Ad

Ad

22 July 2015

ເພີ່ມທະວີການເຝົ້າລະວັງ ແລະ ປ້ອງກັນພະຍາດເມີສ ຢ່າງເຂັ້ມງວດ


ໂດຍປະຕິບັດຕາມຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ແລະ ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດວັດທະນະ ທຳ-ສັງຄົມເມື່ອບໍ່ດົນມານີ້, ຫ້ອງວ່າ ການລັດຖະ ບານຈຶ່ງໄດ້ອອກ ແຈ້ງການເພີ່ມຕື່ມໃຫ້ກະຊວງສາ ທາລະນະສຸກ ແລະ ຂະແໜງການ ອ້ອມຂ້າງກ່ຽວຂ້ອງຈົ່ງພ້ອມກັນສືບຕໍ່ເຝົ້າລະວັງ, ກວດກາ ແລະ ປ້ອງກັນພະຍາດຊຶມເຊື້ອລະບົບຫາຍໃຈ (MERS-Cov) ຢ່າງເຂັ້ມງວດຄື ໃຫ້ມີມາດຕະການກວດກາ ຢູ່ດ່ານສາກົນຢ່າງເຄັ່ງຄັດ, ພ້ອມທັງກະກຽມສະຖານທີ່ປິ່ນປົວ, ອຸປະກອນ ແລະ ຢາໃຫ້ດີ, ຄຽງຄູ່ກັນນັ້ນ ກໍໃຫ້ມີການເພີ່ມທະວີວຽກງານໂຄສະນາຜ່ານສື່ມວນຊົນຕ່າງໆໃຫ້ກ້ວາງຂວາງເພື່ອໃຫ້ປະຊາຊົນຮັບຊາບ, ຮູ້ວິທີປ້ອງກັນ ແລະ ໄປພົບແພດເມື່ອຈຳເປັນ.
ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ພາຍຫຼັງມີການລະບາດຂອງພະຍາດດັ່ງກ່າວຢູ່ບັນດາປະເທດ ຕາເວັນອອກ ກາງ, ປະເທດລາວເຮົາກໍໄດ້ຕິດຕາມ ແລະ ເຝົ້າລະວັງພະຍາດດັ່ງກ່າວຢ່າງໃກ້ຊິດ ແລະ ກໍເຮັດໄດ້ດີພໍສົມຄວນ, ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດດັ່ງກ່າວຢູ່ຫລາຍປະເທດ ກໍຄື.ເກົາຫຼີ ໃນປັດຈຸບັນແມ່ນຍັງມີຈຳນວນຜູ້ຕິເຊື້ອແລະເສຍຊີວິດເພີ່ມຂື້ນເລື້ອຍໆ ​​ແລະ ປະເທດເຮົາກໍຖືເປັນປະເທດໜຶ່ງທີ່ມີຄວາມສ່ຽງຈາກພະຍາດນີ້, ​ເນື່ອງຈາກຍັງມີການເດີນທາງໄປມາໂດຍກົງລະຫວ່າງປະເທດທີ່ມີການລະບາດ, ດັ່ງນັ້ນ ມັນມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການ​​ເຝົ້າລະວັງແລະ ປ້ອງກັນພະຍາດດັ່ງກ່າວໃຫ້ເຂັ້ມງວດຂຶ້ນຕື່ມຕາມແຈ້ງການ ຂອງຫ້ອງ ວ່າການ ລັດຖະບານ,​​ ໂດຍສະເພາະແມ່ນຢູ່ຕາມດ່ານສາກົນຕ່າງໆ ກໍຄືການກຽມພ້ອມທັງ ດ້ານສະຖານທີ່, ອຸປະກອນ ແລະ ຢາ, ພ້ອມສືບຕໍ່ຕິດຕາມ​ ​​ແລະ ​​ແນະນຳວິທີປ້ອງກັນຕົນເອງໃຫ້ແກ່ຜູ້ທີ່ເດີນທາງເຂົ້າ-​ອອກປະເທດທີ່ມີການລະບາດ​​ເຊັ່ນ:​ ວິທີປ້ອງກັນໂດຍພື້ນຖານຄື ການຮັກສາອະນາໄມຕົນເອງ​​ເປັນປະຈຳ, ລ້າງມືເປັນປະຈຳ,​​ ໃຊ້ຜ້າອັດປາກ, ຫຼີກລຽງການສຳຜັດກັບຜູ້ຕິດເຊື້ອພະຍາດ​, ຫຼີກລຽງການບໍລິໂພກຊີ້ນດິບ, ນົມດິບ ຫຼື ຜະລິດຕະພັນອາຫານທີ່ບໍ່ທັນຄົວສຸກ.

No comments:

Post a Comment