Ad

Ad

10 January 2014

ການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຫົງສາຄືບໜ້າ 77%



     ປັດຈຸບັນເມືອງຫົງສາ, ແຂວງໄຊຍະບູລີ ໄດ້ມີການພັດທະນາຫຼາຍດ້ານຢ່າງກະ ໂດດຂັ້ນເປັນຕົ້ນແມ່ນລະບົບຟື້ນຖານໂຄງລ່າງ, ຊີວິດການເປັນຢູ່ຂອງປະຊາຊົນກໍ ດີຂຶ້ນເທື່ອລະກ້າວສາມາດຮອງຮັບໃຫ້ການພັດທະນາ ໃນຂະແໜງການຕ່າງໆທີ່ເພີ່ມ ຂຶ້ນຫຼັງແຜນເດີນເຄື່ອງຜະລິດກະແສໄຟຟ້າຂອງໂຮງໄຟຟ້າພະລັງຄວາມຮ້ອນຈາກ ຖ່ານ ຫີນຫົງສາໃນກາງປີ 2015 ທີ່ຈະມາເຖິງ, ຂະນະທີ່ຄວາມຄືບໜ້າການກໍ່ສ້າງ ມາຮອດ ປັດຈຸບັນຄືບໜ້າແລ້ວ 77%.       
           ຄວາມຄືບໜ້າລ່າສຸດ ຂອງການກໍ່ສ້າງໂຮງໄຟຟ້າຫົງສາເພື່ອຜະລິດກະແສໄຟ ຟ້າທີ່ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2010 ໂດຍຄາດວ່າຈະເປີດເດີນ ເຄື່ອງຜະລິດກະແສໄຟຟ້າເຄື່ອງຈັກທີ 1 ໃນກາງປີ 2015 ໂດຍມີໜ້າວຽກສຳຄັນ ແລະ ພວມດຳເນີນ ຢູ່ໄດ້ແກ່ວຽກກໍ່ສ້າງໂຮງ ໄຟຟ້າສຳເລັດ 79%, ວຽກງານ ສາຍສົ່ງ ແລະ ສະຖານີຈ່າຍ
ໄຟຟ້າ 91%, ເຂື່ອນເກັບ ນ້ຳເລືອກ 99%, ເຂື່ອນເກັບນ້ຳແກນ 98%, ການເປີດໜ້າດິນບໍ່ຖ່ານຫີນ 65%,     ພ້ອມດຽວກັນ ນັ້ນໜ້າວຽກອື່ນໆ ກໍໄດ້ ສຳເລັດຕາມແຜນທີ່ວາງໄວ້ ແລະ ພວມເລັ່ງປະຕິບັດໃຫ້ສຳ ເລັດທັນເປີດເດີນເຄື່ອງຈັກໂຮງທີ 1 ໃນກາງ ປີ 2015 ນີ້ ແລະ ຈະ ສືບຕໍ່ກໍ່ສ້າງໂຮງທີ 2 ໃຫ້ສຳເລັດ ຕົ້ນປີ 2016 ແລະ ສ້າງໂຮງທີ 3 ໃຫ້ສຳເລັດກາງປີ 2016, ໂດຍຈະ ນຳໃຊ້ຖ່ານຫີນ 14 ລ້ານໂຕນຕໍ່ປີເພື່ອຜະລິດກະແສໄຟຟ້າ 1,878 ເມກາວັດຕໍ່ເນື່ອງໄປຕະຫຼອດໄລຍະສຳປະທານ 25 ປີ .
        ທ່ານ ຄຳສິງ ສໍລະສຸກ ເຈົ້າເມືອງຫົງສາ, ແຂວງໄຊຍະບູລີ ໄດ້ກ່າວວ່າ: ການພັດທະນາ ເມືອງຫົງສາໃນປັດຈຸບັນໄດ້ຄຽງ ຄູ່ກັບການດຳເນີນການກໍ່ສ້າງ ແລະ ເຕີບໃຫຍ່ຂອງໂຮງໄຟຟ້າ ພະລັງຄວາມຮ້ອນຫົງສາເຊິ່ງ ໄດ້ເປັນຄູ່ຮ່ວມພັດທະນາທີ່ດີເຊິ່ງ ໄດ້ສະແດງອອກໃນການປະຕິບັດຕາມສັນຍາສຳປະທານໂດຍການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຊາວເມືອງຫົງສາ, ກໍ່ ສ້າງລະບົບສາທາລະນຸປະໂພກ, ສິ່ງອຳນວຍຄວາມສະດວກຕ່າງໆໃນເທດສະບານເມືອງປະກອບສ່ວນທຶນໃນການສ້າງຖະ ໜົນຫົນທາງພາຍໃນເມືອງ ແລະ ເຊື່ອມຈອດກັບເມືອງອ້ອມຂ້າງ ແລະ ຫຼາຍບ້ານກໍໄດ້ຮັບການພັດທະນາຍົກລະດັບດີຂຶ້ນ, ເຊິ່ງໃນນັ້ນໂຄງການຍັງໄດ້ໃຫ້ທຶນຊ່ວຍເຫຼືອໃນການພັດທະນາບ້ານສາມສ້າງນາປຸ່ງຍົກລະດັບສຸກສາລາໃຫ້ເປັນໂຮງໝໍສ້າງ ໂຮງຮຽນໃຫ້ເປັນອາຄານຖາວອນເຊິ່ງປະກອບມີອາຄານສອງຊັ້ນທັງໂຮງຮຽນປະຖົມ ແລະ ມັດທະຍົມ ແລະ ຍັງໄດ້ສະ ໜັບສະໜູນການກໍ່ສ້າງໂຮງຮຽນປະຖົມ-ມັດທະຍົມຄົກແອກເຊິ່ງ ເປັັນບ້ານສາມສ້າງທີ່ຢູ່ຫ່າງໄກຊອກລີກອີກບ້ານໜື່ງຂອງ ເມືອງຫົງສາ ແລະ ທ້າຍປີຜ່ານມາມີການມອບຮັບເສັ້ນທາງເວັ້ນບ້ານຫານຕື່ມອີກ.   
     ທ່ານ ກ່າວຕື່ມອີກວ່າ: ໂຄງການຍັງໄດ້ສົມທົບກັບອຳນາດການປົກຄອງເມືອງສ້າງບ້ານຈັດສັນພ້ອມທີ່ດິນໃນການຜະລິດ,  ມອບເງິນຊົດເຊີຍ ແລະ ຈັດສັນ ແລະ ສ້າງອາຊີບໃຫ້ແກ່ຊາວບ້ານທີ່ໄດ້ຖືກອົບພະຍົບໂດຍ ແນະນຳໃຫ້ຮູ້ຈັກການຜະລິດ, ລະ ບົບຕະຫຼາດ ແລະ ການໄລ່ລຽງເສດຖະກິດເຂົ້າໃນຂະບວນການຜະລິດເພື່ອໃຫ້ເຂົາເຈົ້າທຳມາຫາກິນ ແລະ ນຳໃຊ້ທ່າແຮງຈາກ ເນື່ອທີ່ການຜະລິດໃໝ່ໃຫ້ຫຼາຍທີ່ສຸດ.
      ຢ່າງໃດກໍຕາມການເລັ່ງມືກໍ່ສ້າງໂຮງໄຟຟ້າຫົງສາໃຫ້ສຳເລັດທັນຕາມແຜນການກໍ່ນຳມາສູ່ການຂະຫຍາຍຕົວຂອງເສດຖະ ກິດພາຍໃນເມືອງຫົງສາເປັນຕົ້ນແມ່ນທຸລະກິດບໍລິການ, ຂະບວນການຜະລິດກະສິກໍາເພື່ອເປັນສິນຄ້າກໍມີໜໍ່ແໜງເກີດຂຶ້ນ ເພື່ອສະໜອງຕະຫຼາດພາຍໃນ ແລະ ກ້າວເປັນສິນຄ້າເທື່ອລະກ້າວລະຫວ່າງເມືອງຕໍ່ເມືອງໃຫ້ຫຼາຍຂຶ້ນ, ມີລະບົບຈໍລະຈອນ ສິນຄ້າ ແລະ ຄົມມະນາຄົມທີ່ສະດວກສະບາຍ, ນອກນັ້ນກໍເຫັນຄວາມຕື່ນຕົວຂອງຂະແໜງອຸດສາຫະກຳປຸງແຕ່ງເປັນຕົ້ນ ແມ່ນໂຮງງານຜະລິດອຸປະກອນເຄື່ອງກໍ່ສ້າງ, ໂຮງງານເຟີນີເຈີ້ ແລະ ອື່ນກໍເກີດຂຶ້ນຢ່າງຫຼວງຫຼາຍພາຍໃນເມືອງຫົງສາ.

No comments:

Post a Comment