Ad

Ad

7 March 2016

ລາວ​ຫາລື​ການ​ເຂັ້ມງວດ​ຄຸ້ມ​ຄອງ​ປ່າ​ໄມ້

           ​ກອງປະຊຸມປຶກສາຫາລືເພື່ອປັບປຸງການຄຸ້ມຄອງແລະ ກວດກາ​​ປ່າໄມ້,​ ໄດ້ຈັດຂຶ້ນເມື່ອທ້າຍອາທິດຜ່ານມານີ້, ທີ່ກະຊວງກະສິກໍາແລະ ປ່າໄມ້,​ ໂດຍການເປັນປະທານຂອງທ່ານດຣເພັດ ພົມພິພັກ ລັດຖະມົນຕີວ່າການກະຊວງດັ່ງກ່າວ.
           ທີ່ປະຊຸມໄດ້ເນັ້ນໃສ່ການຄົ້ນຄວ້າຫລາຍບັນຫາສຳຄັນຄື: ການປັບປຸງວຽກງານໂຄສະນາເຜີຍແຜ່​​ນິຕິກຳ, ການຄຸ້ມຄອງປ່າໄມ້, ປ່າຜະລິດ​,​ ການສຳຫລວດແລະ ການຈັດສັນປ່າໄມ້ເພື່ອໃຫ້ມີຄວາມຮັດກຸມແລະ ຊັດເຈນທາງດ້ານຕົວເລກຂອງເນື້ອທີ່ປ່າໄມ້ປະເພດຕ່າງໆ, ສ່ວນວຽກງານຄຸ້ມຄອງການຂຸດຄົ້ນໄມ້ກໍໄດ້ມີການຫາລືຄືນນັບແຕ່ຂະບວນການຕັດຈົນຮອດການສົ່ງໄມ້ເຂົ້າສະໜາມ III, ລວມເຖິງວຽກງານຄຸ້ມຄອງການເຄື່ອນຍ້າຍໄມ້, ການຄຸ້ມຄອງພະນັກງານຜູ້ທີ່ປະລະໜ້າທີ່, ສົມຮູ້ຮ່ວມຄິດ, ສວຍໃຊ້ໜ້າທີ່ຕຳ​​ແໜ່ແລະ ລະເມີດລະບຽບກົດໝາຍຄວນປະຕິບັດມາດຕະການແບບໃດ,ທັງນີ້ເພື່ອໃຫ້ເປັນເອກະພາບຕໍ່ກັນຕໍ່ເນື້ອໃນຂອງຮ່າງຄຳສັ່ງຂອງລັດຖະມົນຕີກະຊວງກະສິກຳ​ ​ແລະ
ປ່າໄມ້ໃຫ້ມີຄວາມຮັດກຸມເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດແລະໃຫ້ໄປຕາມລວງດຽວກັນໃນຂອບເຂດທົ່ວປະເທດ.

           ທ່ານລັດຖະມົນຕີກະຊວງກະສິກຳ-ປ່າໄມ້ກ່າວວ່າ: ​ການຄົ້ນຄວ້າປຶກສາຫາລື​​ຄັ້ງນີ້ແມ່ນມີຄວາມສໍາຄັນຍິ່ງ,​ ເນື່ອງຈາກຕ້ອງ​ໃຫ້​ເກີດຄວາມ​ເຂົ້າ​ໃຈຢ່າງເປັນເອກະພາບແລ້ວກຳນົດ​​ເປັນມາດຕະການລະອຽດເຂົ້າໃສ່ໃນຮ່າງຄຳສັ່ງ ເພື່ອເປັນບ່ອນອີງໃນການປະຕິບັດຕົວຈິງແນໃສ່ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນຂະແໜງປ່າໄມ້ກໍຄືຂົງເຂດວຽກງານປ່າໄມ້ໃຫ້ໝົດໄປເທື່ອລະກ້າວ​,​ ເຮັດໃຫ້ວຽກງານປ່າໄມ້ໄດ້ຮັບການພັດທະນາຕາມແນວທາງນະໂຍບາຍຂອງພັກແລະລັດຖະບານ.

No comments:

Post a Comment