Ad

Ad

21 July 2015

ໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 60 ປີ



ພິທີໂຮມຊຸມນຸມເພື່ອສະເຫລີມສະຫລອງວັນສ້າງຕັ້ງສະຫະ ພັນແມ່ ຍິງລາວຄົບຮອບ 60 ປີ(20 ກໍລະກົດ 1955-20 ກໍລະກົດ 2015), ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ກໍລະກົດນີ້, ຢູ່ສູນປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເປັນປະ ທານຂອງທ່ານນາງ ສີໃສ ລືເດດມູນສອນ ປະທານຄະນະບໍລິຫານງານສູນ ກາງສະຫະພັນແມ່ ຍິງລາວ ແລະ ໄດ້ຮັບກຽດເຂົ້າຮ່ວມຂອງທ່ານເລຂາທິການ ໃຫຍ່ປະ ທານປະເທດແຫ່ງ ສປປ ລາວ ຈູມມາລີ ໄຊຍະສອນ, ມີບັນດາຜູ້ນຳ ພັກ-ລັດ, ພະນັກງານປະຕິວັດອາວຸໂສ ພ້ອມດ້ວຍຄະນະສະຫະພັນແມ່ຍິງເຂົ້າຮ່ວມເປັນຈຳນວນ ຫລວງຫລາຍ.

