Ad

Ad

10 January 2014

ແຂວງອັດຕະປືຫາລືການຈັດສັນປະຊາຊົນຜູ້ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊກະໝານ 1



      ໃນວັນທີ 8 ມັງກອນນີ້ ແຂວງອັດຕະປືໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຈັດສັນປະຊາຊົນຜູ້ທີ່ຖືກຜົນກະ ທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊກະໝານ 1 ຂຶ້ນຢູ່ຫໍປະຊຸມໃຫຍ່ຂອງແຂວງໂດຍການເປັນປະທານຂອງທ່ານ ດຣ. ຄຳ ພັນ ພົມ ມະທັດກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂງໆອັດຕະປື, ມີບັນດາຄະ ນະປະຈຳພັກແຂວງ, ມີ ທ່ານ ເລວັນໂຕນ ປະທານບໍລິສັດຫວຽດ-ລາວ. ແລະ ຮອງ ຜູ້ອໍານວຍການໃຫຍ່ບໍລິສັດໄຟຟ້າຫວຽດ-ລາວ, ມີຮອງຫົວໜ້າກົມທຸ ລະກິດກະຊວງ ພະລັງງານ-ບໍ່ແຮ່, ຮອງຫົວໜ້າກອງປະເມີນຜົນສິ່ງແວດລ້ອມ ແລະ ສັງຄົມ. ພ້ອມດ້ວຍຫົວໜ້າພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
      ໃນກອງປະຊຸມໄດ້ມີການລາຍງານສະພາບລວມກ່ຽວກັບການຈັດຕັ້ງປະຕິບັດໂຄງການ ເຂື່ອນໄຟຟ້າເຊກະໝານ 1 ທີ່ມີ ການ
ກໍ່ສ້າງຢູ່ເມືອງຊານໄຊມີຂະໜາດກຳລັງຕິດຕັ້ງຂອງໂຄງ ການ 322 ເມກາວັດ, ໃນນັ້ນ ມີ ເຂື່ອນໄຟຟ້າເຊກະໝານ 1 ມີກຳ ລັງຕິດ ຕັ້ງ 290 ເມກາວັດ, ມີ ເຮືອນຈັກລະບົບອຸບມຸງສົ່ງເຂົ້າ ເຂື່ອນນ້ຳລົ້ນມີປະຕູອັດນ້ຳ ແລະ ມີເຮືອນຈັກທາງຫລັງເຂື່ອນ ເປັນ ເຂື່ອນນ້ຳລົ້ນມີກໍາລັງຕິດຕັ້ງ 32 ເມກາວັດ. ລວມມູນຄ່າການລົງ ທຶນຂອງໂຄງການ 487,12 ລ້ານ ໂດລາສະຫະລັດ. ພ້ອມ ດຽວກັນ ນີ້ ໃນກອງປະຊຸມກໍໄດ້ລາຍງານ ແຜນລວມ ແລະ ໜ້າວຽກຕ່າງໆ ເພື່ອຍົກຍ້າຍຈັດສັນຂອງໂຄງການ. ສະພາບການ ຈັດຕັ້ງປະຕິບັດຕົວຈິງການຈັດສັນ ແລະ ຍົກຍ້າຍ ແລະ ຈັດສັນໃຫ້ປະຊາ ຊົນຜູ້ທີ່ຖືກຜົນກະທົບ. ເພື່ອເປັນການຮອງຮັບແຜນ ຜັງ ແລະ ການອອກແບບການກໍ່ສ້າງໃນ ເຂດຈັດສັນທີ່ຈະນຳຜົນປະໂຫຍດມາໃຫ້ ແລະ ແກ້ໄຂຊີວິດການເປັນຢູ່ບັນຫາຫຍຸ້ງ ຍາກຂອງພໍ່ ແມ່ປະຊາຊົນ. ພ້ອມກັນນີ້ ບັນດາຜູ້ພັດທະນາໂຄງການຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນຄົ້ນຄວ້າປະກອບຄຳ ຄິດຄຳເຫັນເຂົ້າໃສ່ການຮັບຮອງແຜນຜັງການອອກແບບຈັດສັນໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງສາມາດນຳໄປສູ່ການ ແກ້ໄຂບັນຫາ ແລະ ການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດ.

No comments:

Post a Comment