ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ແລະ ສະຖາບັນປັດສະເຕີ ລາວ ໄດ້ເປີດເຜີຍຜົນການສຶກສາແຕ່ປີ 2012-2015, ຊຶ່ງໄດ້ກວດຕົວຢ່າງເລືອດທີ່ເກັບຈາກຄົນເຈັບທີ່ມີອາການຄ້າຍຄືກັບພະຍາດໄຂ້ຍຸງລາຍຫຼາຍກ່ວາ 1,300 ຕົວຢ່າງ, ໃນນັ້ນ ໄດ້ກວດເພີ່ມເຕີມຫາເຊື້ອຈຸລະໂລກອື່ນໆ ແລະ ພົບ
19 ຄົນ ທີ່ຕິດເຊື້ອຈຸລະໂລກຊີກາ ຢູ່ນະຄອນຫຼວງວຽງຈັນ ແລະ ໃນຕົ້ນປີ 2016 ໄດ້ສືບຕໍ່ກວດ ແຕ່ບໍ່ພົບເຊື້ອຈຸລະໂລກດັ່ງກ່າວ, ຈຶ່ງໄດ້ມີການປະເມີນຄວາມສ່ຽງ ແລະ ເຫັນວ່າ ສປປ
ລາວ ມີໂອກາດ ຕ່ຳ ທີ່ຈະມີການແຜ່ກະຈາຍຂອງເຊື້ອຈຸລະໂລກຊີກາ.
ທ່ານຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ດຣ ບຸນຫຼາຍ ພົມມະສັກ ກ່າວວ່າ: ເຖິ່ງວ່າຜົນການປະເມີນຄວາມສ່ຽງຮ່ວມກັນລະຫວ່າງອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ເຫັນວ່າມີຄວາມສ່ຽງຕ່ຳກໍ່ຕາມ, ລັດຖະບານໄດ້ມີຄວາມຕື່ນຕົວສູງ ແລະ ໄດ້ເຊີນຄູ່ຮ່ວມງານດ້ານວິຊາການທຸກພາກສ່ວນທີ່ເຮັດວຽກໃນ ລາວ
ເພື່ອຕິດຕາມສະພາບການ ແລະ ສະກັດກັ້ນ, ວາງມາດຕະການຕອບໂຕ້.
ຕາງໜ້າອົງການອະນາໄມໂລກປະຈຳລາວ ກ່າວວ່າ: ອົງການອະນາໄມໂລກໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ
ເພື່ອເພີ່ມທະວີການເຝົ້າລະວັງ, ຄົ້ນຫາພະຍາດ, ປັບປຸງຄວາມສາມາດທາງຫ້ອງວິເຄາະ ເພື່ອກວດຫາເຊື້ອຈຸລະໂລກໄດ້ໄວຂື້ນ, ໃຫ້ຄຳແນະນຳໃນການປິ່ນປົວ, ສ້າງຂໍ້ຄວາມເພື່ອສື່ສານ ແລະ ວຽກງານຄວບຄຸມຍຸງລາຍທີ່ເປັນພາຫະນຳເຊື້ອພະຍາດ ແລະ ຂະບວນການອະນາໄມຊຸມຊົນ. ເຊື້ອຈຸລະໂລກຊີກາ
ແມ່ນຕິດເຊື້ອໄດ້ໂດຍການກັດຂອງຍຸງລາຍ ( Aedes ) ເຊິ່ງເປັນຍຸງຊະນິດດຽວກັນແຜ່ເຊື້ອພະຍາດໄຂ້ຍຸງລາຍ ແລະ ຊີກຸນຄຸນຢາ
(chikun gunya), ເຊື້ອຈຸລະໂລກຊີກາແມ່ນເຮັດໃຫ້ມີອາການເຈັບປ່ວຍແບບເບົາບາງ ໂດຍມີອາການໄຂ້ເລັກນ້ອຍ, ມີຜື່ນຕາມຜິວໜັງ, ຕາແດງ, ເຈັບຫົວ ແລະ ເຈັບຂໍ່. ມີພຽງ 1 ໃນ 4 ຄົນ ຂອງຄົນເຈັບທີ່ຕິດເຊື້ອຈຸລະໂລກຊີກາຈະມີອາການສະແດງອອກ ການເຈັບປ່ວຍແມ່ນປະມານ 4-7 ມື້ ແລະ ເປັນທີ່ຮູ້ກັນດີແລ້ວວ່າ ເຊື້ອຈຸລະໂລກຊີກາ
ແມ່ນຈໍລະຈອນໃນຂົງເຂດອາຊີ, ອາຟຣິກາ, ອາເມລິກາ