            ປະທານສະຫະພັນແມ່ຍິງລາວ ໄດ້ຂຶ້ນກ່າວບົດປາໄສວ່າ: ພາຍຫລັງມີການສ້າງຕັ້ງສະຫະພັນ ແມ່ຍິງລາວ, ພັກໄດ້ມອບໝາຍໜ້າທີ່ອັນສຳຄັນເພື່ອເຄື່ອນໄຫວປະຕິບັດໜ້າທີ່ເບິ່ງແຍງ, ລ້ຽງດູ, ລຳລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ, ປຸກລະດົມຂົນຂວາຍ ຊາວໜຸ່ມ, ລູກຫລານອອກຮັບໃຊ້ປະເທດຊາດ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາ ອາຫານເພື່ອສົ່ງໄປແນວໜ້າ ແລະ ປະຕິບັດວຽກງານຕາມການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມ ຮັບຜິດຊອບສູງ, ແມ່ຍິງໄດ້ມີຫົວຄິດປະດິດສ້າງໃຊ້ທຸກວິທີເພື່ອຊຸກເຊື່ອງ, ຕິດຕໍ່,ສົ່ງຂ່າວໃຫ້ພະນັກ ງານທະຫານປະຕິວັດທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູດ້ວຍວິທີທີ່ສະ ຫລຽວສະຫລາດ ແລະ ອົງອາດກ້າຫານ ແລະ ປີ 1956 ສະມາຄົມແມ່ຍິງລາວຮັກຊາດໄດ້ຮັບ ການ ສ້າງຕັ້ງຂຶ້ນໂດຍມີທ່ານ ປ້າ ຄຳຫລ້າ ວົງສັກ ເປັນຫົວໜ້າ, ທ່ານ ປ້າ ຄຳສຸກ ເປັນຮອງ ແລະ ທ່ານ ປ້າ ຄຳແພງ ບຸບຜາ ເປັນຮອງ.
             ຕົກມາຮອດປັດຈຸບັນ, ສະຫະພັນແມ່ຍິງລາວໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນ ລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມແມ່ຍິງລາວເຂົ້າຮ່ວມຢ່າງຕັ້ງໜ້າໃນການຮຳບາດແຜສົງຄາມ, ຟື້ນຟູການຜະລິດ, ປົວແປງຊິວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະ ເທດຊາດເວົ້າລວມ, ເວົ້າສະເພາະການພັດທະນາແມ່ຍິງໃນທຸກດ້ານ, ໃນນັ້ນໄດ້ເອົາໃຈໃສ່ຕໍ່ການສຶກສາ ອົບຮົມການເມືອງແນວຄິດໃຫ້ສະມາຊິກແມ່ຍິງ, ແມ່ຍິງລາວບັນດາເຜົ່າ, ນອກຈາກນີ້, ໜັງສືພີມ, ວາລະສານ, ວິທະຍຸ, ໂທລະພາບ ແລະ ເວັບໄຊ ຂອງສະຫະພັນແມ່ຍິງລາວໄດ້ປະກອບສ່ວນໂຄສະນາ ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ວຽກງານອື່ນໆທີ່ກ່ຽວພັນເຖິງ ການພັດທະນາ, ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ.
             ໃນໂອກາດທີ່ມີຄວາມໝາຍສຳຄັນນີ້,ທ່ານເລຂາທິການໃຫຍ່ປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ກ່າວສູນທອນພົດວ່າ: 60 ປີພາຍໃຕ້ຮົ່ມທຸງຂອງພັກ, ອົງການຈັດຕັ້ງສະຫະພັນແມ່ຍິງ, ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງທາງດ້ານປະລິມານ ແລະ ຄຸນະພາບ, ສະຫະພັນແມ່ຍິງແຕ່ລະ ຂັ້ນໄດ້ເປັນກຳລັງແຮງໃຫ້ແກ່ຄະນະພັກໃນການປະຕິບັດໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍໃນຄອບຄົວ ແລະ ສັງຄົມ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແຕ່ເພື່ອຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ໂດຍສະເພາະແມ່ນການພັດທະນາແມ່ຍິງໃນຊຸມປີຕໍ່ໜ້າ ປະກອບສ່ວນເອົາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ວຍພັດທະນາໃນປີ 2020 ຈຶ່ງຮຽກຮ້ອງໃຫ້ສະຫະພັນແມ່ຍິງເອົາໃຈໃສ່ບາງບັນຫາຄື ຄະນະສະຫະພັນແມ່ຍິງທຸກຂັ້ນແຕ່ສູນ ກາງຮອດທ້ອງຖິ່ນ, ຮາກຖານຈົ່ງສືບຕໍ່ປົກປັກຮັກສາ ແລະ ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງແມ່ຍິງ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ການ ເມືອງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ຕັ້ງໜ້າສຶກສາອົບຮົມສະມາ ຊິກແມ່ຍິງລາວບັນດາເຜົ່າໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮັກກຽດສັກສີຂອງແມ່ຍິງລາວ, ຮູ້ປົກປັກຮັກ ສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນາທຳອັນດີງາມຂອງຊາດ ແລະ ຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ປຸກລະດົມແມ່ຍິງບັນດາເຜົ່າເຂົ້າຮ່ວມໃນ ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະ ນາເສດຖະກິດ-ສັງຄົມເວົ້າລວມ, ເວົ້າສະເພາະການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງໃນ ແຕ່ລະໄລຍະ, ສະຫະພັນແມ່ຍິງແຕ່ລະຂັ້ນຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທຸກດ້ານ, ຂະຫຍາຍສະມາຊິກໃຫ້ກວ້າງຂວາງກວມເອົາໝົດແມ່ ຍິງໃນຕົວເມືອງ, ເຂດຊົນນະບົດ, ນັກຮຽນ-ນັກສຶກສາ, ແມ່ຍິງທີ່ປະກອບອາຊີບໃນຂົງເຂດການຜະລິດ, ໂຮງຈັກໂຮງງານ, ຫົວໜ່ວຍທຸລະກິດ ແລະ ທຸກສາຂາອາຊີບໄດ້ເຂົ້າສັງກັດໃນການຈັດຕັ້ງເພື່ອເຕົ້າໂຮມ ກຳລັງແຮງ ແລະ ສະຕິປັນຍາ ຂອງແມ່ຍິງເຂົ້າຮ່ວມຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະການປະຕິບັດແຜນ ພັດທະນາແມ່ຍິງໃຫ້ບັນລຸຕາມຄາດໝາຍ ແລະ ໃນຍຸກແຫ່ງຂໍ້ມູນຂ່າວສານ, ຍຸກແຫ່ງການເຊື່ອມ ໂຍງທີ່ມີທັງສິ່ງເປັນກາລະໂອກາດ ແລະ ທ້າທາຍນັ້ນ, ສະຫະພັນແມ່ຍິງໃນຖານະເປັນແມ່, ເປັນປ້ານ້າອາ, ເປັນເອື້ອຍທີ່ມີຄວາມຮັບຜິດຊອບຕໍ່ລູກຫລານໃນຄອບຄົວຕ້ອງໄດ້ເອົາ ໃຈໃສ່ສຶກສາອົບຮົມຄົນຮຸນໜຸ່ມທັງຍິງ-ຊາຍໃນດ້ານຄຸນສົມບັດ, ກິລິຍາ, ມາລະຍາດ, ແບບແຜນດຳລົງຊີວິດ, ດຸໝັ່ນໃນການສຶກສາຮ່ຳຮຽນ, ແຂ່ງຂັນກັນເປັນພົນລະເມືອງດີ, ເປັນລູກທີ່ດີຂອງພໍ່ແມ່, ເປັນນັກຮຽນທີ່ຮອບຮູ້ຂອງຄູອາຈານແນໃສ່ເຮັດໃຫ້ລຸກຫລານທັງ ຍິງ-ຊາຍກາຍເປັນຜູ້ສືບທອດທີ່ດີຂອງຄອບຄົວກໍຄືປະເທດຊາດ ແລະ ອັນສຸດທ້າຍແມ່ນຕ້ອງ ເພີ່ມທະວີການພົວພັນຮ່ວມມືກັບອົງການຈັດຕັ້ງແມ່ຍິງຂອງບັນດາປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດ, ບັນດາປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງທຶນ ຮອນປະສົບການ ແລະ ບົດຮຽນມາພັດທະນາປະເທດຊາດ ກໍຄືພັດທະນາແມ່ຍິງລາວຕາມ ແນວທານະໂຍບາຍຂອງພັກເຮົາ.
              ໃນໂອກາດນີ້, ທ່ານເລຂາທິການໃຫຍ່ປະທານປະເທດ ຈູມມາລີ ໄຊຍະສອນ ກໍໄດ້ໃຫ້ກຽດປະ ດັບຫລຽນຄຳແຫ່ງຊາດໃຫ້ແກ່ສະຫະພັນແມ່ຍິງລາວທີ່ມີຜົນງານ, ຄຸນງາມຄວາມດີປະກອບ ສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດຕະ ຫລອດໄລຍະ 60 ປີຜ່ານມາ.

No comments:

Post a Comment