#
ວິເສດ ສະແຫວງສຶກສາ
ມື້ນີ້ລອງພາກັນໄປເບິ່ງບັນຫາທີ່ຄົນໃນບັນດາຕົວເມືອງປວດຫົວມົວເກົ້າ, ໄດ້ແຕ່ເວົ້າແຕ່ຈົ່ມ ແຕ່ຊິແກ້ໃຫ້ຂາດໂຕນັ້ນຕ້ອງໃຊ້ເວລາ.
ຜູ້ຂຽນໝາຍເຖິງບັນຫາການຈະລາຈອນຕິດຂັດ ຍ້ອນທະເລລົດອັ່ງ. ລົ້ນຖ້ວມເສັ້ນທາງ.
ນະຄອນຫລວງວຽງຈັນເຮົາຖ້າບໍ່ມີວິທີແກ້ໄຂທີ່ເດັດຂາດກໍລອງເບິ່ງອີກສາມສີ່ປີຂ້າງໜ້າ
ແລ້ວຊິແກ້ກັນແນວໃດ. ຄຳຖາມນີ້ທາງການນະຄອນຫລວງປັກກິ່ງ ສປ ຈີນ
ພວມຊອກຫາຄຳຕອບທີ່ມີຜົນສັກສິດຢູ່. ໃຜຕິດຕາມຂ່າວເມືອງຈີນ
ກໍຄືຮູ້ກ່ຽວກັບຄວາມພະຍາຍາມຂອງອຳນາດການປົກຄອງມະຫານະຄອນແຫ່ງນີ້ ເພື່ອຫລຸດຜ່ອນບັນຫາລົດຕິດດ້ວຍຫລາຍວິທີ
ເຊັ່ນກຳນົດໂກຕາລົດໃຫ້ຢູ່ໃນຈຳນວນທີ່ຖະໜົນເມືອງປັກກິ່ງສາມາດຮອງຮັບໄດ້, ການຂຶ້ນແຜນເກັບພາສີລົດຕິດຢູ່ຕາມເສັ້ນທາງຫລັກທີ່ມີສະພາບແອອັດຢັດບຽດ.
ສ່ວນວິທີແກ້ໄຂອາຍພິດທີ່ທັ່ງອອກມາຈາກທໍ່ອາຍເສຍຂອງ
ລົດນັ້ນ
ທາງການປັກກິ່ງສົ່ງເສີມໃຫ້ຄົນໃຊ້ລົດສີຂຽວ (Green Cars) ບໍ່ແມ່ນສີລົດ ແຕ່ໝາຍເຖິງລົດທີ່ເປັນມິດກັບສິ່ງແວດລ້ອມທີ່ໃຊ້ພະລັງງານສະອາດ
(ໄຟຟ້າ). ກ່ອນໜ້ານີ້ເຈັດປີ,
ທາງການປັກກິ່ງໄດ້ນຳໃຊ້ມາດຕະການແລ່ນລົດຕາມເລກທະບຽນຄູ່-ເຄີກບາມື້ກັນ
ເພື່ອຫລຸດຜ່ອນຄວາມແອອັດ ແລະ ເມື່ອເວລາມີເຫດການສຳຄັນ ຫລື
ໃນມື້ທີ່ມີໝອກຄວັນປົກຄຸມນະຄອນຢ່າງໜ້າແໜ້ນ, ທາງການກ່ຽວຂ້ອງກໍອະນຸຍາດໃຫ້ລົດພຽງເຄິ່ງໜຶ່ງຂອງຈຳນວນທີ່ມີໃນນະຄອນຫລວງອອກແລ່ນໄດ້, ສ່ວນອີກເຄິ່ງໜຶ່ງໃຫ້ຢຸດໄວ້ກ່ອນ. ໃນເດືອນມັງກອນປີນີ້, ກອງປະຊຸມສະພາທີ່ປຶກສາການເມືອງຂອງນະຄອນຫລວງປັກກິ່ງໄດ້ປະຊຸມກັນ
ເພື່ອຕີລາຄາມາດຕະການແກ້ໄຂບັນຫາລົດຕິດທີ່ປະຕິບັດກັນມາເປັນເວລາເຈັດປີ ແລະ
ວ່າບໍ່ໄດ້ຜົນ.
