Ad

Ad

7 March 2016

ມ້າງ​​ກຸ່ມ​ແກ້ງ​ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ຢູ່​ບ້ານ​ໜອງ​ບົວທອງ

          ​ທ່ານ ພັທ ຄຳເກິ່ງ ຈັນສຸລິມາດ ຫົວໜ້າກອງບັນຊາການ ປກສເມືອງໄຊ​​ເສດຖາ ນະຄອນ ຫລວງວຽງຈັນໄດ້ຖະແຫລງກ່ຽວກັບການ​​ມ້າງ​​ກຸ່ມແກ້ງຄ້າຂາຍຢາເສບຕິດລາຍໃຫຍ່ ຢູ່ບ້ານໜອງບົວທອງເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ວ່າ: ​​ໃນລະຫວ່າງເດືອນກຸມພາຜ່ານມາ, ​ໄດ້ຮັບແຈ້ງຈາກພົນລະເມືອງດີວ່າມີກຸ່ມແກ້ງຊື້ຂາຍຢາເສບຕິດລາຍໃຫຍ່ຢູ່ບ້ານດັ່ງກ່າວ, ​ເຈົ້າໜ້າທີ່ຈຶ່ງລົງເກັບກຳຂໍ້ມູນຫລັກຖານຂອງອຳນາດການປົກຄອງບ້ານແລ ຕົກມາຮອດວັນທີ 2 ມີນານີ້, ​ເວລາປະມານ 13 ​ໂມງ ຈຶ່ງໄດ້ນຳກຳລັງລົງມ້າງເປົ້າໝາຍດັ່ງກ່າວ, ຢູ່​​ເຮືອນຫ້ອງເຊົ່າ2 ຊັ້ນ ຜ່ານການກວດຄົ້ນຫ້ອງທີ 1: ພົບຜູ້ຖືກຫາ ຈຳນວນ 2 ຄົນ ຊື່ທ້າວ ວັນນະແສງ (ຕ້ຳ), ອາຍຸ 24 ປີແລະ ທ້າວ ມະໄລກັນ (ກຶ້ມ) ອາຍຸ 22 ປີ
ທັງສອງເປັນສອງອ້າຍນ້ອງ​, ພາຍໃນຫ້ອງພົບຂອງກາງຢາເສບຕິດ ປະເພດຢາບ້າ 964 ​ເມັດ, ຢາໄອ້ 2 ຖົງນ້ອຍ, ປື້ນສັ້ນ​ 1 ກະບອກ, ​ເງິນກີບ 4,3 ລ້ານກີບ, 5.500 ບາດ ສະກຸນເງິນໄທ, ລົດຈັກ 1 ຄັນ, ລົດໃຫຍ່ 1 ຄັນ. ຫລັງຈາກນັ້ນເຈົ້າໜ້າທີ່ໄດ້ເຂົ້າກວດ​​ຫ້ອງທີ 2: ພົບຜູ້ຖືກຫາ ຈຳນວນ 2 ຄົນ ຊື່ນາງ ບົວສະຫວັນ (ນ້ອຍ), ອາຍຸ 29 ປີ, ​ເຈົ້າຂອງຫ້ອງແລະ ທ້າວ ຄຳສອນ (​ແຫລ້), ອາຍຸ 39 ປີ ຢູ່ບ້ານນາແຮ່ເມືອງສີໂຄດຕະບອງ ພາຍໃນຫ້ອງນອນ ພົບຂອງກາງເປັນຢາບ້າຈຳນວນ 24 ຖົງ, ຢາໄອ້ 3 ຖົງນ້ອຍແລະ ພົບຢາບ້າໃນຕູ້ເຊັບຕື່ມອີກ 3 ​ມັດເຄິ່ງ, ​ເງິນ​ 9 ລ້ານກີບແລະ ​31.500 ບາດ​, ພ້ອມນັ້ນ ຍັງພົບປືນສັ້ນ 3 ກະບອກ, ພ້ອມລູກປືນຈຳນວນໜຶ່ງ. ຜ່ານການສືບສວນ-ສອບສອນ ພວກກ່ຽວຮັບສາລະພາບວ່າໄດ້ເຄື່ອນໄຫວຊື້ຂາຍຢາເສບຕິດແທ້ແລະ ຂອງກາງທີ່ເຈົ້າໜ້າທີ່ກວດພົບກໍເປັນຂອງພວກກ່ຽວແທ້, ພ້ອມນີ້ເຈົ້າໜ້າທີ່ຈະໄດ້ສືບຕໍ່ເປີດກວ້າງເພື່ອນຳຈັບກຸມກຸ່ມແກ້ງຮ່ວມຂະບວນມາດຳເນີນຄະດີຕາມລະບຽບກົດໝາຍ.

2 comments:

  1. ອ່ານໄປອ່ານມາຍັງງົງວ່າ ມ້າງກຸ່ມແກ້ງ ຢູ່ບ້ານໜອງບົວທອງ!?!? ບາດເນື້ອໃນພັດວ່າ ບ້ານນາແຮ່ ເມືອງສີໂຄດ ແລະ ຜູ້ຖະແຫລງພັດວ່າ ຫົວໜ້າກອຶງບັນຊາການ ເມືອງໄຊເຊດຖາ ສະຫລຸບວ່າ ແນວໃດແທ້ນໍ?

    ReplyDelete
  2. ພວກກ່ງວຮັບສາລະພາບ,ພິມຜິດຫຼາຍຄຳໂພດອ່ານຈົນບໍ່ຖືກ

    ReplyDelete