Ad

Ad

10 January 2014

ໄຂສະຖານກົງສຸນໃຫຍ່ ສ.ປ.ປ ລາວ ປະຈຳນະຄອນຊຽງໄຮ



      ພິທີໄຂສະຖານກົງສຸນໃຫຍ່ ສ.ປ.ປ ລາວ ປະຈຳນະຄອນ ຊຽງໄຮໄດ້ຈັດຂຶ້ນຢູ່ນະ ຄອນຊຽງໄຮໃນຕອນບ່າຍວັນ ທີ 8 ມັງ ກອນນີ້, ໂດຍການເຂົ້າຮ່ວມ ຂອງທ່ານ ດຣ.ນາງ ສູນທອນ ໄຊຍະຈັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ລາວ, ທ່ານ ສົມດີ ບຸນຄຸ້ມ, ເອກອັກຄະລັດຖະທູດລາວປະຈຳຈີນ, ທ່ານ ເຊ້ຮາງເຊິງ, ລັດຖະມົນຕີຊ່ວຍວ່າການກະຊວງການ ຕ່າງປະເທດຈີນ.
       ທ່ານສົມດີ ບຸນຄຸ້ມ, ເອກອັກຄະລັດຖະທູດລາວປະຈຳຈີນໄດ້ຂຶ້ນກ່າວວ່າ: ຕາມການຕົກລົງເຫັນດີຂອງລັດຖະບານ ສອງປະເທດລາວ ແລະ ຈີນໃນທ້າຍປີ 2013 ໂດຍເປີດກົງສຸນໃຫຍ່ຂອງຕົນເພີ່ມຂຶ້ນເຊິ່ງໃນນາມຈີນກໍໄດ້ເປີດກົງສຸນໃຫຍ່ ຂອງຕົນຢູ່ແຂວງຫຼວງພະບາງ ແລະ ລາວ ກໍເປີດກົງສຸນໃຫຍ່ຢູ່ນະຄອນຊຽງໄຮ, ທັງໝົດນັ້ນເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນໄມຕີຈິດມິດຕະພາບດ້ວຍມູນເຊື້ອ
ແລະ ການຮ່ວມມືລະຫວ່າງສອງປະເທດລາວ ແລະ ຈີນ ທີ່ໄດ້ຮັບການເສີມ ຂະຫຍາຍໃນທຸກດ້ານ ແລະ ເປັນໄລຍະແຫ່ງການ ພົວພັນທີ່ດີໃນປະຫວັດສາດຂອງສອງປະເທດລາວ ແລະ ຈີນ, ພວກຂ້າພະ ເຈົ້າຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງລົ້ນ ເຫຼືອມາຍັງການນຳຂອງນະຄອນຊຽງໄຮທີ່ໄດ້ໃຫ້ການຊຸກຍູ້ ແລະ ສົ່ງເສີມ ການພົວພັນກັບ ສ.ປ.ປ ລາວ ຂອງພວກຂ້າພະເຈົ້າ, ມາຮອດປັດຈຸບັນນີ້, ກໍໄດ້ມີບໍລິສັດຂອງນະຄອນຊຽງໄຮໄປລົງທຶນຢູ່ ລາວນັບມື້ນັບຫຼາຍຂຶ້ນ.
      ກ່ອນໜ້ານີ້, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສ້າງຕັ້ງສະຖານກົງສຸນໃຫຍ່ຢູ່ນະຄອນຄຸນໝິງຂອງ ແຂວງ ຢູນນານ, ເຂດພິເສດຮົງກົງ, ນະຄອນໜານນິງຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊິ, ສະຖານກົງສຸນໃຫຍ່ຂອງ ສ.ປ.ປ ລາວ ປະຈຳນະຄອນຊຽງໄຮ ແມ່ນສະຖານກົງສຸນໃຫຍ່ ແຫ່ງທີ 4 ທີ່ ສ.ປ.ປ ລາວ ໄດ້ສ້າງຕັ້ງຂຶ້ນຢູ່ຈີນ ແລະ ໃນອະ ນາຄົດບໍ່ດົນນີ້ຍັງຈະສ້າງສະຖານກົງສຸນໃຫຍ່ຢູ່ນະຄອນກວາງໂຈວ ນຳດ້ວຍ.

No comments:

Post a Comment