ້ອງຄະ ດີຂັ້ນຕົ້ນໂດຍອົງການໄອຍະການປະຊາຊົນເຂດ ແລະ ແຂວງ, ນະຄອນ ໃຫ້ເຂັ້ມແຂງຮອບດ້ານ, ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໄດ້ຢ່າງສັກສິດ ແລະ ຍຸຕິທຳ ໃຫ້ເປັນປະຕູທຳອິດທີ່ເຂັ້ມແຂງໃນການຄົ້ນ ຄວ້າພິຈາລະນາຄະດີຖືກຕ້ອງ, ຍຸຕິທຳ ແລະ ແຈ້ງຂາວ, ເປັນດ່ານປະຕູທີ່ບໍລິການຮັບໃຊ້ປະຊາຊົນເປັນທີ່ເພິ່ງ ແລະ ໄວ້ເນື້ອ ເຊື່ອໃຈຂອງປະຊາຊົນ.

No comments:

Post a Comment