Ad

Ad

7 March 2016

ເຈົ້າໜ້າ​ທີ່ຖະ​ແຫລ​ງຜົນ​ການ​ມ້າງ​ຂະ​ບວນການ​ຄ້າຂາຍ​ອາວຸດ​ເສິກ​ຕົວ​ອັນ​ຕະລາຍ

          ວັນທີ 4 ມີນານີ້, ຢູ່ຫ້ອງຕຳຫລວດນະຄອນຫລວງວຽງຈັນ ທ່ານ ພັນໂທ ຄຳແພງ ໄຊຍະລາດຮອງກອງບັນຊາການ ປກສ ນະຄອນຫລວງວຽງຈັນ,​ ໄດ້ແຫລງຕໍ່ສື່ມວນຊົນກ່ຽວກັບຜົນການຈັບກຸມເປົ້າໝາຍທີ່ກໍ່ຄວາມບໍ່ສະຫງົບໃນຕົວເມືອງ, ໂດຍການນຳເຂົ້າອາວຸດ​​ເສິກແລະ ວັດຖຸລະເບີດຈຳນວນຫລາຍເພື່ອກໍ່ຄວາມບໍ່ສະຫງົບຢູ່ນະຄອນຫລວງວຽງຈັນວ່າ: ພາຍຫລັງໄດ້ຮັບແຈ້ງວ່າມີການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ມີການນຳເຂົ້າອາວຸດເສິກຈຳນວນບໍ່ໜ້ອຍເພື່ອມາຈຳໜ່າຍໃຫ້ກຸ່ມຄົນບໍ່ດີຢູ່ໃນນະຄອນຫລວງວຽງຈັນ, ດັ່ງນັ້ນເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ​​ໄດ້ແຕ່ງຕັ້ງ​​ເຈົ້າໜ້າທີ່ວິຊາສະເພາະສົມທົບກັບພາກສ່ວນກ່ຽວຂ້ອງເພື່ອ​​​ເກັບກໍາຂໍ້ມູນນັບແຕ່ເດືອນມີຖຸນາ 2015 ​ ຈົນຮອດວັນທີ 24
ພະຈິກ 2015 ຈຶ່ງສາມາດຈັບກຸມເປົ້າໝາຍໄດ້ທັງໝົດ 12 ຄົນ, ຍິງ 3 ຄົນ, ​ໃນນັ້ນ ມີສັນຊາດໄທ 9 ຄົນ, ​ຍິງ 2 ຄົນ. ພ້ອມນີ້ ຍັງສາມາດຢືດຂອງກາງ​​​​ໄດ້ຄື: ປືນປະເພດຕ່າງໆ 28 ກະບອກ, ໝາກແຕກ 24 ໜ່ວຍ, ລູກປືນ​ 700 ລູກແລະ ກະສອບລູກປຶນມີແກັບ 53 ກະສອບ, ​ໂຄງໃສ່ປືນສັ້ນສຳລັບຍິງໄກ 3 ຊຸດ, ກ້ອງສ່ອງ ສຳລັບຕິດປືນ 3 ໜ່ວຍ, ສິ້ນສ່ວນປະກອບປືນສັ້ນ 13 ອັນ, ອາວຸດໜ້າເຮັດດ້ວຍເຫລັກ 1 ອັນ, ງ້າວ 3 ດວງ, ຢາໄອ້ 1 ຖົງໃຫຍ່ແລະ 19 ຖົງນ້ອຍ, ຢາບ້ານ 119 ​ເມັດແລະວັດຖຸອື່ນໆ​​ຈຳນວນໜຶ່ງ.

          ​ເຈົ້າໜ້າທີ່ ໃຫ້ຮູ້​​ວ່າ: ຜ່ານການສືບສວນ-ສອບສວນ ພວກກ່ຽວ​​ຮັບສາລະພາບວ່າໄດ້ຮ່ວມກັນຊື້ຂາຍ, ຂົນສົ່ງ, ຄອບຄອງອາວຸດເສິກແລະ ມີຢາເສບຕິດໄວ້ໃນຄອບຄອງຄືປະເພດຢາໄອ້, ຢາບ້າແລະ ຂອງການທີ່ເຈົ້າໜ້າທີ່ກວດພົບນັ້ນເປັນຂອງພວກຕົນແທ້. ພ້ອມນີ້ເຈົ້າໜ້າທີ່ຍັງຈະສືບຕໍ່​​ດຳເນີນການສືບສວນ-ສອບສວນເກັບກຳຂໍ້ມູນຫລັກຖານຂະຫຍາຍຜົນໄປຫາກຸ່ມແກ້ງເຄືອຂ່າຍທີ່ຍັງເຫລືອເພື່ອນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.

No comments:

Post a Comment