Ad

Ad

13 January 2014

ການລັກລອບຖິ້ມຂີ້ເຫຍື້ອຊະຊາຍມີແຜ່ຫຼາຍ


            ຄືດັ່ງທີ່ຫຼາຍສື່ໄດ້ສະເໜີຫຼາຍຄັ້ງເພື່ອສ່ອງແສງກ່ຽວກັບປະກົດການ ຫຍໍ້ທໍ້ທາງ ດ້ານການປະຕິບັດວຽກ ງານອານາໄມ 3 ສະອາດ, ຕາມທິດນະໂຍບາຍ 6 ສ ຂອງນະຄອນ ຫຼວງວຽງຈັນໄດ້ກຳນົດໄວ້, ບັນຫາການອະນາໄມທຳຄວາມສະອາດຂອງປະຊາຊົນຢູ່ຕາມ ຄຸ້ມບ້ານໃນນະຄອນຫຼວງ ແລະ ອອ້ມຂ້າງໄດ້ພ້ອມພາກັນປະຕິບັດມາຢ່າງເປັນຂະບວນ ກ້ວາງຂວາງ ແລະ ໄດ້ຮັບຜົນດີ, ແຕ່ຍັງມີບາງປະກົດການທີ່ສະເໝີໄປຍັງພາກສ່ວນກ່ຽວ ຂ້ອງຈົ່ງ ຫັນມາເຫັນຄວາມສຳຄັນ, ເອົາໃຈໃສ່ຕື່ມໃນການກຳຈັດຂີ້ເຫຍື້ອທີ່ຍັງຖິ້ມຊະຊາຍ ຢູ່ຕາມເສັ້ນທາງຕ່າງໆທີ່ເຫັນວ່າ ນັບມື້ເພີ່ມຫຼາຍຂື້ນ.
            ເທົ່າທີ່ເຫັນມາຈຸດທີ່ມີການລັກລອບຖິ້ມຂີ້ເຫຍື້ອຫຼາຍ ແລະ ພາກສ່ວນກ່ຽວ ຂ້ອງຕ້ອງເອົາໃຈໃສ່ ແກ້ໄຂ ໂດຍໄວແມ່ນເສັ້ນທາງຕັດໃໝ່ສາຍຕ່າງໆເຊັ່ນ: ເສັ້ນທາງ ໜອງບົວທອງຫາໜອງບຶກ, ເສັ້ນທາງ ຫວ້ຍຫົງ-ໜອງພະ ຍາ, ເສັ້ນທາງ 4 ແຍກດົງໂດກຜ່ານໜອງພະຍາ-ໜອງບຶກອອກ ສູ່ທາງເລກ 13 ເໜືອ, ສວ່ນທາງ 450 ປີ ແລະ ບ່ອນອື່ນໆເຖິງແມ່ນວ່າພວກເຮົາຈະສ່ອງແສງມາຫຼາຍຄັ້ງແຕ່ກໍ່ຍັງບໍ່ໄດ້ຮັບ
ການແກ້ໄຂເທົ່າທີ່ຄວນ, ສວ່ນສາເຫດຕົ້ນ ຕໍທີ່ພາໃຫ້ເກີດມີການສວຍໂອກາດລັກລອບຖິ້ມຂີ່ເຫຍື້ອຕາມເສັ້ນທາງດັ່ງກ່າວແມ່ນ ຍ້ອນເສັ້ນທາງດັ່ງກ່າວປ່ຽວ, ຫ່າງໄກຈາກສາຍຕາຄົນ ແລະ ຂາດແສງແສງສະຫວ່າງ, ທັງໆທີ່ບາງເສັ້ນທາງມີໄຟເຍື້ອງແຕ່ຊຳພັດ ບໍ່ເປີດນຳໃຊ້, ຈຶ່ງ ເຮັດໃຫ້ເກີດຊ່ອງຫວ່າງຂອງພວກສວຍໂອ ກາດ, ມັກງ່າຍລັກລອບເອົາຂີ້ເຫຍື້ອໄປຖິ້ມໃນເວລາລັບຕາຄົນ, ດັ່ງນັ້ນ ຄົນທຽວທາງ, ນັບທັງຜູ້ຢູ່ອາໃສ່ໃກ້ເສັ້ນທາງດັ່ງກ່າວຈຶ່ງຮ້ອງຮຽນໄປຍັງພາກສ່ວນກ່ຽວຂ້ອງໃຫ້ລົງຕິດຕາມກວດ ກາເບິ່ງສະພາບຄວາມເປັນຈິງ, ເພື່ອຊອກວິທີແກ້ໄຂ ແລະ ມີມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດລັກລອບຖິ້ມຂີ້ ເຫຍື້ອ, ພ້ອມຂໍໃຫ້ທຸກຄົນເພີ່ມສະຕິເປັນຫູເປັນຕາສອດສ່ອງດູແລຕິດຕາມພວກບໍ່ດີດັ່ງກ່າວເພື່ອນຳຕົວມາສຶກສາ ອົບຮົມ ແລະ ປັບໄໝຕາມລະບຽບເພື່ອບໍ່ໃຫ້ເປັນແບບຢ່າງອັນບໍ່ດີແກ່ຄົນອື່ນ.

No comments:

Post a Comment