ການຫ້າມລົດຈຳນວນເຄິ່ງໜຶ່ງບໍ່ໃຫ້ອອກແລ່ນໃນວັນສະເພາະນັ້ນໄດ້ສ້າງບັນຫາຫຍຸ້ງຍາກຕື່ມ, ສ່ວນການກຳນົດໃຫ້ບາມື້ແລ່ນລົດຕາມທະບຽນເລກຄູ່-ຄີກນັ້ນກໍບໍ່ແກ້ໄຂຫຍັງໄດ້.
ກອງປະຊຸມເຫັນເປັນລວງດຽວກັນວ່າ
ຢາກແກ້ໄຂບັນຫາລົດຕິດໄດ້ມີແຕ່ຕ້ອງຂະຫຍາຍລະບົບການຂົນສົ່ງສາທາລະນະ ຫລື
ການໂດຍສານລວມໝູ່ ໂດຍເນັ້ນພັດທະນາລົດໄຟຟ້າໃຕ້ດິນ ແລະ ລົດລາງ (ລົດແຫລມ ຫລື ຕຼຳໄວ).
ລະບົບຂົນສົ່ງສາທາລະນະນັ້ນຕ້ອງຮັບປະກັນຄວາມສະດວກສະບາຍ ແລະ ວ່ອງໄວ.
ຄົນຈຶ່ງຢາກໃຊ້ບໍລິການ,
ບໍ່ແມ່ນຊິໃຫ້ຄົນບຽດແຫຍ້ຍາດຊີງກັນຂຶ້ນ ຫລື ເສຍເວລາ.
ນີ້ແມ່ນບົດຽນທີ່ຄວນຖອດໄວ້ໃຊ້ໃຫ້ສອດຄ່ອງກັບບ້ານເຮົາ. ຢູ່ມະນີລາ ນະຄອນຫລວງຟີລິບປິນ
ທີ່ມີລົດຕໍ່ກົ້ນກັນປານມົດປານປວກນັ້ນກໍມີແຜນປັບປຸງໂຄງສ້າງຂອງການຂົນສົ່ງສາທາລະນະ.
ລັດຖະມົນຕີກະຊວງຂົນສົ່ງ ທ່ານ ອາເທີ ຕູ ກາເດ (Arthur Tugade) ບອກວ່າຈະສົ່ງເສີມການໃຊ້ລົດເມໄຟຟ້າທີ່ມີຄັນເກາະໄປຕາມສາຍໄຟ.
ລົດປະຈຳທາງປະເພດນີ້ໃຊ້ກັນຢ່າງແຜ່ຫລາຍຢູ່ອະດີດສະຫະພາບໂຊວຽດ ແລະ
ກຸ່ມປະເທດເອີຣົບຕາເວັນອອກ. ຄົນລາວເຮົາບາງຄົນເອີ້ນລົດເມຊະນິດນີ້ວ່າ “ລົດຕຶກເບັດ” ເພາະຄັນທີ່ເກາະກັບສາຍໄຟຟ້ານັ້ນກົ່ງຄືຄັນເບັດ. ລົດຊະນິດນີ້ພາສາອັງກິດເອີ້ນວ່າ Trolleybus (ທຼອນເລບັດ) ລົດຕຶກເບັດທີ່ຈະນຳໃຊ້ໃນນະຄອນຫລວງມະນີລານັ້ນຈະບັນທຸກຜູ້ໂດຍສານໄດ້
35 ຄົນ ແລະ ຈະສັ່ງໂດຍກົງມາຈາກປະເທດໂບລີວີ ຢູ່ທະວີບອາເມລິກາໃຕ້.