ແລະ ປາຊີຟິກ. ຍັງມີຫຼັກຖານຢັ້ງຢືນວ່າເຊື້ອຈຸລະໂລກຊີກາ ມີການຈໍລະຈອນໃນປະເທດກຳປູເຈຍ, ອິນໂດນິເຊຍ, ມາເລເຊຍ, ຟິລິບປີນ ແລະ ປະເທດໄທ. ໃນປັດຈຸບັນເຊື້ອຈຸລະໂລກດັ່ງກ່າວກຳລັງກໍ່ໃຫ້ເກີດການລະບາດຂະໜາດໃຫຍ່ ໃນພາກພື້ນອາເມລິກາ
ເຊິ່ງອາດມີການພົວພັນກັບເດັກທີ່ເກີດຈາກແມ່ທີ່ຕິດເຊື້ອໃນໄລຍະຖືພາເຮັດໃຫ້ເດັກເກີດໃໝ່ມີຫົວນ້ອຍຜິດປົກກະຕິມາແຕ່ກຳເນີດ
(Microcephaly) ຊຶ່ງພົບໜ້ອຍຫຼາຍ. ສາເຫດດັ່ງກ່າວແມ່ນເນື່ອງມາຈາກການພັດທະນາຂອງຫົວເດັກນ້ອຍຜິດປົກກະຕິໃນມົດລູກ ຫຼື ພາຍຫຼັງເກີດ, ເດັກນ້ອຍທີ່ມີຫົວນ້ອຍມາແຕ່ກຳເນີດ ຈະມີບັນຫາທາງດ້ານພັດທະນາການ ເມື່ອເຂົາເຈົ້າເຕີບໃຫຍ່ຂື້ນ. ໃນບັນດາປະເທດທີ່ມີການລະບາດຂະໜາດໃຫຍ່ຂອງເຊື້ອຈຸລະໂລກດັ່ງກ່າວ, ອາການອື່ນທີ່ພົວພັນກັບການລະບາດຂອງເຊື້ອພະຍາດດັ່ງກ່າວແມ່ນ ອາການກ້າມຊີ້ນອ່ອນແຫຼວ ( Guillain
Barre Syndrome ) ແມ່ນອາການທີ່ພົບໜ້ອຍທີ່ເຮັດໃຫ້ມີອາການຄ່ອຍໆອ່ອນແຮງຂາ,
ແຂນ ແລະ ຮ່າງກາຍພາກສ່ວນເທິງ ແລະ ບາງຄັ້ງອາດພາໃຫ້ມີອາການລ່ອຍທຸກພາກສ່ວນຂອງຮ່າງກາຍ, ສ່ວນຫຼາຍແມ່ນຈະຫາຍດີເຖິງແມ່ນວ່າຈະມີອາການກ້າມຊີ້ນອ່ອນແຫຼວແບບຮຸນແຮງກໍຕາມ.
ທ່ານນາງ
ດຣ.
ຈູລຽດ ກ່າວວ່າ: ທຸກຄົນສາມາດປ້ອງກັນຕົນເອງບໍ່ໃຫ້ຍຸງກັດ ໂດຍນຳໃຊ້ຢາທາກັນຍຸງ, ໃສ່ເຄື່ອງນຸ່ງສີແຈ້ງ, ເສື້ອແຂນຍາວ-ສົ້ງຂາຍາວ ເພື່ອປົກປິດຮ່າງກາຍເທົ່າທີ່ຈະເຮັດໄດ້, ໃຊ້ຕາໜ່າງກັນຍຸງ ແລະ ນອນໃນມຸ້ງ, ໂດຍສະເພາະໃນເວລາກາງເວັນ ເຊິ່ງເປັນເວລາທີ່ຍຸງລາຍຫ້າວຫັນທີ່ສຸດ. ທຸກຄົນຄວນອະນາໄມພາຍໃນເຮືອນ ແລະ ບໍລິເວນອ້ອມຂ້າງເຮືອນຢ່າງໜ້ອຍອາທິດລະຄັ້ງ ໂດຍການຂວ້ຳ ຫຼືປົກປິດພາຊະນະໃສ່ນ້ຳ ເຊັ່ນ: ຄຸນ້ຳ, ໂຖດອກໄມ້ ແລະ ຢາງລົດ ເຮັດໃຫ້ຍຸງບໍ່ສາມາດແຜ່ພັນໄດ້, ສ່ວນແມ່ຍິງຖືພາ ຫຼື
ຜູ້ທີ່ກຳລັງວາງແຜນທີ່ຈະຖືພາຄວນຈະດູແລຕົນເອງເພີ່ມເຕີມເພື່ອປ້ອງກັນບໍ່ໃຫ້ຍຸງລາຍກັດ, ແມ່ຍິງທີ່ຖືພາຄວນປຶກສາແຜນການເດີນທາງກັບພະນັກງານແພດ ແລະ ພິຈາລະນາເລື່ອນການເດີນທາງໄປເຂດທີ່ກຳລັງມີການຕິດເຊື້ອຈຸລະໂລກຊີກາ.
ເຊື້ອຈຸລະໂລກຊີກາ ແມ່ນມີການແຜ່ກະຈາຍເຊື້ອໂດຍຍຸງລາຍເປັນພາຫະນຳເຊື້ອ ແລະ ບໍ່ແມ່ນການສຳຜັດຈາກຄົນສູ່ຄົນ ເຖິ່ງແມ່ນວ່າມີຈຳນວນໜ້ອຍໜຶ່ງທີ່ມີການບັນທຶກວ່າມີການຕິດເຊື້ອທາງເພດສຳພັນ, ເຊື້ອຈຸລະໂລກຊີກາ ຍັງພົບເຫັນຢູ່ໃນນ້ຳອະສຸຈິຂອງຄົນນຳອີກ.
No comments:
Post a Comment