Ad

Ad

7 March 2016

ອາຊຽນ-ເອີຣົບ ​ເສີມ​ຂະຫຍາຍການຮ່ວມມືດ້ານການຄ້າ-ການລົງທຶນ

    ບັນດາລັດຖະມົນຕີເສດຖະກິດອາ​ຊຽນ (AEM) ຮ່ວມກັບກໍາມະການດ້ານການຄ້າສະຫະພາບເອີຣົບ, ​ໄດ້ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ຄ້າອາ​ຊຽນ-​ເອີຣົບຄັ້ງ​ທີ 14 ຂຶ້ນ​ທີ່​ຈັງຫວັດຊຽງ​​ໃໝ່,ປະ​ເທດ​ໄທໃນ​ວັນ​ທີ 3 ມີນານີ້, ​ເພື່ອ​ເພີ່ມ​ທະວີ​ສາຍ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ກວ່າ​ເກົ່າ ​ຢູ່​ໃນ​ 2 ພາ​ກພື້ນ​ໂດຍ​​ເປັນ​ປະທານ​ຮ່ວມລະຫວ່າງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ​ກະຊວງອຸດສາຫະກໍາ ແລະ ການຄ້າລາວ ແລະ ທ່ານ ນາງເຊສິເລຍ ມານສະຕຣອມ (Cecilia Malmström) ລັດຖະມົນຕີການຄ້າສະຫະພາບເອີຣົບ.

   ​ໃນ​​ກອງ​ປະຊຸມຄັ້ງນີ້, ຄະນະຜູ້ແທນ​ໄດ້​ມີການແລກປ່ຽນ​ທັດສະນະ, ພ້ອມທັງຍົກໃຫ້ເຫັນການພົວພັນຮ່ວມ​ມື​ດ້ານການຄ້າ ​ແລະ ການລົງທຶນ ຈາ​ກອະດີດ​ເຖິງ​ປັດຈຸບັນ, ຊຶ່ງເຫັນວ່າ​ໄດ້​ມີການເຕີບ​ໃຫຍ່​ຂະຫຍາຍຕົວ​​​​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ,​ ໂດຍ​ສະ​ເພາະ​ສະຫະພາບເອີຣົບເປັນຄູ່ຮ່ວມດ້ານການຄ້າ-ການ​ລົງທຶນໃຫຍ່ເປັນອັນດັບ 2 ຂອງອາຊຽນ. ​ປີ 2015 ຜ່ານມາ​,ການຮ່ວມ​ມື​ດ້ານຄ້າອາຊຽນ-ເອີຣົບບັນ​ລຸ 201 ຕື້​ເອີ​ໂຣ​ເທົ່າ​ກັບ 11% ຕໍ່ປີ. ຂະນະ​ທີ່ການລົງທຶນໂດຍກົງ (FDI) ພົບ​ວ່າ​ແຫ​ລ່ງທຶນຈາກສະຫະພາບເອີຣົບ​ເຂົ້າ​ອາ​ຊຽນເພີ່ມຂຶ້ນ 31.2% ຫລື 29 ຕື້ກວ່າໂດລາສະຫະລັດ.

    ນອກຈາກນີ້, ສອງຝ່າຍອາຊຽນ- ອີຢູ, ໄດ້ຢືນຢັນຮ່ວມກັນຈະສືບຕໍ່ຮັດແໜ້ນການພົວພັນ ​ແລະ ການຮ່ວມມືດ້ານເສດຖະກິດໃຫ້ມີຄວາມ​ເລີກເຊິ່ງເຂັ້ມແຂງຂຶ້ນກວ່າເກົ່າ.

No comments:

Post a Comment