ໂບລີວີເປັນແຫລ່ງຜະລິດລົດເມປະເພດນີ້ໃຫຍ່ທີ່ສຸດໃນໂລກ ແລະ
ຫລາຍປະເທດໃນຂົງເຂດນີ້ກໍນຳໃຊ້ລົດປະເພດນີ້ ເພາະມັນເປັນມິດກັບສິ່ງແວດລ້ອມ ແລະ
ປະຢັດດີ. ບ້ານເຮົາຮັ່ງມີດ້ານພະລັງງານໄຟຟ້າ (ໝໍ້ໄຟອາຊຽນ)
ກໍລອງເບິ່ງບົດຮຽນຟີລິບປິນໄວ້ກໍຄົງຈະດີ. ຢູ່ໄທ ເມື່ອສອງປີກ່ອນ, ທາງສະພາການແພດກໍໄດ້ສະເໜີມາດຖານຜູ້ທີ່ຈະມີສິດກຳພວງມະໄລລົດ
ຄືຕ້ອງມີສຸຂະພາບສົມບູນ ປາສະຈາກພະຍາດທີ່ເປັນສັດຕູກັບການຂັບລົດ ຄືພະຍາດຫົວໃຈ, ພະຍາດເບົາຫວານປະເພດຮ້າຍແຮງ ແລະ ພະຍາດບ້າໝູ.
ພວກເປັນພະຍາດເຫລົ່ານີ້ຫ້າມເດັດຂາດບໍ່ໃຫ້ຂັບລົດ ເພາະສ່ຽງເກີດອຸປະຕິເຫດ, ເມື່ອມີອຸປະຕິເຫດແລ້ວ ບັນຫາລົດຕິດກໍຕາມມາ.
ຢູ່ໄທຕາມສະຖິຕິປີ 2014,
ຄົນທີ່ເປັນພະຍາດບ້າໝູນີ້ມີຈຳນວນລະຫວ່າງ 1,2-1,4 ລ້ານຄົນ.
ຢູ່ສິງກະໂປທີ່ເອີ້ນກັນວ່າ ລັດນະນອນ ຫລື ນະຄອນລັດ
(ເພາະນະຄອນຫລວງກັບປະເທດແມ່ນອັນດຽວກັນ) ນັ້ນ ເພິ່ນເນັ້ນການແກ້ໄຂລົດຕິດດ້ວຍການເພີ່ມເສັ້ນທາງລົດຖີບຢ່າງຈິງຈັງ.
ໝູ່ທີ່ໄປເຫັນສິງກະໂປໃນໄລຍະຫລັງໆມານີ້ບອກວ່າ ລົດຖີບກຳລັງຈະເປັນເຈົ້າເສັ້ນທາງ.
ຄົນທີ່ທຽວການໃນໄລຍະ 5 ກິໂລແມັດ (ແຕ່ເຮືອນຫາຫ້ອງການ ຫລື ປາຍທາງ)
ໃນຕໍ່ໜ້າຈະເລືອກໃຊ້ລົດຖີບ ແລະ ວ່າຈະມີຈຳນວນໜຶ່ງສາມແສນຄົນພຸ້ນ. ນີ້ແມ່ນວິທີທີ່ຈະເຫັນຜົນຕົວຈິງ.
ຢູ່ສິງກະໂປມີສາມຢ່າງທີ່ຕ້ອງໄດ້ຈ່າຍແພງທີ່ສຸດ
ເພາະທາງການບໍ່ສົ່ງເສີມນັ້ນຄືລົດຂີ່ສ່ວນຕົວ, ເຫລົ້າ ແລະ ຢາສູບ. ຜູ້ຂຽນເຊື່ອວ່າ ນະຄອນຫລວງຂອງພວກເຮົາຄົງມີແຜນການດີໆແຮ່ໄວ້
ເພື່ອແກ້ໄຂບັນຫາລົດຕິດ ພິສູດໄດ້ຈາກລະບຽບການໃໝ່ໆທີ່ປະກາດໃຊ້ໃນໄລຍະຫລັງໆມານີ້.
No comments:
Post a Comment