Ad

Ad

10 January 2014

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ເຄື່ອນໄຫວຊຸກຍູ້ການເກັບລາຍຮັບຢູ່ແຂວງຈຳປາສັກ



        ພາຍຫຼັງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານເສດຖະກິດໄດ້ສຳເລັດການຊຸກຍູ້ວຽກງານການເກັບລາຍຮັບເຂົ້າງົບປະມານ ປະກອບສ່ວນເຂົ້າໃນການຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ ທີ່ແຂວງສະຫວັນນະເຂດ. ດັ່ງນັ້ນ, ໃນວັນທີ 4 ມັງກອນຜ່ານມານີ້ທ່ານ ຮອງນາຍົກ ລັດຖະມົນຕີກໍ່ໄດ້ສືບຕໍ່ວຽກງານດັ່ງກ່າວ ທີ່ແຂວງຈຳປາສັກເຊິ່ງມີທ່ານ ເຈົ້າແຂວງໆຈຳ ປາສັກ ພ້ອມດ້ວຍບັນດາການນຳແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
      ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນເຈົ້າແຂວງໆຈຳປາສັກໄດ້ລາຍງານ ໃຫ້ຊາບກ່ຽວກັບການຈັດຕັ້ງແຜນພັດທະນາ ເສດຖະກິດ-ສັງຄົມ 3 ເດືອນຕົ້ນສົກປີ 2013-2014 ແລະ ແຜນການງວດ II ສົກປີ 2013-2014 ເຊິ່ງສາມາດເກັບລາຍຮັບ ໄດ້ 136,68 ຕື້ກີບ ເທົ່າກັບ 62% ຂອງແຜນການ, ມູນຄ່າການສົ່ງອອກໄດ້ 28,9 ລ້ານໂດລາເທົ່າກັບ 20% ຂອງແຜນ
ການປີທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 58%, ມູນຄ່າການນຳເຂົ້າ 20,8 ລ້ານໂດລາ ເທົ່າກັບ 19% ຂອງແຜນການປີ; ພ້ອມ ນີ້, ກໍໄດ້ລາຍງານຕື່ມກ່ຽວກັບສະພາບການເກັບລາຍຮັບໃນແຕ່ລະຂົງເຂດ ແລະ ຂໍ້ຄົງຄ້າງ ຈຳນວນໜຶ່ງ.
          ຫຼັງຈາກນັ້ນ, ທ່ານຮອງ ນາຍົກລັດຖະມົນຕີກໍໄດ້ໃຫ້ການ ໂອ້ລົມຕໍ່ຄະນະນຳແຂວງເຊິ່ງທ່ານກໍໄດ້ສະແດງຄວາມຊົມ ເຊີຍຕໍ່ການເກັບລາຍຮັບທີ່ສາມາດເຮັດໄດ້ດີ, ການຜະລິດກໍຢູ່ໃນທ່ວງທ່າທີ່ດີພ້ອມທັງສະເໜີໃຫ້ຊາບກ່ຽວກັບສະພາບເສດ ຖະກິດໂດຍລວມຂອງຊາດໃນປັດຈຸບັນ ທີ່ຍັງພົບຄວາມຫຍຸ້ງຍາກຫຼາຍບັນຫາ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີຈຶ່ງໄດ້ແຕ່ງ ຕັ້ງຄະນະຕິດຕາມຊຸກຍູ້ການເກັບລາຍຮັບ ແລະ ຮັບປະກັນສະຖຽນລະ ພາບຂອງເສດຖະກິດມະຫາພາກຂຶ້ນມາ ແລະ ໄດ້ ແຕ່ງຕັ້ງຄະນະສະເພາະເພື່ອຊຸກຍູ້ການເກັບລາຍຮັບປະກອບດ້ວຍ 7 ໜ່ວຍງານ ຄື: ໜ່ວຍງານຕິດຕາມຊຸກຍູ້ການເກັບລາຍ ຮັບຈາກຂະແໜງພາສີ, ສ່ວຍສາອາກອນ, ການຄ້າ, ທີ່ດິນ ແລະ ຊັບສິນຂອງລັດ, ໜ່ວຍງານຕິດຕາມກວດກາໄມ້ ແລະ ຊຸກ ຍູ້ການເກັບລາຍຮັບຈາກການຄ້າໄມ້, ໜ່ວຍງານກວດກາຈຳນວນພົນຂອງພົນລະເຮືອນ ແລະ ໜ່ວຍງານກວດກາຈຳນວນພົນ ໃນສອງກຳລັງປະກອບອາວຸດ. ພ້ອມນີ້, ທ່ານຮອງນາຍົກຍັງໄດ້ ເນັ້ນຕື່ມທາງດ້ານນິຕິກຳຖ້າເຫັນວ່າມີອັນທີ່ບໍ່ສອດຄ່ອງກໍ ສາມາດສະເໜີເພື່ອປັບປຸງແກ້ໄຂເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດການເກັບລາຍຮັບງົບປະມານຢ່າງມີປະສິດທິຜົນ ຢ່າງແທ້ຈິງຊຶ່ງຈະໄດ້ມີການ ກວດຄືນຊ່ອງວ່າງທີ່ພາໃຫ້ມີການເກັບລາຍຮັບບໍ່ໄດ້, ບັນດາຂໍ້ຄົງຄ້າງ, ບາງບັນຫາທີ່ຈະຕ້ອງເອົາ ໃຈໃສ່ເພື່ອພ້ອມກັນແກ້ໄຂເປັນຕົ້ນການຄຸ້ມຄອງຖານລາຍຮັບ, ການບໍ່ຖືບັນຊີຂອງພາກເອກະຊົນ, ການຄຸ້ມຄອງທີ່ດິນ, ດ້ານ ການປະສານສົມທົບກັນຢ່າງສະໜິດແໜ້ນຂອງພາກສ່ວນທີ່ກ່ຽວຂ້ອງ, ການຄຸ້ມຄອງລາຍຮັບຈາກການຂຸດຄົ້ນໄມ້ໂດຍນຳໃຊ້ ມາດຕະການທີ່ເຂັ້ມງວດ ແລະ ເປັນເອກະພາບສ້າງໃຫ້ໄດ້ແບບຢ່າງຂອງການຈັດຕັ້ງປະຕິບັດ; ທ່ານຮອງນາຍົກຍັງໄດ້ຢ້ຳຕື່ມ ໃນການເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກ ແລະ ພະແນກການແຂວງຕໍ່ການຊຸກຍູ້ການເກັບລາຍຮັບເຂົ້າງົບປະມານປະ ກອບສ່ວນເຂົ້າໃນການຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ.

No comments:

Post a Comment